ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາເງິນເຟີ້ຢ່າງເຄັ່ງຮ້ອນຮີບດ່ວນ


ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ 2023 ນີ້, ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາາງດ້ານເສດຖະກິດ-ການເງິນ ທີ່ສະເໜີໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໂດຍສະເໜີໃຫ້ລັດຖະບານ ເອົາໃຈໃສ່ຮີບຮ້ອນ ໃນການແກ້ໄຂບັນຫາເງິນເຟີ້ ດ້ວຍການຄົ້ນຄວ້າ ແລະ ປະຕິບັດລະບົບມາດຕະການທີ່ຄົບຊຸດ ໃຫ້ເປັນຮູບປະທຳ.

ທ່ານ ລີເບີ ລີບົວປາວ ຢ້ຳອີກວ່າ ການເລັ່ງແກ້ໄຂບັນຫາເງິນເຟີ້ ຄວນດຳເນີນໄປຢ່າງເຄັ່ງຮ້ອນ ເພາະມາຮອດປັດຈຸບັນ ໄດ້ສົ່ງຜົນກະທົບບໍ່ໜ້ອຍ ຕໍ່ປະຊາຊົນ ໂດຍໃຫ້ຮີບຮ້ອນ ຄົ້ນຄວ້ານະໂຍບາຍນຳໃຊ້ປະລິມານເງິນ M2 (ເງິນທີ່ບໍ່ຢູ່ໃນລະບົບທະນາຄານ) ທີ່ເພີ່ມຂຶ້ນ ເພື່ອຊຸກຍູ້ສົ່ງເສີມການຜະລິດທຸລະກິດ ໃຫ້ຂະຫຍາຍຕົວ ກໍຄື ຊຸກຍູ້ການເຕີບໂຕຂອງເສດຖະກິດ; ຄຸ້ມຄອງອັດຕາແລກປ່ຽນ ເຮັດໃຫ້ເງິນກີບແຂງຄ່າຂຶ້ນ ດ້ວຍການປະຕິບັດກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂັ້ມງວດ ແລະ ມີຜົນສັກສິດ. ພ້ອມນັ້ນ ໃຫ້ຄົ້ນຄວ້າ, ປະຕິບັດນະໂຍບາຍຜ່ອນຜັນພາສີອາກອນຕາມກໍລະນີ ແລະ ຕາມຄວາມເໝາະສົມ, ມີນະໂຍບາຍງົບປະມານລົງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດ ແລະ ຊຸກຍູ້ ການເຕີບໂຕເສດຖະກິດ; ວາງມາດຕະການສົ່ງເສີມການຜະລິດ ເພື່ອຕອບສະໜອງຄວາມຕ້ອງ ການຕະຫຼາດພາຍໃນ ໃຫ້ພຽງພໍ ໂດຍສະເພາະ ສະບຽງອາຫານ, ໄຟຟ້າ, ນໍ້າປະປາ, ພາຫະນະຂົນສົ່ງ ແລະ ເຄື່ອງໃຊ້ສອຍຮັບໃຊ້ຊີວິດປະຈຳວັນຂອງປະຊາຊົນ; ຄົ້ນຄວ້າ ແລະ ປະຕິບັດມາດຕະການດັດສົມ ສິນຄ້ານຳເຂົ້າ-ສົ່ງ ອອກ, ລາຄາສິນຄ້າຍຸດທະສາດ ແລະ ສິນຄ້າທີ່ຈຳເປັນຕໍ່ຄ່າຄອງຊີບ ແລະ ຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ; ວາງມາດຕະການດ້ານຈິດຕະສາດສັງຄົມ ໂດຍສະເພາະວຽກການໂຄສະນາ, ຊຸກຍູ້ສົ່ງເສີມໃຫ້ປະຊາຊົນນຳໃຊ້ຜະລິດຕະພັນພາຍໃນ ແລະ ເງິນກີບ.

ພ້ອມນັ້ນ, ໃຫ້ລັດຖະບານ ເລັ່ງສ້າງແຜນແກ້ໄຂໜີ້ສິນສາທາລະນະ ສໍາລັບໄລຍະການປະຕິບັດວາລະແຫ່ງຊາດ ໃຫ້ຊັດເຈນ ທັງກຳນົດຄາດໝາຍ ແລະ ມາດຕະການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ໂດຍສະເພາະ ໃຫ້ເອົາໃຈໃສ່ແກ້ໄຂບັນຫາໜີ້ສິນ ທີ່ເນື່ອງມາຈາກການລະເມີດ ຫຼື ບໍ່ສາມາດປະຕິບັດບາງມາດຕາ ຂອງກົດໝາຍວ່າດ້ວຍງົບປະມານ, ກົດໝາຍວ່າດ້ວຍ ໜີ້ສິນສາທາລະນະ ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດ ໃຫ້ເຂັ້ມງວດ ແລະ ມີຜົນສັກສິດ. ພ້ອມນັ້ນ ໃຫ້ມີການຄົ້ນຄວ້າປະເມີນປະສິດທິພາບ, ປະສິດທິຜົນ ການໃຊ້ຈ່າຍງົບປະມານຂອງລັດ ທັງບ້ວງບໍລິຫານ, ການລົງທຶນພາຍໃນ, ການຊ່ວຍເຫຼືອ ແລະ ການກູ້ຢືມຈາກຕ່າງປະເທດ ແລະ ຖອດຖອນບົດຮຽນທີ່ດີສຳລັບແຜນການລົງທຶນຂອງລັດໃນຕໍ່ໜ້າ.

ທ່ານ ລີເບີ ລີບົວປາວ ຍັງໄດ້ສະເໜີໃຫ້ລັດຖະບານ ໃຫ້ເພີ່ມທະວີຄົ້ນຄວ້າ ແລະ ສົ່ງເສີມການສົ່ງອອກ ຕາມ 3 ປະເພດ ຄື: ການຜະລິດເພື່ອສົ່ງເສີມການສົ່ງອອກ, ການສົ່ງອອກຜ່ານ Re export ແລະ ການສົ່ງອອກກັບທີ່. ໃນນັ້ນ, ການຜະລິດເພື່ອສົ່ງເສີມການສົ່ງອອກ ໃຫ້ເອົາໃຈໃສ່ຄົ້ນຄວ້າ ແລະ ຄຸ້ມຄອງລາຍຮັບຈາກການສົ່ງອອກໃຫ້ສອດຄ່ອງຕາມກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ມາດຕາ 12 ທີ່ໄດ້ກໍານົດວ່າ ຜູ້ສົ່ງອອກສິນຄ້າ ແລະ ການບໍລິການ ຕ້ອງໂອນລາຍຮັບທັງໝົດຈາກການສົ່ງອອກ ເຂົ້າມາ ສປປ ລາວ ຜ່ານບັນຊີເງິນຝາກສະເພາະ ຢູ່ ສປປ ລາວ. ທັງນີ້ ຍັງເຫັນວ່າການຈັດຕັ້ງປະຕິບັດ ລາຍຮັບເປັນເງິນຕາຕ່າງປະເທດ ຈາກການສົ່ງອອກ ໄລຍະ 5 ເດືອນຕົ້ນປີ 2023, ລັດຖບານ ປະຕິບັດໄດ້ພຽງ 36%, ມະຕິສະພາແຫ່ງຊາດບໍ່ໃຫ້ລົດ 50% ຂອງມູນຄ່າສົ່ງອອກ; ສິ່ງສຳຄັນໃຫ້ສຸມໃສ່ຜະລິດສິນຄ້າສົ່ງອອກ ທີ່ມີການປຸງແຕ່ງ, ມີຄວາມຍືນຍົງ ແລະ ມີມູນຄ່າເພີ່ມສູງ.

ຂອບໃຈຂໍ້ມູນຈາກ:

ປະເທດລາວ Phathedlao

ໂທລະພາບ ລາວສະຕາ Lao Star TV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/