ເມື່ອຄົນໃກ້ຕົວເປັນໂຣກຊຶມເສົ້າ ເຮົາຄວນປະຕິບັດຕົວແນວໃດ?

ໂຣກຊຶມເສົ້າ

ໂຣກຊຶມເສົ້າຍັງຄົງເປັນບັນຫາທີ່ຫຼາຍຄົນບອກວ່າບໍ່ເຄີຍເຂົ້າໃຈ ອອກຂ່າວມາເທື່ອໃດກໍຈະມີຄົນທີ່ຮັບໄດ້ ແລະ ບໍ່ໄດ້ ແລ້ວທຸກຄົນເຄີຍຄິດບໍ່ວ່າຖ້າມື້ໜຶ່ງໝູ່ສະໜິດ ຫຼື ແຟນຂອງເຮົາເປັນໂຣກຊຶມເສົ້າຂຶ້ນມາ ເຮົາຈະເຮັດແນວໃດ? ຕ້ອງເອົາຕົວອອກຫ່າງບໍ່ ຫຼື ເຮົາຕ້ອງປະຕິບັດຕົວແນວໃດ?

ໂຣກຊຶມເສົ້າ


ຖ້າຫາກມີສະຖານະການດັ່ງກ່າວ ສິ່ງທີ່ເຮົາຄວນປະຕິບັດແມ່ນ:

1. ບໍ່ຕ້ອງເອົາໃຈ ແຕ່ເຮັດຕົວຕາມສະບາຍກໍພໍ
ເຫັນໝູ່ຊຶມໆເສົ້າໆ ເຮົາບໍ່ຕ້ອງເຖິງກັບເຂົ້າໄປອອຍ, ເອົາໃຈ ຫຼື ເຮັດຫຍັງທີ່ເປັນພິເສດກໍໄດ້, ຍິ່ງຕາມໃຈ ຄົນທີ່ບໍ່ເຂົ້າໃຈກໍອາດຈະຂັດໃຈໄດ້ ໝູ່ເຮົາຈະຍິ່ງຮູ້ສຶກບໍ່ດີເຂົ້າໄປອີກ. ສິ່ງທີ່ດີທີ່ສຸດຄື: ຢ່າເຮັດຄືໝູ່ເປັນຄົນປ່ວຍ ເພາະໝູ່ຈະຮູ້ສຶກວ່າຕົນເອງອ່ອນແອ ແລະ ເປັນພາລະຄົນອື່ນ, ຄວນເຮັດຕົວຕາມປົກກະຕິຈະດີກວ່າ.

ໂຣກຊຶມເສົ້າ



2. ກົດດັນໄປກໍບໍ່ຊ່ວຍຫຍັງ
ເມື່ອຮູ້ວ່າໝູ່ເປັນໂຣກຊຶມເສົ້າ ຫຼາຍຄົນເລີຍຢາກເຂົ້າມາຊ່ວຍ ດ້ວຍການເຈົ້າກີ້ເຈົ້າການ, ມາບອກວ່າຕ້ອງເຮັດແບບນັ້ນ ຕ້ອງເຮັດແບບນີ້, ໄປພົບຈິດຕະແພດ, ຕ້ອງບອກໃຫ້ພໍ່ແມ່ຮູ້ເດີ… ແບບນີ້ຫ້າມເຮັດ ເຮົາຈະຕັດສິນເຂົາແບບນັ້ນບໍ່ໄດ້ ມັນຈະຍິ່ງໄປກົດດັນ ແລະ ຈະເຮັດໃຫ້ຮູ້ສຶກອຶດອັດໄປລ້າໆ ເພາະຂະໜາດຄົນທົ່ວໄປບໍ່ໄດ້ຊຶມເສົ້າຍັງຮູ້ສຶກບໍ່ມັກ, ລອງປ່ຽນຈາກບັງຄັບໃຫ້ເຮັດສິ່ງຕ່າງໆມາເປັນນັ່ງລົງຂ້າງໆ, ຮັບຟັງສິ່ງທີ່ລາວເວົ້າ ແລ້ວຢູ່ເປັນໝູ່ລາວໃນເວລາທີ່ອ່ອນແອກໍພໍແລ້ວ.

ໂຣກຊຶມເສົ້າ



3. ເວົ້າແຮງໆໄປກໍບໍ່ມີປະໂຫຍດ
ຫຼີກເວັ້ນຄໍາເວົ້າສຽດສີ ຫຼື ຄໍາເວົ້າທີ່ເຮັດໃຫ້ເຂົາຮູ້ສຶກບໍ່ດີ ແລະ ບໍ່ມີຄ່າເຊັ່ນ: ເລື່ອງສ່ຳນີ້ໜຶ່ງ, ດຽວກໍເຊົາຢ່າຄິດຫຼາຍ, ຂ້າຕົວຕາຍມັນບາບ, ເຮັດຫຍັງໃຫ້ຄິດຮອດພໍ່ແມ່ແດ່່ ຫຼື ການທີ່ຫຼາຍຄົນຄິດວ່າການເວົ້າຈາແຮງໆໃສ່ເປັນການກະຕຸ້ນເຕືອນສະຕິລາວໄດ້ ທີ່ຈິງບໍ່ແມ່ນ ອາດຈະເຮັດໃຫ້ອາການໜັກເຂົ້າໄປຕື່ມ. ລອງປ່ຽນມາເປັນຄໍາເວົ້າທີ່ເຮັດໃຫ້ເຂົາຮູ້ສຶກວ່າເຮົາເຂົ້າໃຈເຂົາດີກວ່າເຊັ່ນ: ມີຫຍັງລອງລົມກັນໄດ້, ເຮົາຢູ່ບ່ອນນີ້ ພ້ອມຍາມໃດເລົ່າມາໄດ້ສະເໝີຈະຖ້າຮັບຟັງເດີ ແບບນີ້ດີກວ່າ.

ໂຣກຊຶມເສົ້າ


4. ຢ່າຕັດສິນແທນໃຜ ເພາະບໍ່ມີວັນເຂົ້າໃຈຈຸດນັ້ນ
ຫຼາຍຄົນບໍ່ເຂົ້າໃຈ ເປັນຫຍັງໝູ່ຄືຮູ້ສຶກບໍ່ດີກັບອີ່ຫຍັງເລັກໆນ້ອຍໆ, ເສົ້າກັບອີ່ຫຍັງທີ່ບໍ່ເຂົ້າທ່າ. ແຕ່ສໍາລັບໝູ່ທີ່ເປັນພາວະຊຶມເສົ້າກໍບໍ່ແປກເລີຍທີ່ຈະຄິດ ແລະ ຕັດສິນໃຈທີ່ບໍ່ຄືຄົນອື່ນ. ອະທິບາຍງ່າຍໆ ກໍຄືກັບຄົນທີ່ເປັນພູມແພ້ ພຽງແຕ່ສໍາຜັດອາກາດເຢັນໜ້ອຍດຽວກໍໄອ, ຈາມ, ອາການໜັກກວ່າຄົນທົ່ວໄປແລ້ວ ຄືກັນກັບຄົນທີ່ເປັນໂຣກຊຶມເສົ້າ; ເລື່ອງດຽວກັນ ຄົນທົ່ວໄປກໍຄິດແບບໜຶ່ງ ໃນຂະນະທີ່ຄົນເປັນໂຣກຊຶມເສົ້າກໍຈະຄິດອີກແບບ. ເພາະສະນັ້ນ, ຢ່າເອົາຕົນເອງໄປຕັດສິນບັນຫາແທນໃຜ ມີແຕ່ຊ່ວຍຄິດ ຫຼື ແນະນໍາແນວທາງໃຫ້ເຂົາເຫັນທາງອອກໄປພ້ອມກັບເຮົາ ຫຼື ບາງຄັ້ງມີແຕ່ຮັບຟັງແລ້ວຕົບບ່າເບົາໆ, ກອດເຂົາໂດຍບໍ່ຕ້ອງເວົ້າຫຍັງກໍໄດ້ ພຽງເທົ່ານີ້ກໍເຂົ້າໃຈກັນແລ້ວ.

ໂຣກຊຶມເສົ້າ



✨ ຮູ້ບໍ່? ໂຣກນີ້ປິ່ນປົວໄດ້ ແຕ່ຢ່າໃຈຮ້ອນ
ສໍາລັບໝູ່ທີ່ກໍາລັງປິ່ນປົວ ກໍຢ່າຟ້າວຮີບຮ້ອນວ່າຫາຈິດຕະແພດແລ້ວຈະເຊົາເລີຍ, ກິນຢາແລ້ວຕ້ອງດີຂຶ້ນ ເພາະມັນຕ້ອງໃຊ້ເວລາ, ບໍ່ຕ້ອງໃຈຮ້າຍວ່າເປັນຫຍັງບໍ່ເຊົາຈັກເທື່ອ ເພາະຖ້າໄດ້ຮັບການ ປິ່ນປົວຢ່າງຖືກວິທີແລ້ວ ມັນກໍຈະຄ່ອຍໆດີຂຶ້ນເອງ.

ທ້າຍນີ້ wecare ແລະ Lao X ຂໍເປັນພະລັງໃຈນ້ອຍໆໃຫ້ກັບທຸກຄົນທີ່ກຳລັງປະເຊີນກັບພາວະຊຶມເສົ້າ ຫຼື ໂຣກຊຶມເສົ້າຢູ່ ຢາກໃຫ້ຮູ້ວ່າທ່ານບໍ່ໄດ້ປະເຊີນກັບມັນພຽງຄົນດຽວ ຫາກມື້ໃດທີ່ທ່ານຮູ້ສຶກບໍ່ໄຫວ ຈິດໃຈອ່ອນແອ ຍັງມີພວກເຮົາທີ່ພ້ອມຈະໂອບກອດທ່ານສະເໝີ.

ສະໜັບສະໜູນໂດຍ: wecare ຈິດທີ່ດີເລີ່ມຈາກການຮັບຟັງ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ