ພາວະໝົດໄຟ ສາມາດເກີດຂຶ້ນໄດ້ກັບຄົນທຸກເພດໄວ ບໍ່ສະເພາະຄົນທີ່ຢູ່ໃນໄວເຮັດວຽກແລ້ວ ແຕ່ຍັງລວມທັງນັກຮຽນ-ນັກສຶກສາ ທີ່ມີກິດຈະວັດປະຈຳວັນຜູກພັນກັບຕາຕະລາງຮຽນເປັນສ່ວນໃຫຍ່ ຈຶ່ງບໍ່ແປກໃຈທີ່ບາງຄັ້ງນັກຮຽນ-ນັກສຶກສາ ຈະເກີດມີພາວະໝົດໄຟໃນການຮຽນເກີດຂຶ້ນ.
ການໃຊ້ຊີວິດຢູ່ກັບກິດຈະວັດປະຈຳວັນແບບເດີມຕໍ່ເນື່ອງກັນເປັນເວລາດົນ, ການຂາດເປົ້າໝາຍໃນການຮຽນ, ຄວາມຄຽດສະສົມຈາກການຮຽນໜັກ, ບົດຮຽນທີ່ຍາກ ຫຼື ວຽກບ້ານທີ່ຫຼາຍຈົນເກີນໄປ, ຖືກກົດດັນ ຫຼື ຄາດຫວັງຈາກຄອບຄົວ ຫຼື ຈາກໂຮງຮຽນ ພໍສະສົມດົນໆໄປ ຈຶ່ງເປັນສາເຫດເຮັດໃຫ້ເກີດພາວະໝົດໄຟໃນການຮຽນໄດ້. ສະນັ້ນ, ບົດຄວາມຕໍ່ໄປນີ້ ຈະແນະນຳວິທີການປັບຄວາມສົມດຸນໃນການໃຊ້ຊີວິດ, ການແບ່ງເວລາຮຽນ ແລະ ເວລາພັກຜ່ອນ ເພື່ອໃຫ້ທຸກຄົນສາມາດປຸກໄຟໃນຕົວເອງຄືນມາໃໝ່ ໃຫ້ເກີດຄວາມກະຕືລືລົ້ນໃນການຮຽນໄດ້ຫຼາຍຂຶ້ນ.
- ແບ່ງເວລາຮຽນກັບເວລາພັກຜ່ອນໃຫ້ຊັດເຈນ
ຄວນແບ່ງເວລາຮຽນ ແລະ ເວລາພັກຜ່ອນອອກຈາກກັນໃຫ້ຊັດເຈນ ໂດຍພະຍາຍາມຫຼີກເວັ້ນການເຮັດຫຍັງສອງຢ່າງໄປພ້ອມກັນ ເຊັ່ນ: ການແກ້ວຽກບ້ານໄປພ້ອມກັບຫຼິ້ນໂທລະສັບໄປນຳ. ດັ່ງນັ້ນ, ເມື່ອຮອດໂມງທີ່ຕ້ອງນອນພັກຜ່ອນຈຶ່ງບໍ່ໄດ້ພັກຜ່ອນ ເພາະຕ້ອງຢູ່ຈົນເດິກດື່ນເພື່ອແກ້ວຽກບ້ານແທນ. ການເຮັດແບບນີ້ຈະເຮັດໃຫ້ກາຍເປັນຄົນທີ່ມີສະມາທິສັ້ນ, ພາໃຫ້ເຮົາສັບສົນ ແລະ ຮູ້ສຶກອິດເມື່ອຍກັບການຮຽນ.
- ຈັດລຳດັບຄວາມສຳຄັນກັບວຽກບ້ານທີ່ຕ້ອງສົ່ງ
ເມື່ອມີວຽກບ້ານ ຫຼື ລາຍງານທີ່ຕ້ອງສົ່ງອາຈານ ໃຫ້ພະຍາຍາມຈັດລຳດັບຄວາມສຳຄັນວ່າວຽກບ້ານໃດຄວນເຮັດກ່ອນ, ວຽກບ້ານໃດທີ່ຍັງພໍມີເວລາຢູ່ ໂດຍໃຫ້ແບ່ງລຳດັບແຕ່ລະຢ່າງອອກມາເປັນຍ່ອຍໆດ້ວຍການຈົດບັນທຶກໄວ້ ແລະ ເຮັດຕາມຕາລະລາງທີ່ຈົດບັນທຶກໄວ້. ສິ່ງນີ້ຈະຊ່ວຍໃຫ້ເຮົາບໍ່ລືມສິ່ງທີ່ຕ້ອງເຮັດ ແລະ ຮູ້ຈັກຈັດລຳດັບຂັ້ນຕອນຂອງການບໍລິຫານເວລາໃຫ້ດີຂຶ້ນ.
- ຈັດໂຕະຮຽນໜັງສືໃຫ້ເປັນລະບຽບ
ຈັດໂຕະຮຽນຢູ່ເຮືອນໃຫ້ເປັນລະບຽບຮຽບຮ້ອຍ ແລະ ມີການຕົກແຕ່ງທີ່ສວຍງາມຢູ່ສະເໝີ ເຊັ່ນ: ມີຕົ້ນໄມ້ຟອກອາກາດນ້ອຍໆຕັ້ງຢູ່ເທິງໂຕະຮຽນໜັງສື, ມີການຈັດໂຊນນັ່ງອ່ານປຶ້ມທີ່ໜ້າຮັກຢູ່ພາຍໃນຫ້ອງ, ໜ້າໂຕະເປັນລະບຽບມີການຈັດວາງສິ່ງຂອງເຄື່ອງໃຊ້ຢ່າງສວຍງາມ ຈະຊ່ວຍໃຫ້ເຮົາຮູ້ສຶກຜ່ອນຄາຍ, ມີແຮງກະຕຸ້ນໃຫ້ຢາກນັ່ງຮຽນ ແລະ ມີແນວຄວາມຄິດສ້າງສັນຫຼາຍຂຶ້ນ.

- ຫາກິດຈະກຳທີ່ເຮັດແລ້ວຮູ້ສຶກຜ່ອນຄາຍ
ຫາເວລາໄປເຂົ້າຮ່ວມກິດຈະກຳ ຫຼື ເຮັດໃນສິ່ງທີ່ຮູ້ສຶກຜ່ອນຄາຍສະໝອງ ແລະ ຈິດໃຈ ເຊັ່ນ: ຫຼິ້ນດົນຕີ, ອອກກຳລັງກາຍ, ແຕ້ມຮູບ, ເຂົ້າຮ່ວມງານກິດຈະກຳສັງຄົມຕ່າງໆ ເປັນຕົ້ນ. ການທີ່ເຮົາໄດ້ປ່ຽນບັນຍາກາດໄປເຮັດສິ່ງໃໝ່ໆທີ່ແຕກຕ່າງຈາກຫ້ອງຮຽນ ກໍເປັນອີກວິທີໜຶ່ງທີ່ຊ່ວຍກະຕຸ້ນແນວຄວາມຄິດສ້າງສັນ, ເປັນການພັກຜ່ອນໄປໃນຕົວ ແລະ ຊ່ວຍໃຫ້ເຮົາຄົ້ນພົບສັກກະຍະພາບໃໝ່.
- ລະບາຍກັບໝູ່ເພື່ອນ ຫຼື ຄົນອ້ອມຂ້າງທີ່ເຂົ້າໃຈ ແລະ ພ້ອມທີ່ຈະຮັບຟັງເຮົາ
ບໍ່ມີສິ່ງໃດທີ່ຈະສະບາຍໃຈໄດ້ເທົ່າກັບການລະບາຍກັບໝູ່ເພື່ອນ ຫຼື ຄົນທີ່ພ້ອມຮັບຟັງເຮົາອີກແລ້ວ. ເມື່ອເຮົາຮູ້ສຶກວ່າມັນໜັກ ລອງໂທຫາໝູ່ ຫຼື ຄົນທີ່ພ້ອມຮັບຟັງເຮົາ ແລ້ວເຮົາຈະຮູ້ວ່າມັນຊ່ວຍດຶງໃຈທີ່ຈົມດິ່ງໃຫ້ກັບມາມີພະລັງໄດ້ຢ່າງມະຫັດສະຈັນ. ຢ່າງໃດກໍຕາມ, ເມື່ອເຮົາລະບາຍກັບໝູ່ແລ້ວ ກໍຢ່າລືມປ່ຽນ ມາເປັນຜູ້ຮັບຟັງທີ່ດີໃຫ້ໝູ່ເມື່ອໝູ່ຕ້ອງການເຊັ່ນກັນ.
- ປ່ຽນບັນຍາກາດຮຽນໜັງສື
ການຮຽນ ບໍ່ສະເພາະແຕ່ຕ້ອງນັ່ງຮຽນໃນຫ້ອງຮຽນເທົ່ານັ້ນ ການເຮັດກິດຈະກຳຕ່າງໆນອກຫ້ອງຮຽນກໍເປັນການຮຽນຮູບແບບໜຶ່ງທີ່ໃຫ້ຄວາມຮູ້ສຶກຜ່ອນຄາຍ. ນອກຈາກນັ້ນ, ການປ່ຽນສະຖານທີ່ຮຽນໜັງສື ຕົວຢ່າງເຊັ່ນ: ນັ່ງຢູ່ຮ້ານກາເຟ, ປ່ຽນໄປເຮັດລາຍງານຢູ່ສວນທ່າມກາງທຳມະຊາດ ກໍເປັນອີກວິທີໜຶ່ງທີ່ຊ່ວຍໃຫ້ມີແນວຄິດທີ່ສ້າງສັນໄດ້ຫຼາຍຂຶ້ນ, ເຮັດໃຫ້ການຮຽນບໍ່ໜ້າເບື່ອ ແລະ ຊ່ວຍໃຫ້ເຮົາມີຄວາມກະຕືລືລົ້ນທີ່ຈະຢາກຮຽນຫຼາຍຂຶ້ນ.

- ກ້າທີ່ຈະຖາມ ຫຼື ຂໍຄຳປຶກສາຈາກຄູອາຈານ ແລະ ໝູ່ເພື່ອນ
ເມື່ອເຮົາຮຽນບໍ່ທັນໝູ່ ຫຼື ມີຄຳຖາມຂໍ້ໃດທີ່ຍັງບໍ່ເຂົ້າໃຈກ່ຽວກັບບົດຮຽນ, ຢ່າອາຍທີ່ຈະຖາມຄຳຖາມອອກໄປ ຫຼື ຂໍຄວາມຊ່ວຍເຫຼືອໃຫ້ໝູ່ອະທິບາຍໃຫ້. ການທີ່ເຮົາເກັບຄຳຖາມໄວ້ກັບຕົວເອງ ແລະ ບໍ່ກ້າທີ່ຈະຖາມ ຍິ່ງຈະເຮັດໃຫ້ບົດຮຽນທີ່ຍາກ ແລະ ບໍ່ເຂົ້າໃຈນັ້ນ ທະວີຄູນຂຶ້ນເລື້ອຍໆ ເມື່ອເວລາຜ່ານໄປ ເຮົາຍິ່ງຈະເກີດຄວາມກົດດັນ ແລະ ຄວາມຄຽດສະສົມຫຼາຍຂຶ້ນ.
- ບໍ່ໄຫວຄືບໍ່ໄຫວ ຢ່າຝືນຕົວເອງ
ເມື່ອເຮົາຮູ້ວ່າຮຽນໜັກເກີນໄປ ຈົນຮ່າງກາຍເລີ່ມມີສັນຍານບອກວ່າບໍ່ໄຫວແລ້ວ ເຮົາຄວນພັກຜ່ອນທັນທີ ບໍ່ຄວນຝືນຕົນເອງຈົນສຸຂະພາບຮ່າງກາຍຊຸດໂຊມ. ການນອນພັກຜ່ອນໃຫ້ພຽງພໍ ໂດຍສະເພາະແມ່ນການເລີ່ມເຂົ້ານອນຕັ້ງແຕ່ 10 ໂມງກາງຄືນເປັນຕົ້ນໄປ ມີສ່ວນຊ່ວຍໃນການຫຼັ່ງຂອງສານ Growth Hormone ເຊິ່ງເປັນຮໍໂມນທີ່ມີໜ້າທີ່ຕໍ່ການເສີມສ້າງຄວາມຈະເລີນເຕີບໂຕ ແລະ ການເຮັດວຽກຂອງອະໄວຍະວະທຸກສ່ວນຂອງຮ່າງກາຍ.
- ຄົ້ນຫາແຮງບັນດານໃຈ, ຕັ້ງເປົ້າໝາຍນ້ອຍໆເທື່ອລະກ້າວໃຫ້ຕົນເອງ
ການທີ່ເຮົາເກີດຄວາມເບື່ອໜ່າຍກັບການຮຽນ ຈົນກ້າວໄປສູ່ພາວະໝົດໄຟໃນການຮຽນນັ້ນ ສ່ວນໜຶ່ງແມ່ນມາຈາກການທີ່ຂາດເປົ້າໝາຍໃນການໃຊ້ຊີວິດ, ການຂາດແບບແຜນ, ຂາດແຮງບັນດານໃຈ ທີ່ຈະຢາກລຸກຂຶ້ນມາຮຽນໃນແຕ່ລະມື້. ສະນັ້ນ, ລອງມາຈົດບັນທຶກເປົ້າໝາຍສິ່ງທີ່ຢາກເຮັດ ໂດຍເປົ້າໝາຍທີ່ຕັ້ງ ບໍ່ຈຳເປັນຕ້ອງເປັນເປົ້າໝາຍທີ່ໃຫຍ່ເກີນກຳລັງຄວາມສາມາດ ແຕ່ເຮົາຄວນເລີ່ມຈາກເປົ້າໝາຍນ້ອຍໆໃນແຕ່ລະມື້ ເຊັ່ນ: ເປົ້າໝາຍສົກຮຽນນີ້ ແມ່ນຈະພະຍາຍາມໃຫ້ຜ່ານທຸກວິຊາ ໂດຍບໍ່ຈຳເປັນຕ້ອງຄະແນນສູງ ແຕ່ຂໍພຽງໃຫ້ເສັງຜ່ານ, ເປົ້າໝາຍອາທິດນີ້ ແມ່ນຈະໄປຮຽນທຸກມື້ບໍ່ຂາດ. ເມື່ອເຮົາເຝິກຝົນເປັນປະຈຳ ມັນຈະກາຍເປັນຄວາມລຶ້ງເຄີຍ ແລະ ເປົ້າໝາຍຂອງເຮົາຈະຄ່ອຍໆຂະຫຍາຍອອກໄປເອງ.
ແຫຼ່ງຂໍ້ມູນອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/