ຍີ່ປຸ່ນເປີດຮັບແນວຄິດວີທີກະຕຸ້ນໃຫ້ຄົນຮຸ່ນໃໝ່ດື່ມແອລກໍຮໍຫຼາຍຂຶ້ນ ຫຼັງຍອດຂາຍລົດລົງ ສົ່ງຜົນໃຫ້ເກັບພາສີໄດ້ໜ້ອຍລົງຕາມໄປນໍາ

ແອລກໍຮໍ

ປົກກະຕິແລ້ວ ເຮົາມັກຈະເຫັນໂຄສະນາ ຫຼື ນະໂຍບາຍຕ່າງໆ ທີ່ຮຽກຮ້ອງໃຫ້ຜູ້ຄົນລົດ ຫຼື ງົດການດື່ມເຄື່ອງດື່ມ ແອລກໍຮໍ ເຊັ່ນ: ເຫຼົ້າ, ເບຍ… ເນື່ອງຈາກແອລກໍຮໍມີຜົນກະທົົບຫຼາຍຢ່າງຕໍ່ຜູ້ດື່ມແລະຄົນອ້ອມຂ້າງ.

ແອລກໍຮໍ

ຢ່າງໃດກໍຕາມ ເບິ່ງຄືວ່າທາງຍີ່ປຸ່ນຈະຄິດກົງກັນຂ້າມກັບສິ່ງທີ່ໄດ້ກ່າວມາ ເພາະເມື່ອຫຼ້າສຸດນີ້ ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ໜ່ວຍງານຈັດເກັບພາສີແຫ່ງຊາດຍີ່ປຸ່ນ (National Tax Agency ຫຼື NTA) ພົບຄົນຮຸ່ນໃໝ່ດື່ມແອລກໍຮໍນ້ອຍລົງ ຈົນກະທົບກັບການເກັບພາສີທີ່ໜ້ອຍລົງໄປນໍາ ເຮັດໃຫ້ທາງ NTA ຕ້ອງໄດ້ໃຊ້ກົນລະຍຸດໃໝ່ໆ ໂດຍການເປີດແຄັມເປນຂໍຮັບໄອເດຍວິທີການກະຕຸ້ນການບໍລິໂພກພາຍໃຕ້ຊື່ວ່າ ‘Sake Visa’ ເຊິ່ງແຄັມເປນນີ້ແມ່ນຈະເປີດຊ່ອງທາງໃຫ້ປະຊາຊົນທີ່ມີອາຍຸຢູ່ໃນອະຍຸລະຫວ່າງ 20-39 ປີ ສາມາດສະເໜີວິທີກະຕຸ້ນການຂາຍເຄື່ອງດື່ມແອລກໍຮໍທຸກປະເພດບໍ່ວ່າຈະເປັນ: ເຫຼົ້າ, ເບຍ, ວາຍ ຫຼື ໂຊຈູ ແລະ ແຄັມເປນເປີດຮັບແນວຄິດນີ້ຈະເປີດຈົນຮອດວັນທີ 9 ກັນຍາ 2022.

ແອລກໍຮໍ

ເຊິ່ງສິ່ງທີ່ NTA ຢາກໄດ້ຈາກແຄັມເປນນີ້ ຄື ຜະລິດຕະພັນ ແລະ ການອອກແບບໃໝ່ໆ, ການລົນນະລົງໃຫ້ມີການດື່ມຫຼາຍຂຶ້ນໃນພາກຄົວເຮືອນ, ໂປຣໂມຊັ່ນ ຫຼືແມ່ນແຕ່ວິທີການກະຕຸ້ນການຂາຍດ້ວຍ AI ຫຼື Metaverse ເຊິ່ງໄອເດຍໃດທີ່ຊະນະເລີດແມ່ນຈະໄດ້ຮັບການສະໜັບສະໜູນແຜນການເພື່ອໃຫ້ເກີດຂຶ້ນແທ້ໃນດ້ານການຄ້າຂາຍ.

ແອລກໍຮໍ

ສາເຫດທີ່ເຮັດໃຫ້ NTA ອອກແຄມເປນດັ່ງກ່າວ ກໍຍ້ອນວ່າໃນໄລຍະທີ່ຜ່ານມາ ຄົນດື່ມແອລກໍຮໍມີຈໍານວນລົດລົງ ເຊິ່ງສາເຫດມາຈາກພຶດຕິກໍາທີ່ປ່ຽນໄປຫຼັງການລະບາດຂອງ ໂຄວິດ-19 ບວກກັບປະຊາກອນສ່ວນຫຼາຍແມ່ນຜູ້ສູງອາຍຸແລະອັດຕາການເກີດກໍລົດລົງ. ທັງນີ້ ຖ້າທຽບການບໍລິໂພກແອລກໍຮໍໃນປີ 2020 ກັບ ປີ 1995 ກໍພົບວ່າປະລິມານການດື່ມລົດລົງຈາກ 100 ລິດ ເປັນ 75 ລິດ.

ໃນເມື່ອຜູ້ດື່ມມີຈໍານວນລົດລົງ  ໃນສ່ວນຂອງພາສີທີ່ເກັບໄດ້ກໍໜ້ອຍລົງແທ້ໆ ເພາະຂໍ້ມູນຈາກໜັງສືພິມ The Japan Times ລະບຸວ່າໃນປີ 1980 ພາສີຈາກແອລກໍຮໍຄິດເປັນ 5% ຂອງພາສີທັງໝົດ ແຕ່ວ່າໃນປີ 2020 ທີ່ຜ່ານມາກັບພົບວ່າເຫຼືອແຕ່ 1.7% ເຊິ່ງໃນປີນັ້ນ NTA ຍັງບອກອີກວ່າ ເກັບພາສີຈາກແອລກໍຮໍໄດ້ໜ້ອຍລົງ 1.1 ແສນລ້ານເຢນ ຖ້າທຽບກັບປີກ່ອນໜ້ານີ້.

ແອລກໍຮໍ

ຢ່າງໃດກໍຕາມ ບໍ່ແມ່ນທຸກຄົນຈະເຫັນດີກັບແຄມເປນຂອງລັດຖະບານ ເພາະວ່າມີຜູ້ໃຊ້ໂຊຊຽວຫຼາຍຄົນອອກມາຕໍາໜິ NTA ວ່າເປັນເລື່ອງບໍ່ເໝາະສົມທີ່ໜ່ວຍງານລັດຖະຈະສະໜັບສະໜູນໃຫ້ກຸ່ມຄົນໄວໜຸ່ມດື່ມແອລກໍຮໍ ແລະເບິ່ງຄືວ່າແຄມເປນນີ້ຈະບໍ່ຄໍານຶງເຖິງຄວາມສ່ຽງຕໍ່ສຸຂະພາບ ແລະ ຄວາມອ່ອນໄຫວຂອງຜູ້ຄົນທີ່ກໍາລັງຮັບມືກັບໂຣກຕິດແອລກໍຮໍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ