ຮູ້ຫຼືບໍ່? ເປືອກຂອງຖົ່ວໂກໂກ້ສາມາດນຳມາປ່ຽນເປັນປຸ໋ຍເພື່ອແກ້ໄຂການປ່ຽນແປງຂອງສະພາບອາກາດໄດ້


ໂຮງງານຜະລິດດິນຈີ່ແດງ ໃນເມືອງທ່າເຮືອ Hamburg ຂອງເຢຍລະມັນ ສາມາດປ່ຽນເປືອກຂອງຖົ່ວໂກໂກ້ໃຫ້ກາຍເປັນຝຸ່ນສີດຳທີ່ສາມາດຕໍ່ຕ້ານກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍຖ່ານນີ້ມີຊື່ວ່າ biochar ເຊິ່ງຜະລິດໂດຍການໃຫ້ຄວາມຮ້ອນແກ່ເປືອກໂກໂກ້ທີ່ຢູ່ໃນຫ້ອງທີ່ປາສະຈາກອັອກຊີເຈນຈົນຮອດອຸນຫະພູມທີ່ 600 ອົງສາ.

ຜູ້ຊ່ຽວຊານກ່າວວ່າ ຂະບວນການດັ່ງກ່າວສາມາດກັກເກັບກ໊າສເຮືອນແກ້ວ ໂດຍໃຊ້ຜົງຝຸ່ນສີດຳເຫຼົ່ານັ້ນມາເປັນປຸ໋ຍ ຫຼື ເປັນສ່ວນປະສົມໃນການຜະລິດ “Green Concrete”

Peik Stenlund CEO ຂອງ Circular Carbon ກ່າວວ່າ “ພວກ​ເຮົາ​ກຳ​ລັງ​ຫັນ​ປ່ຽນ​ຮອບ​ວຽນຂອງ​ຄາ​ບອນໄດອັອກໄຊ, ເຊິ່ງຖ້າຫາກເປືອກຂອງຖົ່ວໂກໂກ້ສາມາດກຳຈັດໄດ້ຕາມປົກກະຕິ ຄາບອນໄດອັອກໄຊທີ່ຢູ່ພາຍໃນຈະຖືກປ່ອຍອອກໄປສູ່ຊັ້ນໃນຂະນະທີ່ກຳລັງຍ່ອຍສະຫຼາຍ”. David Houben ນັກວິທະຍາສາດສິ່ງແວດລ້ອມຂອງສະຖາບັນ UniLaSalle ກ່າວເສີມວ່າ ດ້ວຍຂະບວນການນີ້ ກ໊າສຄາບອນໄດອັອກໄຊຈະຖືກກັກເກັບໃນໄວ້ໃນ biochar ແທນ, ເຊິ່ງ biochar 1 ໂຕນສາມາດກັກເກັບຄາບອນໄດອັອກໄຊໄດ້ເຖິງ 2,5 ຫາ 3 ໂຕນ.

ອີງ​ຕາມ​ການລາຍງານຂອງຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຂອງສະຫະປະຊາຊາດ (IPCC) ຖ່ານ biochar ອາດຖືກນຳມາໃຊ້ເພື່ອດັກຈັບກ໊າສຄາບອນໄດອັອກໄຊຈຳນວນ 2,6 ຕື້ ຈາກ 40 ຕື້ metric ທີ່ມະນຸດສ້າງຂຶ້ນໃນແຕ່ລະປີ.

ທີ່ມາ

https://cutt.ly/qwejQnZo

https://cutt.ly/kwejRg3o

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/