ຄື້ນຄວາມຮ້ອນຍັງຄົງແຜ່ປົກຄຸມປະເທດອິນເດຍ ເຮັດໃຫ້ເສຍຊີວິດເກືອບ 100 ຄົນ


ຄື້ນຄວາມຮ້ອນແຜ່ປົກຄຸມໃນຫຼາຍພື້ນທີ່ຂອງປະເທດອິນເດຍ ທີ່ມີອຸນຫະພຸມສູງຂຶ້ນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 96 ຄົນ ພ້ອມມີຜູ້ປ່ວຍເຂົ້າໂຮງໝໍຫຼາຍກວ່າ 300 ຄົນ ທາງການຂອງປະເທດອິນເດຍ ອອກມາເຕືອນປະຊາຊົນຢູ່ແຕ່ໃນຮົ່ມ ຫ້າມອອກມາຕາກແດດຫາກບໍ່ຈຳເປັນ.

ເມື່ອວັນທີ 18 ມິຖຸນາ 2023 ສະຖານະການຄື້ນຄວາມຮ້ອນທີ່ແຜ່ປົກຄຸມຫຼາຍພື້ນທີ່ໃນປະເທດອິນເດຍ ກຳລັງກໍ່ເກີດຄວາມຮຸນແຮງ ຫຼ້າສຸດມີລາຍງານຕົວເລກຜູ້ເສຍຊີວິດຢ່າງໜ້ອຍ 96 ຄົນ ໃນລັດອຸດຕະຣະປະເທດ ທາງພາກເໜືອ ເຊິ່ງເປັນລັດທີ່ມີປະຊາກອນທີ່ໜາແໜ້ນທີ່ສຸດໂດຍມີປະຊາກອນປະມານ 200 ລ້ານຄົນ ແລະ ລັດພິຫານ ທາງຕາເວັນອອກຂອງປະເທດ.

ໂດຍທາງການໄດ້ປະກາດເຕືອນປະຊາຊົນທີ່ມີອາຍຸຫຼາຍກວ່າ 60 ປີ ແລະ ຜູ້ປ່ວຍທີ່ມີໂຣກປະຈຳຕ່າງໆ ໃຫ້ຢູ່ໃນບ່ອນຮົ່ມໃນຕອນກາງວັນ ເຊິ່ງອາດຈະມີການເຈັບປ່ວຍຮຸນແຮງເນື່ອງຈາກສະພາບອາກາດທີ່ຮ້ອນ ຫຼັງອຸນຫະພູມເພີ່ມຂຶ້ນສູງຮອດ 43 ອົງສາ ໃນສ່ວນສຳນັກງານອຸຕຸນິຍົມວິທະຍຸອິນເດຍ ໄດ້ກ່າວວ່າ ອຸນຫະພູມທົ່ວລັດອຸດຕະຣະປະເທດ ຍັງຢູ່ໃນລະດັບທີ່ສູງເກີນປົກກະຕິ ພ້ອມກັບອອກຄຳເຕືອນລະວັງຄື້ນຄວາມຮ້ອນທີ່ຄາດວ່າຈະຍັງຄົງຢູ່ຕໍ່ໄປຮອດວັນທີ 19 ມິຖຸນາ ໃນບາງພື້ນທີ່ຂອງລັດອຸດຕະຣະປະເທດ.

ໃນເດືອນ ເມສາ ຫາ ມິຖຸນາ ເປັນໄລຍະລະດູຮ້ອນທີ່ປະເທດອິນເດຍ ເປັນເວລາທີ່ຮ້ອນທີ່ສຸດຂອງປີ ກ່ອນທີ່ລະດູມໍລະສຸມພ້ອມຝົນຈະມາ ແລະ ເຮັດໃຫ້ອຸນຫະພູມລົດລົງ ແຕ່ໃນທົດສະວັດທີ່ຜ່ານມາ ອຸນຫະພູມຂອງປະເທດອິນເດຍ ເພີ່ມສູງຂຶ້ນຢ່າງເຫັນໄດ້ຊັດເຈນ ແລະ ໃນໄລຍະທີ່ເກີດຄື້ນຄວາມຮ້ອນ ໃນປະເທດອິນເດຍປະສົບບັນກາການຂາດແຄນນຳ້ຢ່າງຮຸນແຮງ ພ້ອມກັບສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າສິບລ້ານຄົນຈາກທັງໝົດກວ່າ 1,4 ພັນລ້ານຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/