ເຄາະແລ້ວ! ລັດຖະສະພາຢູໂຣບມີມະຕິໃຫ້ໂທລະສັບທຸກຍີ່ຫໍ້ຕ້ອງໃຊ້ສາຍສາກແບບ USB-C ແບບດຽວ ພາຍໃນປີ 2024 ນີ້

ລັດຖະສະພາຢູໂຣບ

ໃນອີກ 2 ປີຕໍ່ໄປເຮົາອາດຈະເຫັນໂທລະສັບທີ່ເປັນລະບົບປະຕິບັດການ iOS ສາມາດໃຊ້ສາຍສາກຮ່ວມກັບໂທລະສັບທີ່ເປັນລະບົບປະຕິບັດການ Android ຍີ່ຫໍ້ອື່ນໆໄດ້ ເພາະຫຼ້າສຸດນີ້ເອງທາງລັດຖະສະພາຢູໂຣບ ຫຼື European Parliament ເຊິ່ງເປັນໜຶ່ງໃນອົງກອນນິຕິບັນຍັດຂອງສະພາບຢູໂຣບ (EU) ໄດ້ລົງມະຕິເຫັນດີໃນແຜນການໃຫ້ໂທລະສັບທຸກຍີ່ຫໍ້ຕ້ອງໃຊ້ສາຍສາກແບບ USB-C ແບບດຽວພາຍໃນປີ 2024.

ລັດຖະສະພາຢູໂຣບ

ທັງນີ້ ລັດຖະສະພາຢູໂຣບຜ່ານກົດໝາຍດ້ວຍມະຕິເຫັນດີ 602 ສຽງ ບໍ່ເຫັນດີ 13 ສຽງ ແລະ ງົດອອກສຽງ 8 ສຽງ ເຮັດໃຫ້ພາຍໃນທ້າຍປີ 2024 ໂທລະສັບມືຖືທຸກຍີ່ຫໍ້, ແທັບເລັດ ແລະ ກ້ອງຖ່າຍຮູບທີ່ມີການວາງຂາຍໃນ EU ທຸກເຄື່ອງຈະຕ້ອງມີພອດ USB-C ແລະໃນປີ 2026 ຂໍ້ບັງຄັບນີ້ຍັງຄອບຄຸມເທິງແລັບທັອບອີກພ້ອມ.

ລັດຖະສະພາຢູໂຣບ

ແຕ່ສຳລັບປີ 2024 ຂໍ້ບັງຄັບກໍຄອບຄຸມອຸປະກອນອີເລັກໂທຣນິກຫຼາຍປະເພດ ໂດຍອຸປະກອນທີ່ EU ລະບຸໄວ້ໄດ້ແກ່ ໂທລະສັບມືຖື, ແທັບເລັດ, ກ້ອງດິຈິຕອນ, ຫູຟັງແບບສາຍ ແລະ ຫູຟັງແບບຄອບຫູ, ລຳໂພງແບບພົກພາ, ເຄື່ອງອ່ານ e-Book, ແປ້ນພິມ (Keyboard) ແລະ ເມົ້າ (mouse), ເຄື່ອງນຳທາງແບບພົກພາ, ແລັບທັອບທີ່ໃຊ້ໄຟຕໍ່າກວ່າ 100 ວັດ.

ລັດຖະສະພາຢູໂຣບ

EU ລະບຸວ່າຂໍ້ຍັງຄັບດັ່ງກ່າວ ຈະຊ່ວຍໃຫ້ມີການນຳສາຍສາກກັບມາໃຊ້ໃໝ່ໄດ້ຫຼາຍເພີ່ມຂຶ້ນ ແລະຈະຊ່ວຍໃຫ້ຜູ້ບໍໂພກປະຢັດເງິນເຖິງ 250 ລ້ານຢູໂຣຕໍ່ປີ ເນື່ອງຈາກຜູ້ໃຊ້ບໍ່ຕ້ອງຊື້ສາຍສາກທີ່ບໍ່ຈໍາເປັນອີກຕໍ່ໄປ ແລະຄາດວ່າຈະຊ່ວຍລົດຂີ້ເຫຍື້ອອີເລັກໂທຣນິກໄດ້ເປັນຈໍານວນຫຼາຍ ເພາະໃນປັດຈຸບັນມີສາຍສາກຖືກຖິ້ມຫຼືບໍ່ໄດ້ໃຊ້ມີຈໍານວນລວມຫຼາຍເຖິງ 11.000 ໂຕນຕໍ່ປີໃນ EU.

ສຳລັບຂັ້ນຕອນຕໍ່ໄປ ຂໍ້ບັງຄັບນີ້ຈະຖືກສົ່ງໃຫ້ຄະນະມົນຕີຢູໂຣບ (European Council) ເປັນຜູ້ອະນຸມັດຢ່າງເປັນທາງການກ່ອນທີ່ຈະຕີພິມເພື່ອປະກາດກົດໝາຍລົງໃນວາລະສານທີ່ເອີ້ນວ່າ EU Official Journal ຈາກນັ້ນປະເທດສະມາຊິກຈະມີເວລາ 1  ປີເພື່ອອກກົດໝາຍໃນປະເທດຕົນເອງ ແລະ ອີກ 1 ປີເພື່ອບັງຄັບໃຊ້ກົດໝາຍ.

ລັດຖະສະພາຢູໂຣບ

ຢ່າງໃດກໍຕາມ ເຖິງວ່າມະຕິດັ່ງກ່າວຈະເປັນຜົນດີຕໍ່ກັບຫຼາຍໆຝ່າຍ ແຕ່ຝ່າຍທີ່ໄດ້ຮັບຜົນກະທົບຢ່າງໜັກກໍໜ້າຈະແມ່ນ Apple ເພາະກ່ອນໜ້ານີ້ໄດ້ເຄີຍອອກມາທັກທ້ວງແຜນການດັ່ງກ່າວຂອງ EU ໂດຍບອກວ່າມັນຈະເປັນການປິດກັ້ນ ຫຼາຍກວ່າສົ່ງເສີມນະວັດຕະກໍາ. ຢ່າງໃດກໍດີທາງບັນດາສື່ສຳນັກຂ່າວໃຫຍ່ໆເຊັ່ນ BBC, The Guardian ແລະ Reuters ໄດ້ຕິດຕໍ່ໄປຫາ Apple ກ່ຽວກັບປະເດັນດັ່ງກ່າວ ແຕ່ກໍຖືກປະຕິເສດບໍ່ອອກມາໃຫ້ຄວາມເຫັນໃນເລື່ອງນີ້.

ລັດຖະສະພາຢູໂຣບ

ນອກຈາກນີ້ ມີການຄາດການວ່າສຸດທ້າຍແລ້ວອຸປະກອນ Apple ຈະຕ້ອງປ່ຽນມາໃຊ້ພອດ USB-C ຢູ່ແລ້ວ ເພາະກ່ອນໜ້ານີ້ຜູ້ຊ່ຽວຊານດ້ານພະລິດຕະພັນ Apple ຈາກສຳນັກຂ່າວ Bloomberg ໄດ້ອອກມາເປີດເຜີຍວ່າ ຂະນະນີ້ທາງແບຣນກໍາລັງມີການພັດທະນາ iPhone ທີ່ມີພອດ USB-C ສຳລັບເປີດຕົວພາຍໃນປີໜ້າ ແລະ ຄາດວ່າມັນຈະມາກັບ iPhone 15 ທີ່ປ່ຽນຊື່ຮຸ່ນຈາກ Pro Max ມາເປັນ Ultra.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ