ອິດທິພົນຂອງ Bitcoin ຕໍ່ໂລກ ທີ່ເປັນຫຼາຍກວ່າສະກຸນເງິນດິຈິຕອລ ຕະຫຼອດ 13 ປີມານີ້


ນາທີນີ້ຄົງບໍ່ມີໃຜທີ່ບໍ່ຮູ້ຈັກສະກຸນເງິນດິຈິຕອລຢ່າງ Bitcoin ເຊິ່ງໄດ້ກາຍເປັນສະກຸນເງິນທີ່ໄດ້ຮັບຄວາມໜ້າສົນໃຈໄປທົ່ວໂລກໃນໄລຍະ 2-3 ປີທີ່ຜ່ານມາ. ແຕ່ອິດທິພົນເຫຼົ່ານີ້ບໍ່ໄດ້ເກີດມາພຽງປີສອງປີເທົ່ານັ້ນ ເພາະອິດທິພົນຂອງ Bitcoin ນັ້ນມັນໄດ້ເກີດຂຶ້ນຢູ່ທົ່ວໂລກໃນຕະຫຼອດ 13 ປີແລ້ວນັບຕັ້ງແຕ່ມັນໄດ້ເກີດມາ.

Bitcoin ແມ່ນສະກຸນເງິນດິຈິຕອລແບບເຂົ້າລະຫັດ ເຊິ່ງໜຶ່ງໃນສະກຸນເງິນຂອງ Cryptocurrency ທີ່ແລ່ນຢູ່ເທິງລະບົບທີ່ເອີ້ນວ່າ Blockchain ໂດຍສະກຸນເຫຼົ່ານີ້ຈະບໍ່ສາມາດດັດແປງ ຫຼື ແກ້ໄຂມັນໄດ້ ແລະ ມັນ ຍັງບໍ່ມີຄົນກາງ ຫຼື ລັດຖະບານປະເທດໃດເປັນຜູ້ຄວບຄຸມ ເຊິ່ງນັ້ນເອງກໍເຮັດໃຫ້ມັນກາຍເປັນທີ່ສົນໃຈຂອງຄົນຫຼາຍໆຄົນ. ນັບຕັ້ງແຕ່ປີ 2008 ທີ່ເງິນ Bitcoin ນີ້ໄດ້ກຳເນີດຂຶ້ນມາ ຈົນເຖິງປັດຈຸບັນປີ 2022 ກໍເດີນທາງມາເປັນເວລາ 13 ປີແລ້້ວ. ໃນເສັ້ນທາງທີ່ແສນຍາວນານນີ້, ມັນໄດ້ເກີດການປ່ຽນແປງ ຫຼື ມີຜົນກະທົບແນວໃດແດ່ຈາກ Bitcoin ລະຫວ່າງທາງຕະຫຼອດ 13 ປີນີ້? ລອງມາໄລ່ເບິ່ງກັນຕັ້ງແຕ່ຈຸດເລີ່ມຕົ້ນ.

ປີ 2008 ຄືປີທີ່ທຸກຢ່າງເລີ່ມເກີດຂຶ້ນ, ເມື່ອມີບຸກຄົນທີ່ໃຊ້ນາມແຝງວ່າ “ຊາໂຕຊິ ນາກາໂມໂຕ” ໄດ້ສ້າງສະກຸນດິຈິຕອລຂຶ້ນມາໃນເທິງລະບົບ Blockchain. ໃນຕອນທຳອິດນັ້ນ, Bitcoin ຖືວ່າບໍ່ມີມູນຄ່າເລີຍ ໂດຍຕອນນັ້ນມັນມີລາຄາທຳອິດຢູ່ທີ່ 0 ໂດລາ.

ແຕ່ໃນປີຕໍ່ມາກໍຄື 2010, ທີ່ໄດ້ເລີ່ມມີການປ່ຽນແປງຂຶ້ນ ເມື່ອລາຄາຂອງມັນໄດ້ຂຶ້ນມາຢູ່ທີ່ 0.09 ໂດລາ ເຊິ່ງກໍມີກຸ່ມຄົນບາງກຸ່ມທີ່ເປັນສາຍໄອທີ ໄດ້ເລີ່ມໃຊ້ມັນແລກປ່ຽນກັນແທນເງິນໂດລາ ຈົນ Bitcoin ໄດ້ເລີ່ມຂະຫຍາຍເປັນວົງກວ້າງ ເຮັດໃຫ້ລາຄາມັນເຕີບໃຫຍ່ຂຶ້ນກວ່າ 300 ເທົ່າ ຈາກ 0.10 ໂດລາ ເປັນ 30 ໂດລາ ໃນປີ 2011. ໃນປີ 2010 ຍັງມີເລື່ອງລາວໃນຕຳນານເກີດຂຶ້ນອີກເລື່ອງໜຶ່ງ ກໍຄືມີຜູ້ຖືເງິນ Bitcoin ທີ່ຕ້ອງການຈະມອບເງິນຈຳນວນ 10,000 Bitcoin ໃຫ້ໃຜກໍໄດ້ທີ່ຊື້ Pizza ໃຫ້ລາວເປັນການແລກປ່ຽນ ແລະ ທຸກມື້ນີ້ 10,000 Bitcoin ນັ້ນແມ່ນມີມູນຄ່າບໍ່ຕ່ຳກວ່າ 300 ລ້ານໂດລາສະຫະລັດໄປແລ້ວ ເຊິ່ງກໍຖືເປັນເລື່ອງລາວທີ່ເກີດຂຶ້ນຈິງ ແລະ ເລົ່າຕໍ່ກັນມາຈົນເຖິງທຸກວັນນີ້.

ກ້າວມາເຖິງປີ 2012, Bitcoin ຍັງໄດ້ເຮັດໃຫ້ເກີດມີທຸລະກິດ Startup ແຫ່ງໜຶ່ງຂຶ້ນມາ ເພື່ອເປັນບໍລິການກະເປົາເງິນດິຈິຕອລໃຫ້ກັບສະກຸນເງິນດິຈິຕອລຕ່າງໆ ລວມທັງ Bitcoin ເອງ. ປັດຈຸບັນ, ບໍລິສັດນັ້ນແມ່ນບໍລິສັດທີ່ເຮົາຮູ້ຈັກກັນໃນນາມ Coinbase ທີ່ເປັນ Platform ຊື້-ຂາຍເງິນດິຈິຕອລທີ່ໃຫຍ່ເປັນອັນດັບຕົ້ນໆຂອງໂລກນັ້ນເອງ. ປີ 2012 ຍັງຖືເປັນປີທີ່ມີຄວາມສຳຄັນ ເມື່ອລາຄາຂອງ Bitcoin ໄດ້ສູງຂຶ້ນຫຼາຍ ຈົນມີມູນຄ່າຕະຫຼາດທັງໝົດເຖິງ 1 ພັນລ້ານໂດລາສະຫະລັດ ແລະ ເລີ່ມເປັນທີ່ສົນໃຈໃຫ້ກັບວົງການໄອທີ ແລະ ກຸ່ມນັກລົງທຶນບາງກຸ່ມຫຼາຍຂຶ້ນອີກນຳ.

ແຕ່ໂຊກຂອງ Bitcoin ກໍບໍ່ແມ່ນມີແຕ່ເລື່ອງດີໆສະເໝີໄປ, ເມື່ອເງິນດິຈິຕອລນີ້ເລີ່ມມີຊື່ສຽງ ກໍຍ່ອມເກີດມີຄົນທີ່ບໍ່ຫວັງດີທີ່ຢາກທຳລາຍມັນ. ໂດຍໃນປີ 2013 ນັ້ນ, ຕະຫຼາດຊື້-ຂາຍແລກປ່ຽນ Bitcoin ທີ່ໃຫຍ່ທີ່ສຸດໄດ້ຖືກແຮັກ ແລະ ສົ່ງຜົນໃຫ້ລາຄານັ້ນລົງຢ່າງຮຸນແຮງ ລວມທັງເຮັດໃຫ້ຕະຫຼາດເງິນດິຈິຕອລບໍ່ຟົດຟື້ນໄປກວ່າ 2 ປີ.

ກ້າວມາເຖິງປີ 2016 ທີ່ເປັນການເລີີ່ມເດີນທາງຂອງ Bitcoin ຢ່າງຈິງຈັງ, ເມື່ອຜູ້ຊົງອິດທິພົນທັງຫຼາຍໄດ້ຮ່ວມມືກັນເພື່ອທີ່ຊຸກຍູ້ ແລະ ພັດທະນາເງິນສະກຸນນີ້ໃຫ້ກາຍເປັນສະກຸນເງິນທີ່ໃຊ້ໄດ້ທົ່ວໄປ. Bitcoin ໄດ້ເລີ່ມຂະຫຍາຍໄປຍັງທົ່ວທະວີບ, ທຸກໆມຸມຂອງໂລກ ເຊິ່ງກໍມີທັງປະເທດທີ່ເປີດຮັບ ແລະ ບໍ່ຮັບຮອງໃນຕົວສະກຸນເງິນນີ້. ແຕ່ຖ້າເວົ້າຂ່າວໃຫຍ່ໃນໄລຍະນັ້ນ ກໍຄົງຈະເປັນປີ 2017, ເມື່ອປະເທດຍີ່ປຸ່ນທີ່ມີເສດຖະກິດໃຫຍ່ເປັນອັນດັບຕົ້ນໆຂອງໂລກ ໄດ້ປະກາດໃຫ້ Bitcoin ນັ້ນຖືກກົດໝາຍ ແລະ ສາມາດນຳໃຊ້ຊື້ຂາຍ-ແລກປ່ຽນກັນໄດ້ ສົ່ງຜົນໃຫ້ລາຄາຂອງ Bitcoin ນັ້ນຂຶ້ນສູງເປັນປະຫວັດສາດໃນເວລານັ້ນເລີຍ.

ການຂຶ້ນສູງຂອງລາຄາ Bitcoin ກໍຢູ່ໄດ້ບໍ່ດົນ, ພໍຮອດປີ 2018 ກໍເລີ່ມມີຂ່າວບໍ່ດີຫຼາຍອັນທີ່ໂຈມຕີ Bitcoin ລວມທັງການເກີດຂຶ້ນຂອງ Cryptocurrency ຫຼາຍໆສະກຸນ ໂດຍສະເພາະການມາແຮງຂອງສະກຸນເງິນຢ່າງ Ethereum ທີ່ມີເທັກໂນໂລຢີທີ່ດີກວ່າ ແລະ ຄຸນສົມບັດຕ່າງ, ເຮັດໃຫ້ຄວາມນິຍົມຂອງ Bitcoin ຕົກຕ່ຳຫຼາຍຕັ້ງແຕ່ປີ 2018–2019. ແຕ່ໃນປີ 2020 ນັ້ນ ກໍເລີ່ມເປັນປີທີ່ການຮັບຮູ້ຂອງ Bitcoin ນັ້ນມີຫຼາຍຂຶ້ນ ແລະ ລາຄາຂອງມັນກໍໄດ້ແລ່ນກັບຂຶ້ນມາຄືນເພື່ອເປັນສະກຸນເງິນດິຈິຕອລອັນດັບໜຶ່ງຂອງໂລກອີກຄັ້ງ.

ມາເຖິງປັດຈຸບັນປີ 2022, ກໍເປັນເວລາຮ່ວມ 13 ປີແລ້ວທີ່ Bitcoin ໄດ້ເດີນທາງມາ, ເຮົາຈະເຫັນໄດ້ວ່າມີທັງເຫດການທີ່ດີ ແລະ ບໍ່ດີປົນເປກັນໄປໃນເສັ້ນທາງຂອງມັນ. ຈົນມາເຖິງຕອນນີ້, Bitcoin ກໍຍັງຄົງເປັນຕົວພິສູດໄດ້ວ່າ ເຖິງໂລກຈະປ່ຽນໄປເທົ່າໃດ ແຕ່ສັກກະຍະພາບຂອງສະກຸນເງິນຕົວນີ້ກໍມີແຕ່ຍິ່ງເປັນທີ່ຮັບຮູ້ໃຫ້ຄົນທົ່ວໂລກໄດ້ເຫັນຫຼາຍຂຶ້ນ ແລະ ມູນຄ່າຂອງມັນກໍຍິ່ງເພີ່ມຂຶ້ນເລື້ອຍໆ ເຊິ່ງກໍບໍ່ແນ່ວ່າໃນອະນາຄົດນັ້ນ, Bitcoin ອາດຈະກາຍມາເປັນສະກຸນເງິນໃນການແລກປ່ຽນ-ຊື້ຂາຍ ອັນດັບຕົ້ນໆຂອງໂລກເລີຍກໍໄດ້.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/