ເກົາຫຼີໃຕ້ນຳເສດອາຫານທີ່ກິນເຫຼືອມາຣິໄຊເຄິນໃຫ້ເປັນປຸ໋ຍ ເເລະ ອາຫານສັດເພື່ອລົດຜ່ອນມົນລະພິດຕໍ່ສິ່ງເເວດລ້ອມ


ເສດອາຫານ 1,4 ຕື້ໂຕນຈາກທົ່ວໂລກທີ່ຖືກຖິ້ມໃນເເຕ່ລະປີໃນບ່ອນຖິ້ມຂີ້ເຫຍື້ອ, ເມື່ອມັນເນົ່າເປື່ອຍຈະສ້າງມົນລະພິດທາງນ້ຳ ເເລະ ດິນ. ນອກຈາກນີິ້ມັນຍັງປ່ອຍກ໊າສມີເທນ (methane) ຈຳນວນຫຼາຍເຊິ່ງເປັນໜຶ່ງໃນກ໊າສເຮືອນເເກ້ວ. ເເຕ່ໃນເກົາຫຼີໃຕ້ໄດ້ມີຂໍ້ບັງຄັບໃຫ້ຫ້າມຖິ້ມເສດອາຫານໄປບ່ອນຖິ້ມຂີ້ເຫຍື້ອ ເເລະ ໄດ້ນຳເອົາຖົງຂີ້ເຫຍື້ອທີ່ຍ່ອຍສະຫຼາຍໄດ້ມາໃຊ້ເພື່ອສົ່ງເສີມຂະບວນການຈັດການຣີໄຊເຄິນເສດອາຫານ ໂດຍເລີ່ມປະຕິບັດຕັ້ງເເຕ່ 20 ປີກ່ອນຈົນຮອດປັດຈຸບັນ.

ເນື່ອງຈາກເສດອາຫານເປັນໜຶ່ງໃນຕົວການໃຫຍ່ທີ່ສຸດຕໍ່ການປ່ຽນເເປງຂອງສະພາບດິນຟ້າອາກາດ, ພວກມັນບໍ່ພຽງເເຕ່ປ່ອຍກ໊າສມີເທນເທົ່ານັ້ນ ເເຕ່ຍັງສູນເສຍພະລັງງານ, ຊັບພະຍາກອນທີ່ໃຊ້ໃນການຜະລິດ ເເລະ ຂົນສົ່ງເສດອາຫານອີກດ້ວຍ.

ໃນປີ 2005 ເປັນຕົ້ນມາ, ການຖິ້ມເສດອາຫານຢູ່ບ່ອນຖິ້ມຂີ້ເຫຍື້ອຖືວ່າຜິດກົດໝາຍ, ລັດຖະບານທ້ອງຖິ່ນຈຶ່ງໄດ້ສ້າງສິ່ງອໍານວຍຄວາມສະດວກໃນການຈັດການເສດອາຫານ ໂດຍຜູ້ບໍລິໂພກ, ເຈົ້າຂອງຮ້ານອາຫານ. ຜູ້ຂັບຂີ່ລົດບັນທຸກ ແລະ ຄົນອື່ນໆແມ່ນສ່ວນໜຶ່ງຂອງເຄືອຂ່າຍທີ່ລວບລວມເສດອາຫານ, ກະດູກ, ເປືອກຫອຍ, ເມັດພືດ ເເລະ ອື່ນໆ ເພື່ອນຳສົ່ງໄປໃຫ້ກັບໂຮງງານເເປຮູບອີກເທື່ອ. ຫຼັງຈາກນັ້ນໂຮງງານເເປຮູບຈະນຳເອົາເສດອາຫານເຂົ້າເຄື່ອງບົດ ເເລະ ຕັດເປັນຕ່ອນນ້ອຍໆ ຫາກມີຖົງພລາສຕິກປະປົນມານຳກໍຈະຖືກກອງອອກ ເເລະ ເຜົາຖິ້ມ.

ຈາກນັ້ນ ເສດອາຫານຈະຖືກອົບ ແລະ ຕາກໃຫ້ແຫ້ງ, ນ້ຳຈາກເສດອາຫານ ເເລະ ຄວາມຊຸ່ມຈະໄຫຼເຂົ້າໄປໃນທໍ່ທີ່ນໍາໄປສູ່ໂຮງງານບໍາບັດນ້ໍາ, ໂດຍບາງສ່ວນຈະຖືກນໍາໃຊ້ໃນການຜະລິດອາຍແກ໊ສຊີວະພາບ ສ່ວນທີ່ເຫຼືອແມ່ນໄດ້ຖືກນຳໄປເຮັດໃຫ້ສະອາດ ແລະ ປ່ອຍລົງສູ່ເເມ່ນ້ໍາລຳທານທີ່ໃກ້ຄຽງ.

Sim Yoon-sik ຜູ້​ຈັດ​ການ​ໂຮງ​ງານ​ກ່າວ​ວ່າ ເສດອາຫານທີ່ເເປຮູບເເລ້ວນັ້ນຈະຖືກບົດໃຫ້ເປັນຜົງ ເຊິ່ງສາມາດນຳໄປເປັນອາຫານເສີມໃຫ້ເເກ່ໄກ່ ເເລະ ເປັດ​ເພາະມັນອຸດົມໄປດ້ວຍໂປຣຕີນ ເເລະ ໃຍອາຫານ, ທາງໂຮງງານໄດ້ນຳຜົງເຫຼົ່ານີ້ໄປເເຈກຢາຍໃຫ້ກັບຟາມຕ່າງໆທີ່ຕ້ອງການ. ສ່ວນອາຍເເກ໊ສຊີວະພາບຈະຖືກຂາຍໃຫ້ກັບໜ່ວຍງານທ້ອງຖິ່ນ ເຊິ່ງສາມາດນຳໄປໃຊ້ເພື່ອເພີ່ມຄວາມຮ້ອນໃຫ້ກັບເຮືອນ 3.000 ຫຼັງໃນ Goyang ເເລະ ຂອງເເຂງທີ່ເຫຼືອຈະນຳໄປປະສົມກັບໄມ້ເພື່ອເຮັດເປັນປຸ໋ຍ.

ທີ່ມາ:

https://cutt.ly/lwr1R62c

https://cutt.ly/Awr1TtgV

https://cutt.ly/twr1TiDs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/