ເອີ້ນຂ້ອຍວ່າທ່ານໝໍ! ChatGPT ສອບເສັງຜ່ານມາດຕະຖານໃບອະນຸຍາດທາງການແພດຂອງສະຫະລັດອາເມຣິກາ

ChatGPT

ເອີ້ນໄດ້ວ່າຮ້ອນແຮງກັນຕໍ່ເນື່ອງກັບ ເທັກໂນໂລຢີ AI ຫຼືປັນຍາປະດິດ ທີ່ມີຊື່ວ່າ ChatGPT ທີ່ສ້າງທັງປະໂຫຍດ ແລະ ຄວາມກັງວົນໃຫ້ກັບມະນຸດ ເພາະຫຼ້າສຸດ ChatGPT ສອບເສັງຜ່ານມາດຕະຖານໃບອະນຸຍາດທາງການແພດ (USMLE) ຂອງປະເທດສະຫະລັດ ອາເມຣິກາ ເປັນທີ່ຮຽບຮ້ອຍແລ້ວ.

ChatGPT

ໂດຍການທົດສອບຄັ້ງນີ້ ເປັນການທົດລອງໃຫ້ ChatGPT ເຮັດແບບທົກສອບວັດລະດັບຄວາມຮູ້ທາງການແພດ US Medical Licensing Exam” ທັງ 3 ລະດັບ ສຳລັບຄົນທີ່ຢາກປະກອບອາຊີບທາງການແພດລະດັບສາກົນ.

ເຊິ່ງການທົດສອບຄັ້ງນີ້ຈະບໍ່ມີການສອນ ຫຼື ປ້ອນຂໍ້ມູນໃດໆໃຫ້ກັບ ChatGPT ກ່ອນແຕ່ຢ່າງໃດ ໂດຍຜົນປາກົດວ່າ ChatGPT ສາມາດຜ່ານການທົດສອບ ທັງ 3 ລະດັບ ດ້ວຍຄະແນນທີ່ເກີນກວ່າ 50% ໄດ້ສໍາເລັດ.

ເຖິງແມ່ນວ່າເກນການຕັດສິນຄະແນນວ່າຈະຜ່ານ ຫຼື ບໍ່ຜ່ານ ແມ່ນຈະປ່ຽນໄປໃນແຕ່ລະປີ ແຕ່ໂດຍສະເລ່ຍແລ້ວຜົນຄະແນນຂອງຜູ້ທີ່ຜ່ານການທົດສອບນີ້ ຈະຢູ່ທີ່ 50-60% ເຊິ່ງຢູ່ໃນລະດັບດຽວກັນກັບທີ່ ChatGPT ສາມາດເຮັດໄດ້.

ChatGPT

ເລື່ອງນີ້ໜ້າສົນໃຈບ່ອນທີ່ວ່າໃນອະນາຄົດ ການບົ່ງມະຕິພະຍາດຂອງເຮົາອາດຈະບໍ່ຕ້ອງເພິ່ງພາໝໍທີ່ເປັນມະນຸດສະເໝີໄປ ເຊິ່ງອາດຈະເຮັດໃຫ້ ຕົ້ນທຶນໃນການເຂົ້າເຖິງການແພດ ແລະ ການບໍລິການທາງດ້ານສຸຂະພາບນັ້ນລົດລົງ ແລະ ມີຄວາມສະດວກສະບາຍຂຶ້ນ ກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:​

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/