ຮອງນາຍົກລັດຖະມົນຕີ ເພີ່ມຂະຫຍາຍມູນເຊື້ອຮັກຊາດ ມູນເຊື້ອຂະຫຍັນໝັ່ນພຽນ ຄວາມສາມັກຄີເດັດດ່ຽວເອກະພາບ ໃຫ້ແກ່ແຂວງໄຊຍະບູລີ

ຮອງນາຍົກລັດຖະມົນຕີ

ພາຍຫຼັງສໍາເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ, ໃນລະຫວ່າງວັນທີ 06-07 ຕຸລາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມກັບການນຳແຂວງບໍລິຄຳໄຊ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໃຫ້ການຕ້ອນຮັບ ແລະ ນຳພາຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ແລະ ຮ່ວມເຄື່ອນໄຫວເຮັດວຽກ.

ທ່ານ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານໃຫ້ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຊາບກ່ຽວກັບສະພາບພົ້ນເດັ່ນ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຂົ້າສູ່ວຽກງານຕົວຈິງ ເຮັດໃຫ້ທົ່ວສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພໂດຍພື້ນຖານ ອັນໄດ້ສ້າງສະພາບແວດລ້ອມອັນດີ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາແຂວງ ເຊິ່ງໄລຍະ 9 ເດືອນຜ່ານມາ ສາມາດຈັດເກັບລາຍຮັບໄດ້ທັງໝົດ 375,44 ຕື້ກີບ, ເທົ່າກັບ 46,50% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍໄດ້ 300,39 ຕື້ກີບ, ເທົ່າກັບ 70,28% ຂອງແຜນການປີ; ໄດ້ຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ເຊິ່ງໄດ້ສູ້ຊົນຜະລິດເຂົ້າໄດ້ 40.509 ເຮັກຕາ, ນາແຊງ ປະຕິບັດໄດ້ 1.806 ເຮັກຕາ; ການບໍລິໂພກຊີ້ນ, ປາ, ໄຂ່ ສາມາດປະຕິບັດໄດ້ 43,26 ກິໂລ/ຄົນ.

ສໍາລັບການເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ ໃຫ້ກາຍເປັນເສດຖະກິດປາຍແຫຼມ ແຂວງກໍໄດ້ໝູນໃຊ້ຈຸດພິເສດທາງດ້ານທີ່ຕັ້ງ ເພື່ອນໍາໃຊ້ທ່າແຮງທາງດ້ານກະສິກຳ ຕິດພັນກັບອຸດສາຫະກຳປຸງແຕ່ງ; ທ່າແຮງທາງດ້ານຂຸດຄົ້ນແຮ່ທາດ; ທ່າແຮງທາງດ້ານການເຊື່ອມໂຍງ- ເຊື່ອມຈອດ ແລະ ການຂົນສົ່ງ; ຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ (SME) ແລະ ຈຸນລະວິສາຫະກິດ (MSME) ໃຫ້ມີຄວາມເຂັ້ມແຂງ; ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ ໄດ້ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີການປັບປຸງດີຂຶ້ນເທື່ອລະກ້າວ. ປັດຈຸບັນ ທົ່ວແຂວງ ມີບ້ານພົ້ນທຸກ 260 ບ້ານ, ກວມ 91,54%, ຄອບຄົວພັດທະນາມີ 1.715 ຄອບຄົວ ລື່ນແຜນ 820 ຄອບຄົວ (ແຜນປີ 895 ຄອບຄົວ), ຄອບຄົວພັດທະນາມີ 49.705 ຄອບຄົວ, ກວມ 86,19%, ສ້າງບ້ານພັດທະນາໄດ້ 9 ບ້ານ ເທົ່າກັບ 90% ຂອງແຜນປີ, ບ້ານພັດທະນາມີ 226 ບ້ານ, ເທົ່າກັບ 79,57%; ຊ່ວຍເຫຼືອບັນເທົາທຸກຄອບຄົວອະນາຖາໄດ້ 13 ຄອບຄົວ, ຍັງມີເມືອງທຸກຍາກ 02 ເມືອງ, ຍັງມີຄອບຄົວອະນາຖາ 102 ຄອບຄົວ; ໃນສະພາບທີ່ແຂວງ ຍັງມີຄວາມຫຍຸ້ງຍາກໃນການແກ້ໄຂບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ຄະນະພັກ-ຄະນະນໍາຂອງແຂວງ ກໍຍັງໄດ້ມີແນວຄິດປະດິດສ້າງ ເພື່ອແກ້ໄຂບັນຫາຕ່າງໆໃຫ້ລົດລົງເປັນກ້າວໆ ໂດຍໄດ້ສືບຕໍ່ຫັນເປັນວຽກຈຸດສຸມ ແລະ ຍຸດທະສາດໃນການແກ້ໄຂບັນຫາ 4 ເຖື່ອນ (ຄົນເຖື່ອນ, ລົດເຖື່ອນ, ອາວຸດເຖື່ອນ ແລະ ສິນຄ້າເຖື່ອນ) ແລະ ໄດ້ສຳມະນາວິທະຍາສາດ 9 ຫົວຂໍ້ທີ່ພົວພັນເຖິງຄວາມບໍ່ສະຫງົບເຊັ່ນ:

ຮອງນາຍົກລັດຖະມົນຕີ
  1. ວຽກງານ ປກຊ-ປກສ
  2. ປັບປຸງອຳນາດການປົກຄອງບ້ານໃຫ້ມີຄວາມເຂັ້ມແຂງ
  3. ການແກ້ໄຂຄວາມທຸກຍາກ
  4. ບັນຫາທີ່ດິນ
  5. ບັນຫາຢາເສບຕິດ
  6. ບັນຫາສາສະໜາ
  7. ອຸບັດຕິເຫດຕາມທ້ອງຖະໜົນ
  8. ການຕັ້ງສະນ້ຳ
  9. ການຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ ຫຼື ຊີງຕົວປະກັນ

ພ້ອມດຽວກັນນີ້, ແຂວງກໍໄດ້ນຳໃຊ້ກຳລັງແຮງເພື່ອປຸກລະດົມທົ່ວສັງຄົມ ມີສ່ວນຮ່ວມ ໃນການປະກອບສ່ວນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍສັງຄົມ ກໍໄດ້ເອົາໃຈໃສ່ຊອກຫາແຫຼ່ງທຶນ ແລະ ປຸກລະດົມກຳລັງແຮງ ທັງພາກລັດ ແລະ ເອກະຊົນ ເຂົ້າໃນການພັດທະນາສັງຄົມ ຊ່ວຍເຫຼືອຜູ້ດ້ອຍໂອກາດ, ຜູ້ປະສົບໄພ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້ອມແປງ-ກໍ່ສ້າງ ແລະ ສະໜອງອຸປະກອນການຮຽນ, ອຸປະກອນການແພດຕ້ານໂຄວິດ-19, ຊ່ວຍເຫຼືອການປຸກເຮືອນສາຍໃຈຕອບບຸນແທນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ ແລະ ອື່ນໆ ໃນ 9 ເດືອນ ຜ່ານມາ ລວມເປັນມູນຄ່າ 111 ລ້ານກວ່າກີບ ແລະ 3.000 ໂດລາ. ສໍາລັບການສະເຫຼີມສະຫຼອງ 2 ວັນປະຫວັດສາດ ສອງຊາດ ລາວ- ຫວຽດນາມ ໄດ້ສ້າງແຜນການເຄື່ອນໄຫວ ແລະ ເຂົ້າຮ່ວມແລກປ່ຽນບັນດາກິດຈະກໍາຕ່າງໆປິ່ນອ້ອມ ລວມທັງ ການສະເໜີຂໍການຍ້ອງຍໍລະດັບສູນກາງ ແລະ ການຍ້ອງຍໍລະດັບທ້ອງຖິ່ນໃຫ້ກົມກອງ, ບຸກຄົນ ຜູ້ມີຜົນງານດີເດັ່ນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສ້າງສາພັດທະນາ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມຂອງສອງປະເທດ.

ຮອງນາຍົກລັດຖະມົນຕີ

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນໍາ ຕໍ່ການນໍາຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມຂອງອໍານາດການປົກຄອງແຂວງ ແລະ ທຸກພາກສ່ວນສັງຄົມພາຍໃນແຂວງ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຈົນໄດ້ມີຜົນສໍາເລັດຫຼາຍດ້ານ ແລະ ມີອັນພົ້ນເດັ່ນ ຕະຫຼອດໃນໄລຍະຜ່ານມາ. ອັນສຳຄັນ ທ່ານໄດ້ມີຄໍາເຫັນຊີ້ນໍາພະນັກງານຫຼັກແຫຼ່ງ ຂອງແຂວງ ເອົາໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ພະນັກ ງານ-ລັດຖະກອນ ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດຄວາມຮັກຊາດ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມີຄວາມສາມັກຄີ ເປັນປຶກແຜ່ນ ແລະ ເດັດດ່ຽວເອກະພາບ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ; ຍົກສູງສະຕິລະວັງຕົວ ຕ້ານປາກົດການທີ່ບໍ່ຖືກຕ້ອງ; ມີສະຕິຕໍ່ອິດທິກໍາລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆຢ່າງມີສະຕິ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດຂອງແຂວງ ເປັນຕົ້ນແມ່ນ ການສ້າງຄວາມເຂັ້ມແຂງ ໃນການເກັບລາຍຮັບ ແລະ ອັດການຮົ່ວໄຫຼຂອງງົບປະມານ ໃຫ້ມີປະສິດທິຜົນ ຕາມທິດປະຢັດ ໂດຍສະເພາະ ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີີີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານຂອງລັດ, ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ດໍາລັດ ວ່າດ້ວຍລົດຂອງລັດ; ແກ້ໄຂບັນຫານຳເຂົ້າ ແລະ ນຳໃຊ້ພາຫະນະທີ່ບໍ່ຖືກຕ້ອງ ແລະ ເອົາໃຈໃສ່ການປະຕິບັດບັນດານິຕິກໍາລຸ່ມກົດໝາຍທີີີ່ກ່ຽວຂ້ອງໃຫ້ເຂັ້ມງວດ, ເປັນຮູບປະທໍາຫຼາຍຂຶ້ນ; ເອົາໃຈໃສ່ແກ້ໄຂບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ເປັນສາເຫດເກີດປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໂດຍມີມາດຕະການແກ້ໄຂຢ່າງເດັດຂາດ ແລະ ສອດຄ່ອງຕາມກົດໝາຍກ່ຽວຂ້ອງ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ການປູກ-ການລ້ຽງ) ທີ່ປະຊາຊົນແຕ່ລະທ້ອງຖິ່ນມີທ່າແຮງ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ສາມາດຄໍ້າປະກັນສະບຽງອາ ຫານ, ທົດແທນການນຳເຂົ້າ ຄຽງຄູ່ກັບການປຸງແຕ່ງໃຫ້ກາຍເປັນຜະລິດຕະພັນສົ່ງອອກ; ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອສືບຕໍ່ກວດກາ ແລະ ປັບປຸງປະສິດທິຜົນໂຄງການລົງທຶນຂອງລັດໃຫ້ມີປະສິດທິຜົນດີຂຶ້ນ ເພື່ອແກ້ໄຂຄວາມທຸກຍາກເປັນບູລິມະສິດ; ສືບຕໍ່ປັບປຸງ ແລະ ພັດທະນາ ວຽກງານທີ່ຕິດພັນກັບການທ່ອງທ່ຽວ ເປັນຕົ້ນ ພື້ນຖານໂຄງລ່າງຕ່າງໆ, ການບໍລິການ ບົນພື້ນຖານ ສາມາດດຶງດູດນັກທ່ອງທ່ຽວໃຫ້ຫຼາຍ, ຮັບປະກັນຄວາມສະດວກ, ປອດໄພ ແລະ ສ້າງຄວາມປະທັບໃຈ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດກິດຈະກຳ ສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງສອງຊາດ ລາວ- ຫວຽດນາມ ໃຫ້ມີເນື້ອໃນເລິກເຊິ່ງຮອບດ້ານ, ເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.

ໃນໄລຍະການເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມຊຸກຍູ້ ກຸ່ມພັດທະນາທົ່ງແສນ ເມືອງຄໍາເກີດ; ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຢູ່ເມືອງປາກຊັນ. ພ້ອມດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບທຶນສົມທົບຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນ ກອງທຶນພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກ ຂອງກຸ່ມພັດທະນາທົ່ງແສນ, ເມືອງຄໍາເກີດ ແລະ ແຂວງ ຕື່ມອີກ.

ຂອບໃຈຂໍ້ມູນຈາກ:

https://cutt.ly/3BsP0b

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ