ຮັກແທ້ຍອມໄດ້ແມ່ນແຕ່ເຊົາສູບຢາ! ຜົນສຳຫຼວດພົບ ໄວໜຸ່ມກວ່າ 97% ຍອມເຊົາສູບຢາ ເມື່ອແຟນຂໍໃຫ້ເຊົາ

ຮັກແທ້ຍອມໄດ້ແມ່ນແຕ່ຊົາສູບຢາ

ຄວາມຮັກເປັນສິ່ງທີ່ສວຍງາມ ແລະ ຍິ່ງໃຫຍ່ ຈົນມັກມີຄຳເວົ້າທີ່ວ່າ ຄວາມຮັກສາມາດເອົາຊະນະໄດ້ທຸກຢ່າງ ເຊັ່ນດຽວກັນກັບເລື່ອງນີ້ ເມື່ອຜົນສຳຫຼວດພົບວ່າ ໄວໜຸ່ມກວ່າ 97% ຍອມເຊົາສູບຢາ ເມື່ອແຟນຂໍໃຫ້ເຊົາ.

ກົມອະນາໄມ ກະຊວງສາທາລະນະສຸກ ແຫ່ງປະເທດໄທ ໄດ້ເຮັດການສຳຫຼວດ ກຸ່ມຄົນອາຍຸລະຫວ່າງ 13 ຫາ 22 ປີ ໃນເຂດບາງກອກ ແລະ ແຂວງອື່ນໆ ຈຳນວນ 5.531 ຄົນ ໃນໄລຍະປີ 2018 ກ່ຽວກັບພຶດຕິກຳການສູບຢາ ເຊິ່ງມີທັງຄົນທີ່ສູບ ແລະ ບໍ່ສູບ ຈົນໄດ້ຜົນອອກມາວ່າ 97,7% ຂອງໄວໜຸ່ມຜູ້ທີ່ສູບຢາບອກວ່າ ຖ້າມີແຟນມາຂໍໃຫ້ເຊົາສູບຢາ ພວກເຂົາກໍພ້ອມທີ່ຈະເຊົາມັນ.

ຮັກແທ້ຍອມໄດ້ແມ່ນແຕ່ຊົາສູບຢາ

ນອກຈາກນີ້ຜົນສຳຫຼວດດັ່ງກ່າວຍັງພົບອີກວ່າ ກວ່າ 65,7% ຈະບໍ່ຂໍມີແຟນເປັນຄົນທີ່ສູບຢາ ເພາະບໍ່ມັກກິ່ນຢາສູບ ແລະ ບໍ່ຢາກດົມຄວັນຢາສູບມື 2 ທີ່ເປັນອັນຕະລາຍ. ສ່ວນ ຄົນທີ່ມີແຟນເປັນຄົນສູບຢາ ກວ່າ 80% ກໍບອກວ່າ ບໍ່ມັກເຫັນແຟນສູບຢາ ເພາະມັນຈະສົ່ງຜົນເສຍຕໍ່ຕົວຂອງເຂົາເອງ ແລະ ພະຍາຍາມຢາກຂໍແຟນເຊົາສູບຢາໃຫ້ໄດ້.

ຮັກແທ້ຍອມໄດ້ແມ່ນແຕ່ຊົາສູບຢາ

ເອີ້ນໄດ້ວ່າເປັນທີ່ຊັດເຈນ ວ່າຢາສູບນັ້ນເປັນໄພຕໍ່ທັງຄົນສູບ ແລະ ຄົນດົມ ເຖິງແມ່ນວ່າໃນຢາສູບຈະມີສານ ນິໂຄຕິນ ທີ່ສາມາດຊ່ວຍໃຫ້ຜູ້ສູບນັ້ນຜ່ອນຄາຍໄດ້ ແຕ່ມັນກໍໄດ້ຜົນແຕ່ໄລຍະສັ້ນໆເທົ່ານັ້ນ ແລະ ໃນໄລຍະຍາວຢາສູບກໍຍັງຖືເປັນໄພຮ້າຍແຮງຕໍ່ທັງຄົນສູບ ແລະ ຄົນດົມ.

ຂອບໃຈຂໍ້ມູນຈາກ: https://bit.ly/3ZlPDcg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/