ຊາຍຜູ້ປ່ວຍໂຣກຫົວໃຈຄົນທຳອິດຂອງໂລກ ທີ່ໃຊ້ຫົວໃຈໝູໃນການປູກຖ່າຍ ໄດ້ເສຍຊີວິດລົງແລ້ວຫຼັງຈາກຜ່າຕັດໄດ້ 2 ເດືອນ


ກ່ອນໜ້າໄດ້ມີລາຍງານຄວາມສຳເລັດທາງການແພດວ່າ ເດວິດ ເບັນເນັດ (David Bennett) ຊາຍຊາວສະຫະລັດອາເມຣິກາ ໄດ້ກາຍເປັນຜູ້ປ່ວຍຄົນທຳອິດຂອງໂລກທີ່ໄດ້ຮັບການຜ່າຕັດຫົວໃຈໂດຍໃຊ້ຫົວໃຈໝູປູກຖ່າຍແທນ (ສາມາດ ອ່ານເພີ່ມຕື່ມໄດ້ທີ່: https://cutt.ly/SAHzUID )

ຫຼ້າສຸດທາງຄະນະແພດຈາກໂຮງໝໍແມຣິແລນ ໃນເມືອງບັລຕິມໍ ຂອງສະຫະລັດອາເມຣິກາ ໄດ້ຖະແຫຼງວ່າ ເດວິດ ເບັນເນັດ ຊາຍອາຍຸ 57 ປີທີ່ເປັນຜູ້ປ່ວຍເປັນໂຣກຫົວໃຈໄລຍະສຸດທ້າຍ ແລະ ໄດ້ຮັບການຜ່າຕັດປູກຖ່າຍຫົວໃຈໝູເມື່ອວັນທີ 7 ມັງກອນ 2022 ທີ່ຜ່ານມາ ແມ່ນໄດ້ເສຍຊີວິດລົງແລ້ວໃນວັນທີ 8 ມີນາ ຫຼັງຈາກທີ່ສະພາບຮ່າງກາຍຊຸດໂຊມໃນຮອບຫຼາຍມື້ທີ່ຜ່ານມາ.

ເດວິດ ໄດ້ຮັບການຜ່າຕັດເມື່ອວັນທີ 7 ມັງກອນ 2022 ເຊິ່ງຄວາມສໍາເລັດໃນຄັ້ງນັ້ນໄດ້ສ້າງຄວາມຫວັງໃນການປູກຖ່າຍອະໄວຍະວະຈາກສັດໃຫ້ມະນຸດ ເພື່ອແກ້ບັນຫາການຖ້າຮັບບໍລິຈາກອະໄວຍະວະ ເຊິ່ງມັນບໍ່ພຽງພໍຕໍ່ຄວາມຕ້ອງການຂອງຜູ້ປ່ວຍ ໂດຍໃນຄັ້ງນັ້ນ ຄະນະແພດໃຊ້ເວລາ 7 ຊົ່ວໂມງໃນການປູກຖ່າຍຫົວໃຈໝູໃຫ້ ເດວິດ. ຫຼັງຈາກການຜ່າຕັດຜ່ານໄປ 3 ມື້ ຜູ້ປ່ວຍແມ່ນຍັງມີອາການປົກກະຕິດີ ແຕ່ໃນທີ່ສຸດລາວກໍເສຍຊີວິດພາຍໃນໄລຍະ 2 ເດືອນເທົ່ານັ້ນ.

ທາງໂຮງໝໍລະບຸວ່າ ຮ່າງກາຍຂອງ ເດວິດ ແມ່ນຊຸດໂຊມລົງເລື້ອຍໆ ແລະ ເບິ່ງຄືວ່າສະພາບຮ່າງກາຍຂອງລາວຈະບໍ່ສາມາດກັບຄືນມາເປັນແບບປົກກະຕິໄດ້ອີກແລ້ວ. ໃນໄລຍະສຸດທ້າຍຂອງຊີວິດ ເດວິດ ຍັງສາມາດຮັບຮູ້ ແລະ ເວົ້າຈາໄດ້ເປັນປົກກະຕິ.

ຢ່າງໃດກໍຕາມ ເດວິດ ນັບວ່າເປັນມະນຸດຄົນທຳອິດຂອງໂລກທີ່ໄດ້ຮັບການປູກຖ່າຍຫົວໃຈຈາກໝູທີ່ຜ່ານການຕັດຕໍ່ກຳມະພັນ ທ່າມກາງຄວາມຫວັງວ່າ ໃນອະນາຄົດພາຍພາກໜ້າຂອງມະນຸດອາດຈະສາມາດ ໃຊ້ອະໄວຍະວະຂອງສັດມາຊ່ວຍຊີວິດຄົນໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/