ເກັ່ງໂພດບໍ່ຍຸຕິທຳ! ແຟນບານຫຼາຍຄົນຮ່ວມກັນລົງທະບຽນໃນແຄມເປນໂຫວດເອົາ Erling Haaland ອອກຈາກວົງການບານເຕະ ຍ້ອນເກັ່ງເກີນໄປ

Erling Haaland

ວິນາທີນີ້ ໃນວົງການບານເຕະ ຄືຈະບໍ່ມີໃຜຮ້ອນແຮງໄປກວ່າ ເອີລິ້ງ ຮາແລນ ກອງໜ້າ ຟອມແຮງຂອງ ແມນ ຊິຕີ້ ອີກແລ້ວ ເພາະດາວຍິງທີມຊາດ ນໍເວ ມີຟອມການຫຼິ້ນທີ່ເປັນຕາເຫຼືອເຊື່ອ ຈາກຜົນງານ ຍິງໄດ້ 20 ປະຕູ ກັບການລົງສະໜາມພຽງ 14 ນັດ ແລະ ເຮັດ Hattrick ໄດ້ 3 ຄັ້ງ ໄວທີ່ສຸດ ໃນປະຫວັດສາດ ພຣີເມຍລີກ ດ້ວຍຈຳນວນລົງສະໜາມພຽງ 8 ນັດເທົ່ານັ້ນ.

Erling Haaland

ຈົນຫຼ້າສຸດ ດ້ວຍຟອມ ແລະ ຜົນງານທີ່ຮ້ອນແຮງແບບນີ້ ເຮັດໃຫ້ແຟນບານຫຼາຍຄົນຮູ້ສຶກວ່າ ເອີລິ້ງ ຮາແລນ ປຽບເໝືອນ ສູດໂກງ ໃນເວລາທີ່ເຮົາຫຼິ້ນເກມເລີຍ ຈົນມີແຟນບານຄິດແຄມເປນ ຕະຫຼົກຂຶ້ນ ເທິງເວັບໄຊ change.org ໂດຍແຄມເປນທີ່ວ່ານັ້ນກໍຄື “ການລົງທະບຽນລາຍຊື່ ເພື່ອແບນ ເອີລິ້ງ ຮາແລນ ອອກຈາກວົງການບານຕະ ເພາະມັນບໍ່ຍຸຕິທຳ”.

Erling Haaland

ເຫດຜົນທີ່ວ່າເປັນຫຍັງ ແຟນບານຫຼາຍຄົນ ຂອງຫຼາຍທີມຈຶ່ງຮູ້ສຶກວ່າ ເອີລິ້ງ ຮາແລນ ປຽບເໝືອນຕົວໂກງໃນວົງການບານເຕະ ກໍຄົງຈະຍ້ອນວ່າ ດ້ວຍຮ່າງກາຍທີ່ສູງໃຫຍ່ ແຂງແຮງ ແຕ່ກັບມີຄວາມໄວ ມີຄວາມໄດ້ປຽບໃນການຫຼິ້ນບານກາງອາກາດ ແຕ່ກໍມີເທັກນິກທີ່ດີໃນການຫຼິ້ນບານກັບພື້ນ ໄດ້ເຊັ່ນດຽວກັນ ບວກກັບການຍິງປະຕູທີ່ຍິງໄດ້ທັງຕີນຊ້າຍຕີນຂວາ ແລະ ທີ່ສຳຄັນຄືທີ່ເຮົາຮູ້ກັນວ່ານັກເຕະຄົນນີ້ ມີທັດສະນະຄະຕິທີ່ມີຄວາມເປັນມືອາຊີບສຸດໆ ໃນການເປັນນັກເຕະອາຊີບ. ເອີ້ນໄດ້ວ່ານັກເຕະຄົນນີ້ ມີທຸກຢ່າງ ທີ່ນັກເຕະລະດັບໂລກຄົນໜຶ່ງຄວນຈະມີ.

ສຸດທ້າຍແລ້ວ ເຖິງແມ່ນວ່າ ແຄມເປນ ດັ່ງກ່າວຈະເປັນການຕັ້ງຂຶ້ນມາດ້ວຍຄວາມຕະຫຼົກເຮຮາ ແລະ ເກືອບຈະເປັນໄປບໍ່ໄດ້ເລີຍທີ່ຈະເກີດຂຶ້ນແທ້ ແຕ່ມັນກໍເປັນສິ່ງຢືນຢັນວ່າ ເອີລິ້ງ ຮາແລນນັ້ນ ພ້ອມແລ້ວທີ່ຈະສ້າງປະຫວັດສາດ ແລະ ກ້າວຂຶ້ນມາເປັນເບີ 1 ຂອງວົງການບານເຕະໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ