ປີນີ້ໄດ້ຈັດແທ້! ງານກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ


ຄະນະນຳກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ຄະນະນໍາແຂວງຊຽງຂວາງ ຈັດກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມໃຫ້ແກ່ການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ໂດຍທີ່ປະຊຸມຕົກລົງເຫັນດີຮັບຮອງເອົາຫຼາຍບັນຫາ ລວມທັງການກໍານົດພິທີເປີດ-ປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI (ມື້ເປີດວັນທີ 13 ທັນວາ 2022 ແລະ ມື້ປິດ ວັນທີ 22 ທັນວາ 2022), ເຫັນດີໃຫ້ຈັດງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III ແລະ ເຫັນດີໃຫ້ໂຈະການເຄື່ອນໄຫວກິດຈະກຳເຍົາວະຊົນທັນວາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ເພື່ອຮັກສາສຸຂະພາບລູກຫຼານຂອງເຍົາວະຊົນ ແລະ ຫຼີກເວັ້ນການຕິດເຊື້ອພະຍາດໂຄວິດ-19.

ກອງປະຊຸມຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 7 ມີນາ 2022 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ພາຍໃຕ້ການເປັນປະທານຂອງ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກຳມະການຮັບຜິດຊອບຝ່າຍຕ່າງໆ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຈາກຂັ້ນສູນກາງ ແລະ ຂັ້ນແຂວງຢ່າງພ້ອມພຽງ.

ໃນກອງປະຊຸມຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ເອກະພາບກັນຕໍ່ກັບໜ້າວຽກທີ່ສໍາຄັນທີ່ຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເປັນຮູບປະທໍາ ເປັນຕົ້ນແມ່ນ ໄດ້ຮັບຮອງເອົາຮ່າງວາລະກະກຽມກອງປະຊຸມຄະນະລະດັບຊາດ ຄັ້ງທີ V, ເນື້ອໃນ ແລະ ເປົ້າໝາຍແຂກເຂົ້າຮ່ວມ ແນໃສ່ອາທິດທີ IV ຂອງເດືອນມີນາ 2022 ຫຼື ອາທິດທີ I ຂອງເດືອນເມສາ  2022, ກໍານົດພິທີເປີດ-ປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI (ມື້ເປີດວັນທີ 13 ທັນວາ 2022 ແລະ ມື້ປິດ ວັນທີ 22 ທັນວາ 2022)

ຮູບແບບການຈັດການແຂ່ງຂັນກິລາແຕ່ລະປະເພດແບ່ງອອກເປັນ 5 ໝວດ ໂດຍເລີ່ມຕົ້ນການແຂ່ງຂັນແຕ່ຕົ້ນເດືອນພະຈິກ ຫາ ທ້າຍເດືອນທັນວາ 2022 ແລະ ຈັດການແຂ່ງຂັນບາງປະເພດກິລາ ໃນໄລຍະທີ່ເປີດ-ປິດ ໃນງານດັ່ງກ່າວ; ເຫັນດີໃຫ້ຈັດງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III ໂດຍມອບໝາຍໃຫ້ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຮີບຮ້ອນປັບປຸງແຜນເຄື່ອນໄຫວໃຫ້ທັນຕາມກໍານົດເວລາ; ເຫັນດີໃຫ້ໂຈະການເຄື່ອນໄຫວກິດຈະກຳເຍົາວະຊົນທັນວາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ເພື່ອຮັກສາສຸຂະພາບລູກຫຼານຂອງເຍົາວະຊົນ ແລະ ຫຼີກເວັ້ນການຕິດເຊື້ອພະຍາດໂຄວິດ-19; ເຫັນດີປັບປຸງບາງກໍາມະການ ແລະ ອະນຸກໍາມະການຝ່າຍຕ່າງໆຄືນໃໝ່ ຕາມຄວາມເໝາະສົມ; ເຫັນດີປັບປຸງແຜນການເຄື່ອນໄຫວ ແລະ ແຜນດໍາເນີນງານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຄືນ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ; ຄະນະກໍາມະການຝ່າຍຕ່າງໆຮີບຮ້ອນຈັດສັນງົບປະມານຮັບໃຊ້ຄືນໃໝ່ ເພື່ອໃຫ້ແທດເໝາະກັບໜ້າວຽກທີ່ຈໍາເປັນ ບົນພື້ນຖານການປະຢັດ-ມັດທະຍັດ.

ພ້ອມດຽວກັນນັ້ນ, ກໍາມະການຝ່າຍຕ່າງໆໃຫ້ສືບຕໍ່ປັບປຸງແຜນວຽກ, ແຜນງົບປະມານຂອງຕົນຮັບຜິດຊອບໃຫ້ສໍາເລັດພາຍໃນອາທິດທີ III ຂອງເດືອນມີນາ 2022 ນີ້, ນອກນັ້ນຍັງມີໜ້າວຽກອື່ນໆທີ່ປິ່ນອ້ອມທີ່ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຍົກຂຶ້ນມາປຶກສາຫາລື ເພື່ອເປັນແນວທາງໃຫ້ແກ່ການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ດຳເນີນໄປຢ່າງຄ່ອງຕົວ ແລະ ຮັບປະກັນຜົນສໍາເລັດ.

ຂອບໃຈຂໍ້ມູນຈາກ: https://bit.ly/3MPwmub

ຮູບພາບຈາກ:

Oley Spv (ສອນໄຊ ພົງສະຫວັດ)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/