ຮູ້ບໍ່ວ່າ UFO ບໍ່ໄດ້ໝາຍຄວາມວ່າຈະເປັນເຮືອບິນຂອງມະນຸດຕ່າງດາວ ແຕ່ຢ່າງດຽວ

ຮູ້ບໍ່ວ່າ UFO

ໃນໄລຍະ 1 ອາທິດທີ່ຜ່ານມາ ຫຼາຍຄົນຄົງຈະເຫັນຂ່າວ ທີ່ກຳລັງເປັນປະເດັນຮ້ອນແຮງກັນລະຫວ່າງ 2 ມະຫາອຳນາດຂອງໂລກໃນຂະນະນີ້ ກ່ຽວກັບວັດຖຸລອຍຟ້າປິດສະໜາ ຫຼື UFO ບິນຢູ່ເໜືອແຜ່ນດິນຂອງທັງ ສະຫະລັດອາເມຣິກາ ແລະ ສປ ຈີນ. ເມື່ອຫຼາຍຄົນເຫັນຄຳນີ້ກໍຄົງຈະຄິດວ່າ ເປັນຫຍັງໄລຍະນີ້ ໂລກເຮົາຄືມີມະນຸດຕ່າງດາວ ມາຢາມຕະຫຼອດແທ້.

ມາຮອດປັດຈຸບັນ ເຮົາກໍຍັງບໍ່ສາມາດຮູ້ໄດ້ຢ່າງຊັດເຈນ ແລະ ຍັງບໍ່ມີຫຼັກຖານໃດໆ ທີ່ຈະສາມາດເຮັດໃຫ້ເຮົາເຊື່ອໄດ້ວ່າ ມະນຸດຕ່າງດາວນັ້ນມີແທ້ ຫຼື ບໍ່ ເພາະເຮົາກໍຍັງບໍ່ເຄີຍມີໃຜເຫັນມະນຸດຕ່າງດາວແບບຕົວເປັນໆ ແທ້ໆ. ແຕ່ສິ່ງໜຶ່ງທີ່ເຮົາມັກໄດ້ຍິນໄດ້ຍິນກ່ຽວກັບການມີຢູ່ຂອງມະນຸດຕ່າງດາວ ກໍຄື UFO ທີ່ຫຼາຍຄົນ ເຊື່ອວ່າ ມັນແມ່ນເຮືອບິນ ຫຼື ຈານບິນ ຂອງມະນຸດຕ່າງດາວທີ່ເຂົ້າມາໃນໂລກເຮົາ.

ຮູ້ບໍ່ວ່າ UFO

ແຕ່ທຸກຄົນຮູ້ບໍ່ວ່າຄຳວ່າ UFO ທີ່ເຮົາເອີ້ນກັນນັ້ນ ຫຼື ຄຳສັບທາງການຂອງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງໃຊ້ເອີ້ນກັນນັ້ນ ອາດຈະບໍ່ໄດ້ໝາຍເຖິງ ເຮືອບິນຂອງມະນຸດຕ່າງດາວ ສະເໝີໄປ. ເພາະຕາມຄຳສັບທາງການແລ້ວຄຳວ່າ UFO ນັ້ນຫຍໍ້ມາຈາກຄຳວ່າ Unidentified Flying Object ຫຼື ແປວ່າ ວັດຖຸບິນໄດ້ທີ່ບໍ່ສາມາດລະບຸໄດ້ວ່າມັນແມ່ນຫຍັງ ທັງປະເພດ ແລະ ສັນຊາດ ຫຼື ບໍ່ສາມາດລະບຸເອກະລັກຕາມວັດຖຸບິນໄດ້ ທີ່ເຄີຍມີມາ. ໂດຍຖືກຄິດຄົ້ນ ແລະ ໃຊ້ເປັນຄັ້ງທຳອິດ ໃນປີ 1953 ໂດຍກອງທັບອາກາດ ຂອງສະຫະລັດ ອາເມຣິກາ.

ຮູ້ບໍ່ວ່າ UFO

ສະນັ້ນຄຳວ່າ UFO ນັ້ນອາດຈະບໍ່ໄດ້ໝາຍເຖິງ ເຮືອບິນຂອງມະນຸດຕ່າງດາວສະເໝີໄປ ເຊັ່ນຫຼ້າສຸດ ໃນອາທິດທີ່ຜ່ານມາ ທາງກອງທັບອາກາດສະຫະລັດ ອາເມຣິກາ ກໍໄດ້ມີການພົບ ແລະ ໄດ້ຍິງ ທຳລາຍວັດຖູຕ້ອງສົງໄສທີ່ມີທັງ ຮູບຊົງເປັນກະບອກ ແລະ ວັດຖຸຄ້າຍບອລລູນທີ່ມີຂະໜາດເທົ່າກັບ ລົດ 1 ຄັນ ເຊິ່ງທັງໝົດນີ້ ທາງກອງທັບອາກາດ ຕ່າງກໍໃຊ້ຄໍາວ່າ UFO ທັງໝົດ.

ເຊິ່ງລາຍລະອຽດຂອງວັດຖຸຕ້ອງສົງໄສຕ່າງໆນັ້ນມາຮອດປັດຈຸບັນທາງກອງທັບອາກາດກໍຍັງບໍ່ໄດ້ເປີດເຜີຍຂໍ້ມູນລາຍລະອຽດໃດໆ ແລະ ຍັງປະຕິເສດທີ່ຈະຄາດເດົາວ່າ ວັດຖຸຕ້ອງສົງໄສດັ່ງກ່າວ ແມ່ນຫຍັງ ແລະ ມາຈາກໃສກັນແທ້

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/