ຮູ້ແລ້ວບໍ່? ໃນກິລາບານເຕະ ນອກຈາກໃບເຫຼືອງແລະ ໃບແດງແລ້ວ ກຳມະການຍັງສາມາດໃຫ້ ໃບຂາວ ໄດ້ອີກພ້ອມ!

ກິລາບານເຕະ

ນັບຕັ້ງແຕ່ປີ 1970 ເປັນຕົ້ນມາ ຈົນຮອດປັດຈຸບັນ ແຟນບານຂອງກິລາບານເຕະ ຄົງຈະຄຸ້ນເຄີຍກັບກົດການໃຫ້ ໃບເຫຼືອງ ແລະ ໃບແດງຂອງກຳມະການ ທີ່ເປັນການລົງໂທດນັກເຕະເມື່ອກະທຳຜິດໃນສະໜາມ. ແຕ່ເມື່ອບໍດົນມານີ້ ທຸກຄົນຮູ້ຫຼືບໍ່ວ່າໃນວົງການບານເຕະ ຍັງມີການໃຫ້ໃບຂາວຂອງກຳມະການນຳອີກ ແລະ ໄດ້ມີການນຳໃຊ້ໃບທຳອິດເປັນທີ່ຮຽບຮ້ອຍແລ້ວ.

ໂດຍຈຸດປະສົງຂອງໃບຂາວກໍຄືສະຫະພັນກິລາບານເຕະສາກົນ ຫຼື FIFA ຢາກໃຫ້ວົງການບານເຕະ ປັບປຸງເລື່ອງ ຈັນຍາບັນ ແລະ ສິນທຳໄປໃນທິດທາງທີ່ດີຂຶ້ນ.

ກິລາບານເຕະ

ເຊິ່ງເກມນັດທຳອິດ ທີ່ມີການໃຫ້ໃບຂາວກໍຄືເກມຂອງເມື່ອຄໍ່າຄືນທີ່ຜ່ານມາ ໃນເກມການແຂ່ງຂັນບານເຕະຍິງ ຂອງລີກ ໂປຕຸເກດ ເຊິ່ງເປັນເກມການພົບກັນລະຫວ່າງ ສະປອດຕິ້ງ ລິສບອນ ພົບກັບ ເບັນຟິກາ. ໂດຍເປັນການແຈກໃບຂາວ ເພື່ອຊົມເຊີຍ ທີມງານແພດສະໜາມ ທີ່ແລ່ນລົງໄປໃຫ້ການຊ່ວຍເຫຼືອກັບແຟນບານທີ່ເຂົ້າມາເບິ່ງການແຂ່ງຂັນ ທີ່ມີອາການບໍ່ດີ.

ກິລາບານເຕະ

ເຫດການດັ່ງກ່າວໄດ້ໄດ້ກາຍເປັນທີ່ເວົ້າເຖິງໃນວົງການບານເຕະກັນຢ່າງກວ້າງຂວາງວ່າ ການກະທຳຂອງທີມແພດນັ້ນເປັນທີ່ໜ້າຍ້ອງຍໍ ແຕ່ການໃຫ້ໃບຂາວຂອງກຳມະການນັ້ນ ແມ່ນມີຄວາມຈຳເປັນແທ້ຫຼືບໍ່. ໂດຍບັນຊີຜູ້ໃຊ້ Twitter ຫຼາຍທ່ານກໍໄດ້ສະແດງຄຳຄິດເຫັນໄປໃນທາງທີ່ບໍ່ເຫັນດີນຳການໃຫ້ໃບຂາວ ເພາະເບິ່ງວ່າເປັນສິ່ງທີ່ບໍ່ຈຳເປັນ ແລະ ເປັນການສິ້ນເປືອງເວລາໄປລ້າໆ.

ແຕ່ຢ່າງໃດກໍຕາມ ເຫດການນີ້ຖືເປັນຄັ້ງທຳອິດ ແລະ ການໃຫ້ໃບຂາວນັ້ນຍັງຖືເປັນສິ່ງທີ່ໃໝ່ກັບວົງການບານເຕະ ເຊິ່ງເມື່ອມີການຕັ້ງຄຳຖາມແບບນີ້ແລ້ວ ກໍໜ້າສົນໃຈວ່າໃບຂາວຈະຖືກນຳມາໃຊ້ຕໍ່ໄປຫຼືບໍ່ ຫຼື ທາງ FIFA ຈະພິຈາລະນາເລື່ອງນີ້ໄປໃນທິດທາງແນວໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/