ຮອງນາຍົກໄດ້ເນັ້ນໜັກຫຼາຍບັນຫາ ເປັນຕົ້ນແມ່ນການຄຸ້ມຄອງບັນຫາອັດຕາແລກປ່ຽນເງິນຕາ ແລະ ອັດຕາເງິນເຟີ້ ໃນແຂວງອັດຕະປື

ແຂວງອັດຕະປື

ວັນທີ 19 ສິງຫາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ແຂວງອັດຕະປື, ໃຫ້ກຽດຕ້ອນຮັບໂດຍທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມຄະນະນຳຂອງແຂວງ.

ແຂວງອັດຕະປື

ພາຍຫຼັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ແລ້ວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ພະນັກງານຫຼັກແຫຼ່ງແຂວງອັດຕະປື ເຊິ່ງທ່ານຮອງນາຍົກໄດ້ເນັ້ນໜັກຫຼາຍບັນຫາ ເປັນຕົ້ນແມ່ນ: ການຄຸ້ມຄອງບັນຫາອັດຕາແລກປ່ຽນເງິນຕາ, ອັດຕາເງິນເຟີ້ ພາຍໃນແຂວງໃຫ້ສາມາດຄວບຄຸມໄດ້; ການຄຸ້ມຄອງລາຄາສິນຄ້າອຸປະໂພກ, ບໍລິໂພກ ບໍ່ໃຫ້ມີການເໜັງຕີງ ຫຼື ຂຶ້ນລາຄາຕາມລຳພັງໃຈ; ຄຸ້ມຄອງລາຄານໍ້າມັນເຊື້ອໄຟ ໃຫ້ຢູ່ໃນເກນປົກກະຕິ; ສຸມໃສ່ສົ່ງເສີມການປູກ, ການລ້ຽງ ໃຫ້ປະຊາຊົນໃນທ້ອງຖິ່ນ ທີ່ມີທ່າແຮງໃຫ້ໄດ້ຫຼາຍ ເພື່ອທົດແທນການນຳເຂົ້າ; ເອົາໃຈໃສ່ປະຕິບັດນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ບັນລຸຕາມຄາດໝາຍທີ່ສະພາປະຊາຊົນແຂວງໄດ້ຮັບຮອງ ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນໃຫ້ຂະຫຍາຍຕົວບໍ່ໜ້ອຍກວ່າ 6%.

ແຂວງອັດຕະປື

ພ້ອມທັງປະຕິບັດໂຄງການລົງທຶນຂອງລັດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ, ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ບັນລຸຕາມແຜນການ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕ້ອງຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສຸມໃສ່ຈັດເກັບລາຍຮັບ ຈາກໂຄງການລົງທຶນຕ່າງໆ ໃຫ້ດີກວ່າເກົ່າ ພ້ອມທັງຄຸ້ມຄອງລາຍຈ່າຍຢ່າງຮັດກຸມຕາມທິດປະຢັດ ໂດຍສະເພາະແມ່ນໃຫ້ຈັດຕັ້ງປະຕິບັດ ດຳລັດ ວ່າດ້ວຍລົດຂອງລັດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.ເອົາໃຈໃສ່ແກ້ໄຂບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຢາເສບຕິດ ທີ່ເປັນສາເຫດຂອງການເກີດປາກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມເຊັ່ນ: ການຂີ້ລັກ, ງັດແງະ ຕ້ອງໄດ້ຮັບການແກ້ໄຂຢ່າງທັນການ .

ແຂວງອັດຕະປື

ຂໍ້ມູນຈາກ: https://cutt.ly/bXnSJ59

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ