ຮ່າງກົດໝາຍໃໝ່ຈາກ Florida ວ່າດ້ວຍການຫ້າມສອນກ່ຽວກັບປະເດັນ LGBTQ+ ໃນຊັ້ນຮຽນອະນຸບານ – ປະຖົມສຶກສາ


ເຖິງວ່າໃນປັດຈຸບັນນີ້ກະແສການສະໜັບສະໜູນ ແລະ ການຍອມຮັບຄວາມຫຼາກຫຼາຍທາງເພດຂອງຊາວ LGBTQ+ ໃນສະຫະລັດອາເມຣິກາຈະມີອັດຕາເພີ່ມຂຶ້ນຫຼາຍ ຈົນເອີ້ນໄດ້ວ່າມັນກາຍເປັນເລື່ອງປົກກະຕິໃນສັງຄົມໄປແລ້ວ.

ແຕ່ເຖິງຈະເປັນແບບນັ້ນກໍບໍ່ໄດ້ໝາຍຄວາມວ່າທຸກພື້ນທີ່ຂອງອາເມຣິກາຈະເຫັນດີກັບຄວາມຫຼາກຫຼາຍ ເພາະເມື່ອບໍ່ດົນມານີ້ລັດ Florida ກຳລັງຈະມີກົດໝາຍໃໝ່ ວ່າດ້ວຍການຫ້າມສອນປະເດັນ LGBTQ+ ໃນຊັ້ນຮຽນ ອະນຸບານ – ປະຖົມສຶກສາ.

ເມື່ອວັນທີ 8 ທີ່ຜ່ານມາ ວຸດທິສະພາຂອງລັດ Florida ຂອງສະຫະລັດອາເມຣິກາໄດ້ລົງມະຕິເຫັນດີກັບຮ່າງກົດໝາຍທີ່ເອີ້ນວ່າ ‘Parental Rights in Education’ ຫຼື ເອີ້ນກັນວ່າ ຮ່າງກົດໝາຍ ‘Don’t Say Gay’ (ຢ່າເວົ້າເຖິງເກ) ເຊິ່ງເປັນກົດໝາຍທີ່ຈະຫ້າມບໍ່ໃຫ້ມີການສອນກ່ຽວກັບປະເດັນ LGBTQ+ ໃນໂຮງຮຽນ ເຊິ່ງໃນຂະນະນີ້ ເຫຼືອຂັ້ນຕອນພຽງການລົງນາມໂດຍເຈົ້າຄອງນະຄອນຂອງລັດ ຣອນ ເດີຊານຕິສ (Ron DeSantis) ຈາກພັກຣີພັບລິກັນ(Republican) ເທົ່ານັ້ນ ແລະ ຄາດວ່າລາວໜ້າຈະຕັດສິນໃຈລົງນາມເຫັນດີນຳກົດໝາຍນີ້ດ້ວຍເຊັ່ນກັນ.

ສຳລັບກົດໝາຍດັ່ງກ່າວ ແມ່ນລະບຸບໍ່ໃຫ້ໂຮງຮຽນໃນລັດ Floridaສອນກ່ຽວກັບປະເດັນຣົດສະນິຍົມທາງເພດຕັ້ງແຕ່ຊັ້ນອະນຸບານໄປຈົນຮອດ Grade 3 ຫຼື ທຽບເທົ່າໄດ້ກັບ ຊັ້ນ ປ.3 ໃນບ້ານເຮົາ. ຂະນະທີ່ໃນຊັ້ນຮຽນທີ່ໃຫຍ່ກວ່າຈະຕ້ອງສອນເນື້ອຫາທີ່ ”ເໝາະສົມກັບອາຍຸ” ແລະ ຫາກພົບວ່າຜູ້ປົກຄອງມີການລະເມີດ ກໍສາມາດຟ້ອງຮ້ອງເຂດພື້ນທີ່ການສຶກສາໄດ້.

ຢ່າງໃດກໍຕາມ ສຳລັບກົດໝາຍນີ້ ບໍ່ໄດ້ຫ້າມຄູຫຼືນັກຮຽນໂອ້ລົມກ່ຽວກັບປະເດັນທາງເພດ, ​ຜູ້ສະໜັບສະໜູນກົດໝາຍນີ້ຈາກພັກຣີພັບລິກັນບອກວ່າ ຈະເປັນການຫ້າມກຳນົດບົດຮຽນໃນຫຼັກສູດຢ່າງເປັນທາງການເທົ່ານັ້ນ. ຣອນ ເດີຊານຕິສ ໃຫ້ສຳພາດວ່າ “ເຮົາຈະເຮັດໃຫ້ໝັ້ນໃຈວ່າ ຜູ້ປົກຄອງສາມາດສົ່ງລູກມາຮຽນອະນຸບານໂດຍບໍ່ຕ້ອງມີການປູກຝັງເລື່ອງພວກນີ້ໃນຫຼັກສູດຂອງໂຮງຮຽນ”.

ຕັ້ງແຕ່ຮ່າງກົດໝາຍດັ່ງກ່າວໄດ້ເລີ່ມປາກົດຕົວອອກມາ ກໍມີສຽງວິພາກວິຈານເປັນຈຳນວນຫຼາຍຢູ່ແລ້ວ ທັງຈາກນັກຮຽນ, ນັກເຄື່ອນໄຫວ LGBTQ+ ລວມໄປຮອດຜູ້ແທນຈາກພັກຄູ່ແຂ່ງຢ່າງພັກເດໂມແຄຣດ (Democrat).

ທິນາ ໂພລສະກີ (Tina Polsky) ວຸດທິສະມາຊິກຂອງລັດ Florida ຈາກພັກເດໂມແຄຣດ ລະບຸວ່າ “ສິ່ງທີ່ເຮົາຈຳເປັນຕ້ອງມີແທ້ໆ ຄືການສອນກ່ຽວກັບຄວາມອົດທົນອົດກັ້ນການເອົາໃຈໃສ່, ການຮັກແພງ, ບໍ່ເລືອກປະຕິບັດ ແລະບໍ່ໃຊ້ອະຄະຕິ ບອກຂ້ອຍແດ່ວ່າກົດໝາຍນີ້ຈະສອນສິ່ງເຫຼົານີ້ໄດ້ແນວໃດ”.

ທາງດ້ານ ເຊຟຣິນ ໂຈນສ໌ (Shevrin Jones) ວຸດທິສະພາຈາກພັກເດໂມແຄຣດ ທີ່ໄດ້ປະກາດຕົນເອງວ່າເປັນເກຄົນທຳອິດຢ່າງເປີດເຜີຍໃນວຸດທິສະພາຂອງລັດ Florida ກໍບອກວ່າ “ຂ້ອຍເຊື່ອວ່ານີ້ເປັນມົນທິນອີກຄັ້ງໃນປະຫວັດສາດຂອງ Florida”.

ໂດຍກ່ອນໜ້ານີ້ ນັກຮຽນຈາກຫຼາຍໂຮງຮຽນໃນ Florida ໄດ້ອອກມາປະທ້ວງກົດໝາຍສະບັບນີ້ ໂດຍມີການນັດລວມຕົວກັນໃນຫ້ອງຄະນະກຳມາທິການ ພິຈາລະນາຮ່າງ ລວມເຖິງທີ່ປະຊຸມສະພາຂອງລັດ ພ້ອມກັບຖືປ້າຍເພື່ອສະແດງວ່າບໍ່ເຫັນດີນຳ ແລະ ປະສານສຽງອອກມາອອກວ່າ “We say gay!” ຫຼື “ເຮົາຈະເວົ້າເຖິງເກ” ເພື່ອເປັນການຕໍ່ຕ້ານກັບຮ່າງກົດໝາຍສະບັບນີ້ ທີ່ຈຳກັດສິດທິທີ່ນັກຮຽນຄວນໄດ້ຮຽນຮູ້ກັບ LGBTQ+.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/