ອາເມຣິກາ ກຳນົດເວລາ 30 ມື້ ໃຫ້ທຸກໜ່ວຍງານຂອງລັດລຶບ TikTok ອອກຈາກອຸປະກອນຂອງລັດຖະບານ ອ້າງເຫດຜົນດ້ານຄວາມໝັ້ນຄົງ

ອາເມຣິກາ-ກຳນົດເວລາ-30-ມື້

ສະຫະລັດອາເມຣິກາ ກຳນົດເວລາ 30 ມື້ ນັບຕັ້ງແຕ່ວັນທີ 17 ກຸມພາ ໃຫ້ພະນັກງານ ແລະ ທຸກໜ່ວຍງານທີ່ຂຶ້ນກັບລັດຖະບານກາງຂອງ ອາເມຣິກາ ໃຫ້ລຶບ-ຖອດຖອນແອັບ TikTok ແພລັດຟອມສາຍວິດີໂອສັ້ນ ສັນຊາດຈີນ ອອກຈາກທຸກໆອຸປະກອນອີເລັກໂທຣນິກ ຂອງລັດຖະບານ ອ້າງ TikTok ເປັນໄພຕໍ່ຄວາມໝັ້ນຄົງຂອງຊາດ.

ຜູ້ອຳນວຍການສຳນັກງານການຈັດການ ດ້ານງົບປະມານ ຂອງສະຫະລັດອາເມຣິກາ ຊາລັນດາ ຢອງ (Shalanda Young) ລະບຸວ່າ: “ເພື່ອຄວາມພະຍາຍາມໃນການຮັກສາຂໍ້ມູນຂ່າວສານຂອງລັດຖະບານກາງ ຂໍໃຫ້ພະນັກງານ ແລະ ໜ່ວຍງານທຸກໜ່ວຍທີ່ຂຶ້ນກັບລັດຖະບານ ລຶບແອັບ TikTok ອອກຈາກ ໂທລະສັບ ແລະ ອຸປະກອນອີເລັກໂທຣນິກ ຂອງລັດຖະບານທຸກເຄື່ອງ ລວມທັງຫ້າມໃຊ້ອິນເຕີເນັດ ເພື່ອເຂົ້າເຖິງ TikTok ພ້ອມ”

ໂດຍຄຳສັ່ງດັ່ງກ່າວເປັນໄປຕາມມັດຕິຂອງສະພາ ຄອງເກຣສ ໃນເດືອນທັນວາທີ່ຜ່ານມາ ທີ່ຫ້າມພະນັກງານຂອງລັດນຳໃຊ້ ແອັບ TikTok ໃນອຸປະກອນຕ່າງໆ ທີ່ເປັນຂອງລັດ ໂດຍສະມາຊິກສະພາຈຳນວນຫຼາຍລະບຸວ່າ TikTok ເປັນຄວາມສ່ຽງດ້ານຄວາມໝັ້ນຄົງຂອງ ສະຫະລັດອາດມຣິກາ.

ອາເມຣິກາ-ກຳນົດເວລາ-30-ມື້

ຄຣິສ ເດຣູສຊາ (Chris DeRusha) ຫົວໜ້າເຈົ້າໜ້າທີ່ຮັກສາຄວາມປອດໄພຂໍ້ມູນຂ່າວສານຂອງລັດຖະບານກາງ ກ່າວວ່າ “ຄຳແນະນຳນີ້ແມ່ນສ່ວນໜຶ່ງຂອງຄຳໝັ້ນສັນຍາ ໃນການຮັບປະກັນຄວາມປອດໄພຂອງໂຄງສ້າງພື້ນຖານດ້ານດິຈິຕອລຂອງພວກເຮົາ ແລະປົກປ້ອງຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງປະຊາຊົນອາເມຣິກາ.”

ພາຍຫຼັງຄຳສັ່ງດັ່ງກ່າວອອກມາ ບໍລິສັດ ByteDance ເຊິ່ງເປັນເຈົ້າຂອງ ແພລັດຟອມດັ່ງກ່າວກໍໄດ້ອອກມາລະບຸວ່າ ຄວາມວິຕົກກັງວົນຂອງລັດຖະບານ ສະຫະລັດອາເມຣິກາ ໄດ້ສ້າງຂ່າວລືທີ່ບໍ່ເປັນຄວາມຈິງກ່ຽວກັບ TikTok ອອກໄປສູ່ສາຍຕາຂອງຄົນທົ່ວໂລກ ພ້ອມປະຕິເສດກ່ຽວກັບຂໍ້ກ່າວຫາທີ່ວ່າ TikTok ເປັນແອັບດຶງຂໍ້ມູນຂອງຜູ້ໃຊ້ໃນອາເມຣິກາ ໄປໃຫ້ລັດຖະບານຈີນ ແລະ ຍັງໝັ້ນໃຈວ່າ ມາດຕະການດັ່ງກ່າວຂອງລັດຖະບານອາເມຣິກາ ຈະບໍ່ສົ່ງຜົນກະທົບຫຍັງຕໍ່ກັບຊາວອາເມເຣິກາ ນັບ 100 ລ້ານຄົນ ແລະ ບໍລິສັດ ເອກະຊົນ ຜູ້ທີ່ໃຊ້ແອັບ TikTok ຫຍັງທັງໝົດ.

ອາເມຣິກາ-ກຳນົດເວລາ-30-ມື້

ເຊັ່ນດຽວກັນກັບ ລັດຖະບານຈີນ ທີ່ໄດ້ອອກມາຕຳໜິຕໍ່ຄຳສັ່ງດັ່ງກ່າວຂອງລັດຖະບານ ສະຫະລັດອາເມຣິກາ ໂດຍ ທ່ານນາງ ມາວນິງ ໂຄສົກກະຊວງການຕ່າງປະເທດຈີນອອກມາກ່າວວ່າ: “ການດຳເນີນການຂອງລັດຖະບານອາເມຣິການັ້ນເກີນກວ່າເຫດ ອາເມຣິກາຄວນໃຫ້ຄວາມເຄົາລົບຕໍ່ຫຼັກການລະບົບເສດຖະກິດ ແບບຕະຫຼາດ ແລະ ການແຂ່ງຂັນທີ່ເປັນທຳ”

ອາເມຣິກາ-ກຳນົດເວລາ-30-ມື້

ມາວນິງ ກ່າວຕື່ມວ່າ: “ສະຫະລັດອາເມຣິກາ ຄວນຍຸຕິການກົດຂີ່ບໍລິສັດຕ່າງຊາດ ແລະ ມອບສະພາບແວດລ້ອມແບບເປີດ ຍຸຕິທຳ ແລະ ບໍ່ເລືອກປະຕິບັດກັບບໍລິສັດ ຕ່າງຊາດ ໃນສະຫະລັດ”

     ນອກຈາກນີ້ ແຄນາດາ ກໍເປັນອີກໜຶ່ງປະເທດ ທີ່ປະກາດໃຫ້ພະນັກງານລັດ ແລະ ທຸກໜ່ວຍງານຂອງລັດ ຖອດຖອນການຕິດຕັ້ງແອັບ TikTok ອອກຈາກອຸປະກອນຂອງລັດ ເນື່ອງຈາກເຫດຜົນທາງດ້ານຄວາມປອດໄພຂອງຂໍ້ມູນຂ່າວສານ ແລະ ຄວາມໝັ້ນຄົງຂອງປະເທດ ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/