ນັກວິທະຍາສາດໃນເດັນມາກເຕືອນວ່າ ມີໂອກາດ 1 ໃນ 6 ທີ່ພູໄຟຈະລະເບີດໃນສະຕະວັດນີ້ ອາດສົ່ງຜົນໃຫ້ສິ່ງທີ່ມີຊີວິດຕົກຢູ່ໃນອັນຕະລາຍ

ນັກວິທະຍາສາດ

ໃນໄລຍະຜ່ານມາ ໄພພິບັດທາງທໍາມະຊາດຕ່າງໆ ທີ່ເກີດຂຶ້ນທົ່ວໂລກ ແມ່ນມັກຈະສົ່ງຜົນເສຍຫາຍອັນໃຫຍ່ຫຼວງໃຫ້ແກ່ສິ່ງທີ່ມີຊີວິດ ເຊິ່ງນັ້ນເປັນສັນຍານໃຫ້ມະນຸດເຮົາຕ້ອງກຽມຄວາມພ້ອມຮັບມືກັບມັນ.

ແລະ ເບິ່ງຄືວ່າເຮົາຈະໄດ້ກະກຽມຄວາມພ້ອມໃຫ້ໄວກວ່າເກົ່າ ເພາະເມື່ອວັນທີ 18 ສິງຫາ 2022 ສຳນັກຂ່າວຕ່າງປະເທດຢ່າງ Dailymail ໄດ້ເປີດເຜີຍລາຍງານຂອງທີມນັກວິທະຍາສາດຜູ້ຊ່ຽວຊານດ້ານພູໄຟໃນເດັນມາກ ພວກເຂົາເຊື່ອວ່າມີໂອກາດ 1 ໃນ 6 ທີ່ຈະເກີດພູໄຟລະເບີດຄັ້ງໃຫຍ່ພາຍໃນສະຕະວັດນີ້ ເຊິ່ງອານຸພາບຄວາມແຮງຂອງພູໄຟລະເບີດນີ້ແມ່ນຈະສົ່ງຜົນກະທົບຕໍ່ສະພາບອາກາດເທິງໂລກ ແລະ ເຮັດໃຫ້ສິ່ງທີ່ມີຊີວິດຫຼາຍລ້ານຊີວິດຕ້ອງຕົກຢູ່ໃນອັນຕະລາຍ.

ນັກວິທະຍາສາດ

ຕົວຢ່າງເຊັ່ນເຫດການເມື່ອຕົ້ນປີ (15 ກໍລະກົດ) ພູໄຟໃຕ້ທະເລຂະໜາດໃຫຍ່ທີ່ມີຊື່ວ່າ ‘Hunga Tonga-Hunga Ha’apai’ ຕັ້ງຢູ່ນອກຊາຍຝັ່ງຂອງປະເທດຕອງກາ ໄດ້ເກີດການລະເບີດຂຶ້ນ ສົ່ງຜົນໃຫ້ເກີດຄື້ນຍັກ ສືນາມິ (Tsunami) ຊັດເຂົ້າຊາຍຝັ່ງຂອງຍີ່ປຸ່ນ, ທະວີບອາເມຣິກາເໜືອ ແລະ ອາເມຣິກາໃຕ້ ໃນຂະນະທີ່ຕອງກາແມ່ນໄດ້ຮັບຄວາມເສຍຫາຍໜັກໃນດ້ານຊີວິດ, ຊັບສິນ ແລະຜົນກະທົບຕໍ່ GDP ເສດຖະກິດຂອງປະເທດເຖິງ 1 ໃນ 5.

ນັກວິທະຍາສາດ

ທັງນີ້ ຜົນການວິໄຈແກນນ້ຳແຂງໃນກຣີນແລນ ແລະ ທະວີບແອນຕາກຕິກ ຂອງທີມນັກວິທະຍາສາດຂອງສະຖາບັນ Niels Bohr ໃນນະຄອນໂຄເປນເຮເກນ ປະເທດເດັນມາກ ພົບວ່າ ການລະເບີດຂອງພູໄຟຮຸນແຮງຂະໜາດ 7 ແມັກນິຈູດ (magnitude) ອາດເຮັດໃຫ້ເກີດຄວາມຮຸນແຮງຫຼາຍກວ່າພູໄຟ Hunga Tonga-Hunga Ha’apai’ ທີ່ໄດ້ລະເບີດໄປເມື່ອເດືອນມັງກອນ 2022 ທີ່ຜ່ານມາເຖິງ 1-100 ເທົ່າ ແລະມີຄວາມເປັນໄປໄດ້ ທີ່ພູໄຟຈະເກີດການລະເບີດຄັ້ງໃຫຍ່ໃນສະຕະວັດນີ້.

ເຊິ່ງໃນອະດີດທີ່ຜ່ານມາ ການລະເບີດຂອງພູໄຟໃນລະດັບທີ່ຮຸນແຮງແບບນີ້ ເປັນສາເຫດເຮັດໃຫ້ສະພາບອາກາດປ່ຽນແປງຢ່າງກະທັນຫັນ ແລະກໍ່ໃຫ້ເກີດການຫຼົ້ມສະຫຼາຍຂອງອາລະຍະທໍາ ແຕ່ໃນອີກດ້ານໜຶ່ງໂລກເຮົານັ້ນຍັງບໍ່ມີການກຽມຄວາມພ້ອມທີ່ຈະຮັບມືກັບໄພພິບັດພູໄຟລະເບີດຄັ້ງໃຫຍ່ໃນລະດັບນີ້ເລີຍ.

ນັກວິທະຍາສາດ

ທາງດ້ານ Michael Cassidy ຜູ້ຊ່ວຍສາສະດາຈານດ້ານພູໄຟທີ່ມະຫາວິທະຍາໄລ Birmingham ໃນອັງກິດ ໄດ້ບອກກັບ Nature (ວາລະສານວິຊາການທາງວິທະຍາສາດ) ວ່າ ຂະນະນີ້ຍັງບໍ່ມີການປະສານການເຮັດວຽກ ຫຼື ການໃຫ້ງົບກ້ອນໃຫຍ່ເພື່ອສຶກສາຜົນກະທົບຕໍ່ໂລກ ຫາກພູໄຟເກີດການລະເບີດຄັ້ງໃຫຍ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ