ເຈົ້າໜ້າທີ່ໄທລະບຸວ່າ ສົບຍິງສາວຖືກຂ້າຍັດກະເປົາຕິດຝັ່ງແມ່ນ້ຳຂອງແມ່ນຖືກຄາຕະກໍາມາຈາກຝັ່ງລາວ

ສົບຍິງສາວຖືກຂ້າຍັດກະເປົາ

ເມື່ອວັນທີ 28 ກັນຍາ 2022 ທີ່ຜ່ານມາ ໄດ້ເກີດເຫດທີ່ເຮັດໃຫ້ຫຼາຍຄົນເຝົ້າຕິດຕາມຢ່າງໃກ້ຊິດ ເນື່ອງຈາກກໍລະນີຂອງຍິງສາວຖືກຄາຕະກໍາຍັດກະເປົາເດີນທາງ ທີ່ໄປຕິດຢູ່ແຄມຝັ່ງແມ່ນ້ຳຂອງໃນເຂດເທສະບານຕໍາບົນທາດພະນົມ ເມືອງ ທາດພະນົມ ແຂວງທາດພະນົມ ປະເທດໄທ ໂດຍສົບດັ່ງກ່າວເປັນຍິງສາວອາຍຸປະມານ 25-30 ປີ ມີຄວາມສູງປະມານ 160 ຊັງຕີແມັດ, ຜິວຂາວ, ໃສ່ເສື້ອຜ້າແບຣນເນມ ຖືກຍັດກະເປົາໃນສະພາບນັ່ງກົ້ມໜ້າຂົດເຂົ່າ ບໍ່ພົບເຊືອກມັດມືຫຼືຕີນ ແຕ່ມີບາດແຜບໍລິເວນໃບໜ້າ ສະພາບສົບແມ່ນບວມຂຶ້ນອືດ ແລະ ບໍ່ສາມາດເບິ່ງຮູບປະພັນສັນຖານໄດ້.

ຫຼ້າສຸດມາຮອດວັນທີ 6 ຕຸລາ 2022 ພົນຕໍາຫຼວດເອກ ຖະຫວິນ ຄໍາເກດ ຜູ້ກໍາກັບຫ້ອງການຕໍາຫຼວດທາດພະນົມ ໄດ້ອອກມາເປີດເຜີຍຄວາມຄືບໜ້າຂອງຄະດີນີ້ ໂດຍເຜີຍວ່າ ຫຼັງຈາກທີ່ນຳສົບດັ່ງກ່າວໄປຊັນນະສູດທີ່ສະຖາບັນນິຕິເວດ ແຂວງຂອນແກ່ນ ແລະຜົນຊັນນະສູດກໍອອກມາແລ້ວວ່າ ຍິງສາວຜູ້ເສຍຊີວິດມີບາດແຜຖືກທຸບຕີດ້ວຍຂອງແຂງບໍລິເວນໃບໜ້າ ນອກຈາກນີຍັງມີຮ່ອງຮອຍຖືກຍິງດ້ວຍອາວຸດປືນບໍ່ຮູ້ຂະໜາດ ກະສຸນປືນບໍ່ຮູ້ຂະໜາດຢູ່ບໍລິເວນຫົວ 2 ນັດ ພ້ອມນັ້ນຈາກການສືບສວນສອບສວນໃນເຊີງເລິກກໍພົບວ່າ ຜູ້ເສຍຊີວິດຖືກຄາຕະກຳມາຈາກ ນະຄອນຫຼວງວຽງຈັນ ປະເທດລາວ ສ່ວນສາເຫດການຄາຕະກໍາຍັງບໍ່ຮູ້ທີ່ມາ ເນື່ອງຈາກທາງຕໍາຫຼວດໄທບໍ່ມີອໍານາດໃນການກວດສອບລະຫວ່າງປະເທດ ແລະຍັງຖ້າຜົນກວດຈາກ DNA ອີກຮອບ ທີ່ສົ່ງກວດຢ່າງລະອຽດທີ່ສະຖາບັນນິຕິເວດ ກທມ (ກຸງເທບມະຫານະຄອນ).

ຈາກການກວດສອບຂໍ້ມູນມີຄົນຈາກນະຄອນຫຼວງວຽງຈັນ ເຊິ່ງເປັນຄອບຄົວນັກທຸລະກິດ ໄດ້ຕິດຕໍ່ປະສານກັບທາງເຈົ້າໜ້າທີ່ ເພື່ອເດີນທາງມາກວດສອບຮູບປະພັນສັນຖານລວມເຖິງຜົນຊັນນະສູດສົບຜູ້ເສຍຊີວິດ ໂດຍທາງຍາດເຊື່ອວ່ານີ້ເປັນສົບຂອງຄົນໃນຄອບຄົວຕົນ ທີ່ເປັນຍິງຊາວລາວອາຍຸປະມານ 40 ປີ.

ທັງນີ້ ກໍຕ້ອງລໍຖ້າຜົນກວດ DNA ຈາກທາງເຈົ້າໜ້າທີ່ໄທວ່າສົບຍິງສາວດັ່ງກ່າວຈະແມ່ນຕາມທີ່ຄອບຄົວນັກທຸລະກິດຈາກນະຄອນຫຼວງວຽງຈັນລະບຸໄວ້ຫຼືບໍ່.

ທີ່ມາ:

https://cutt.ly/bBixEOr

https://cutt.ly/hBixPNw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ