“Thraw” ສິລະປະການເຕັ້ນເທິງນ້ຳກ້ອນທີ່ກຳລັງລະລາຍ ເພື່ອສົ່ງສານຫາຊາວໂລກ ໃຫ້ຄຳນຶງເຖິງບັນຫາການປ່ຽນແປງສະພາບພູມອາກາດ


ໃນທົດສະວັດທີ່ຜ່ານມາ ບັນຫາການປ່ຽນແປງສະພາບພູມອາກາດໄດ້ກາຍມາເປັນໜຶ່ງໃນບັນຫາທີ່ໃຫຍ່ ແລະ ຮີບດ່ວນທີ່ສຸດຂອງສິ່ງແວດລ້ອມ, ດັ່ງທີ່ການສະແດງສິລະປະການເຕັ້ນຂອງ ນັກສະແດງຈາກບໍລິສັດການສະແດງ Legs On The Wall ນະຄອນຊິດນີ ປະເທດອອສເຕຣເລຍ ໃນງານ 2022 Sydney Festival ທີ່ສະແດງໃຫ້ເຫັນເຖິງການລະລາຍຂອງແຜ່ນນ້ຳກ້ອນ ສະທ້ອນໄປເຖິງບັນຫາສະພາບພູມອາກາດທີ່ກຳລັງເກີດຂຶ້ນທົ່ວໂລກ.

ການສະແດງດັ່ງກ່າວຊື່ວ່າ `Thraw` ເຊິ່ງມີນັກສະແດງ 3 ຄົນ Vicki Van Hout, Jenni Large ແລະ Isabel Estrella ໝຸນວຽນກັນຂຶ້ນໄປເຕັ້ນເທິງນ້ຳກ້ອນຄົນລະ 3 ຊົ່ວໂມງ ເທິງນ້ຳກ້ອນໜັກ 2.7 ໂຕນ ທີ່ກຳລັງລະລາຍເທື່ອລະໜ້ອຍ ຖືກແຂວນໄວ້ທາງເທິງອ່າວຊິດນີ, ເຊິ່ງນັກສະແດງແຕ່ລະຄົນມີເຊືອກສະລິງຜູກໄວ້ກັບຕົວເພື່ອຄວາມປອດໄພ. ພາຍໃນໜຶ່ງມື້ ເປີດສະແດງ 9 ຊົ່ວໂມງ ຕິດຕໍ່ກັນ 3 ມື້ ຈົນນ້ຳກ້ອນລະລາຍໄປ.

ນ້ຳກ້ອນທີ່ໃຊ້ໃນການສະແດງ ແມ່ນທີມງານສ້າງຂຶ້ນເອງ ແຕ່ພິເສດແມ່ນນ້ຳທີ່ໃຊ້ເປັນນ້ຳຈາກມະຫາສະໝຸດອາກຕິກ, ແມ່ພິມທີ່ໃຊ້ມີມູນຄ່າເກືອບ 3 ແສນໂດລາ ໃຊ້ເວລາເຮັດເຖິງ 10 ມື້ ໃຫ້ນ້ຳແຂງຕົວເປັນນ້ຳກ້ອນ, ນ້ຳກ້ອນທີ່ໃຊ້ມີທັງໝົດ 4 ກ້ອນ ໃຊ້ຝຶກຊ້ອມ 3 ກ້ອນ ແລະ ໃຊ້ໃນການສະແດງແທ້ 1 ກ້ອນ, ໃຊ້ເວລາກະກຽມ ແລະ ຝຶກຊ້ອມການສະແດງມາຕັ້ງແຕ່ເດືອນພະຈິກ ປີ 2021.

ແຮງບັນດານໃຈຂອງການສະແດງຄັ້ງນີ້ແມ່ນເຫດການໄຟປ່າຄັ້ງໃຫຍ່ຂອງອອສເຕຣເລຍໃນຕົ້ນປີ 2020 ເຮັດໃຫ້ຜູ້ອຳນວຍການຝ່າຍສິນຂອງ Legs On The Wall ຢາກອອກມາເຮັດຫຍັງຈັກຢ່າງ ເພື່ອໃຫ້ເກີດການຖົກຖຽງກ່ຽວກັບບັນຫາໂລກຮ້ອນ ເຮັດໃຫ້ຜູ້ຄົນຫັນມາຄຳນຶງເຖິງຄວາມສຳຄັນຂອງມັນ, ພວກເຂົາເລີຍເກີດຄວາມຄິດເອົາສິ່ງທີ່ກົງກັນຂ້າມກັບໄຟມາໃຊ້ ນັ້ນກໍຄືນ້ຳນັ້ນເອງ.

ຖືວ່າເປັນການສະແດງທີ່ສວຍງາມ ແລະ ມີຄວາມໝາຍເລິກເຊິ່ງ ເພື່ອສື່ສານໃຫ້ຊາວໂລກໄດ້ເຫັນວ່າ ເຮົາຕ້ອງລົງມືຢ່າງຈິງຈັງເພື່ອແກ້ໄຂບັນຫາສະພາບພູມອາກາດທີ່ກຳລັງໂຫດຮ້າຍຂຶ້ນນັບມື້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/