ເຮືອດຳນໍ້າທ່ອງທ່ຽວສຳຫຼວດຊາກເຮືອ Titanic ຫາຍສາບສູນຢູ່ກ້ອງມະຫາສະໝຸດ ແອັດແລນຕິກ ປັດຈຸບັນຍັງບໍ່ຮູ້ຊະຕາກຳ


ເຮືອດຳນໍ້່າຂະໜາດນ້ອຍທີ່ໃຫ້ບໍລິການພາຜູ້ໂດຍສານທ່ອງທ່ຽວລົງກ້ອງມະຫາສະໝຸດແອັດແລນຕິກເໜືອ ໄປເບິ່ງຊາກເຮືອ Titanic ທີ່ຈົມຢູ່ກ້ອງມະຫາສະໝຸດມາຫຼາຍທົດສະວັດ ໄດ້ຫາຍສາບສູນໄປຈາກເຣດ້າ ນຳມາສູ່ການຄົ້ນຫາຢ່າງຮີບດ່ວນ ແລະ ໃນປັດຈຸບັນຍັງບໍ່ຮູ້ຊະຕາກຳ.

ເຈົ້າໜ້າທີ່ຍາມແຄມຝັ່ງເມືອງບອສຕັນ ປະເທດສະຫະລັດອາເມຣິກາ ໄດ້ລະບຸກັບສຳນັກຂ່າວຕ່າງປະເທດວ່າ ປະຕິບັດການຄົ້ນຫາ ແລະ ຊ່ວຍເຫຼືອ ພະນັກງານ ຜູ້ໂດຍສານໃນເຮືອລຳດັ່ງກ່າວ ກຳລັງດຳເນີນການຢ່າງຮີບດ່ວນ ຢູ່ບໍລິເວນນອກຊາຍຝັ່ງລັດ ນິວຟັນແລນ ປະເທດແຄນາດາ.​ ແຕ່ຈົນຮອດຕອນນີ້ຍັງບໍ່ເປັນທີ່ຊັດເຈນວ່າ ເຮືອລຳດັ່ງກ່າວບັນທຸກຜູ້ໂດຍສານໄປຈັກຄົນ.

ໂດຍເຮືອດຳນໍ້າລຳດັ່ງກ່າວເປັນຂອງບໍລິສັດ OceanGate Expeditions ເຊິ່ງເປັນບໍລິສັດຜູ້ໃຫ້ບໍລິການນຳທ່ຽວກ້ອງທ້ອງທະເລເລິກ. ໂດຍທາງບໍລິສັດໄດ້ອອກຖະແຫຼງການຍອມຮັບວ່າ ເຮືອລຳທີ່ສູນຫາຍເປັນຂອງບໍລິສັດແທ້ ແລະ ມີຜູ້ໂດຍສານໃນເຮືອລຳດັ່ງກ່າວນຳ.

ເຊິ່ງໃນຖະແຫຼງການລະບຸວ່າ: “ເຮົາກຳລັງຊອກຫາຫົນທາງ ແລະ ຈະເຮັດທຸກວິທີເພື່ອນຳຜູ້ໂດຍສານ ແລະ ລູກເຮືອກັບມາຢ່າງປອດໄພ ເຊິ່ງເຮົາເນັ້ນໄປທີ່ຊີວິດຂອງລູກເຮືອ ແລະ ສະພາບຂອບຄົວຂອງພວກເຂົາເປັນອັນດັບທຳອິດ ແລະ ເຮົາກຳລັງເຮັດວຽກຢ່າງນັກເພື່ອນຳລູກເຮືອກັບມາ”.

ຕາມການແຈ້ງການຂອງ ທາງບໍລິສັດ ຮູ້ວ່າ ເຮືອດຳນໍ້າດັ່ງກ່າວມີຊື່ວ່າ Titan ເຊິ່ງເປັນເຮືອດຳນໍ້າຂະໜາດນ້ອຍ ເຊິ່ງສາມາບັນທຸກຜູ້ໂດຍສານໄດ້ 5 ຄົນ ແບ່ງເປັນ ພະນັກງານຂັບເຮືອ 1 ຄົນ ຜູ້ໂດຍສານ 3 ຄົນ ແລະ ຜູ້ຊ່ຽວຊານດ້ານຂໍ້ມູນ ອີກ 1 ຄົນ.

ໃນປີ 1912 ເຮືອ Titanic ໜຶ່ງໃນເຮືອທີ່ຫຼູຫຼາ ແລະ ມີຂະໜາດໃຫຍ່ທີ່ສຸດໃນໂລກ ບັນທຸກຜູ້ໂດຍສານ 2.200 ຄົນ ອອກຈາກ ເຊົ້າແຮັມຕັນ ປະເທດ ອັງກິດ ໄປມະຫານະຄອນນິວຢອກ ປະເທດ ສະຫະລັດ ອາເມຣິກາ  ປະສົບກັບອຸບັດຕິເຫດ ຕຳເອົາກັບຖານນໍ້າກ້ອນ ເຮັດໃຫ້ເຮືອຂະໜາດໃຫຍ່ລຳນໍ້າອັບປາງລົງ ເປັນເຫດໃຫ້ມີຜູ້ເສຍຊີວິດສູງເຖິງ 1.500 ຄົນໃນເຫດການດັ່ງກ່າວ.

ສຳລັບຊາກເຮືອ Titanic ຖືກສຳຫຼວດຢ່າງກວ້າງຂວາງນັບຕັ້ງແຕ່ການຄົ້ນພົບຊາກເຮືອຄັ້ງທຳອິດ ໃນປີ 1985 ໂດຍເຮືອຈົມຢູ່ກ້ອງມະຫາສະໝຸດ ແອັດແລນຕິກ ດ້ວຍຄວາມເລິກ 3.800 ແມັດ ຢູ່ຫ່າງຈາກ ຊາຍຝັ່ງລັດ ນິວຟັນແລນ ປະເທດແຄນາດາ ປະມານ 600 ແມັດ.

ຂອບໃຈຂໍ້ມູນຈາກ: BBC, The Standard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/