ຜູ້ໃຊ້ Apple Watch Series 7 ຄົນໜຶ່ງລະບຸວ່າໂມງຮ້ອນ ແລະ ລະເບີດອອກຈົນຕົນເອງໄດ້ໄປຫ້ອງສຸກເສີນ ທັ້ງໆທີ່ຢູ່ບ່ອນທີ່ມີອຸນຫະພູມ 21 ອົງສາ

Apple Watch Series 7

ການທີ່ເຮົາຢູ່ບ່ອນທີ່ມີອຸນຫະພູມຕໍ່າກໍບໍ່ໄດ້ແປວ່າເຄື່ອງມືຫຼືອຸປະກອນທີ່ເຮົາສວມໃສ່ຈະເຢັນໄປນຳ ເຊັ່ນດຽວກັນກັບກໍລະນີຂອງຜູ້ໃຊ້ Apple Watch Series 7 ຄົນໜຶ່ງລະບຸວ່າໂມງຮ້ອນ, ເກີດຮອຍແຕກແລະລະເບີດອອກຈົນຕົນເອງໄດ້ໄປຫ້ອງສຸກເສີນທັ້ງໆທີ່ຕົນສວມໃສ່ໂມງຢູ່ໃນເຮືອນທີ່ມີອຸນຫະພູມ 21 ອົງສາ.

Apple Watch Series 7

ຜູ້ໃຊ້ໂມງຮຸ່ນ Apple Watch Series 7 ຄົນນີ້ໄດ້ເປີດເຜີຍກັບເວັບໄຊ 9to5Mac (ເວັບໄຊທີ່ມັກຈະອັບເດດຂ່າວສານກ່ຽວກັບຜະຜະລິດຕະຂອງ Apple) ວ່າ Apple Watch ທີ່ຕົນໃສ່ເປັນປະຈໍາມີຄວາມຮ້ອນຜິດປົກກະຕິ ແລະໄດ້ສັງເກດເຫັນວ່າເບື້ອງຫຼັງຂອງໂມງມີຮອຍແຕກ. ຫຼັງຈາກນັ້ນ watchOS ແອັບໃນຕົວໂມງກໍຂຶ້ນແຈ້ງເຕືອນໃຫ້ປິດເຄື່ອງເນື່ອງຈາກອຸນຫະພູມສູງຂຶ້ນຫຼາຍ ທັ້ງໆທີ່ວ່າຜູ້ໃຊ້ຄົນນີ້ຢູ່ໃນເຮືອນທີ່ມີອຸນຫະພູມປະມານ 21 ອົງສາ.

Apple Watch Series 7

ຫຼັງຈາກນັ້ນ ຜູ້ໃຊ້ຈຶ່ງໄດ້ຕິດຕໍ່ໄປຍັງສູນຂອງ Apple ແລະ ໄດ້ຮັບພຽງຄໍາແນະນຳບໍ່ໃຫ້ສຳຜັດກັບອຸປະກອນຈົນກວ່າບໍລິສັດຈະຕິດຕໍ່ໄປ ແຕ່ວ່າມື້ຕໍ່ມາພົບວ່າ Apple Watch ໜ່ວຍນີ້ຮ້ອນຂຶ້ນອີກລະດັບ ແລະ ຄວາມຮ້ອນນັ້ນກໍເລີ່ມເຮັດໃຫ້ໜ້າຈໍສະແດງຜົນຂອງອຸປະກອນເສຍຫາຍ ກ່ອນທີ່ Apple Watch ຈະມີສຽງດັງແຕກ ແລະ ລະເບີດອອກໃນຂະນະທີ່ຜູ້ໃຊ້ຄົນນີ້ຈັບມັນຂຶ້ນມາເພື່ອຖ່າຍຮູບອັບເດດໃຫ້ກັບທາງສູນ Apple ຜູ້ໃຊ້ຈຶ່ງໄດ້ໂຍນມັນອອກໄປນອກປ່ອງຢ້ຽມ ພ້ອມນັ້ນມັນຍັງໄດ້ສ້າງຄວາມເສຍຫາຍໂດຍເສດສະເບີດຟົ້ງໄປໃສ່ໂຊຟາຈົນເກີດຮອຍໄໝ້.

Apple Watch Series 7

ຕໍ່ມາຜູ້ໃຊ້ຄົນນີ້ຈຶ່ງໄດ້ຮີບຮ້ອນໄປທີ່ຫ້ອງສຸກເສີນຂອງໂຮງໝໍແຫ່ງໜຶ່ງເນື່ອງຈາກກັງວົນວ່າ ສານກົ່ວທີ່ລະເບີດອອກຈາກ Apple Watch ຈະສານສ້າງຜິດໃຫ້ກັບຮ່າງກາຍ ຈາກນັ້ນຜູ້ໃຊ້ກໍຕິດຕໍ່ກັບໄປບໍລິສັດ Apple ກ່ຽວກັບເຫດການດັ່ງກ່າວ ທາງ Apple ກໍຕອບກັບມາວ່າຈະດໍາເນີນເລື່ອງຢ່າງເລັ່ງດ່ວນແລະຈະຕິດຕໍ່ກັບ.

Apple Watch Series 7

ແລະຜູ້ໃຊ້ບອກວ່າ Apple ຍັງບໍ່ມີການຕິດຕໍ່ກັບນອກຈາກມີພຽງການມາຮັບ Apple Watch ໜ່ວຍດັ່ງກ່າວເພື່ອນຳໄປກວດສອບຂໍ້ເທັດຈິງພ້ອມໃຫ້ຜູ້ໃຊ້ຄົນນີ້ເຊັນເອກະສານວ່າຈະບໍ່ເຜີຍແຜ່ເລື່ອງ ເຊິ່ງລາວປະຕິເສດ ແລະໄດ້ນຳເລື່ອງນີ້ມາເຜີຍແຜ່ກັບ 9to5Mac

ສາມາດເບິ່ງວິດີໂອຕອນທີ່ Apple Watch ເກີດຄວາມຮ້ອນໄດ້ທີ່: https://cutt.ly/HBiFSMz

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ