ອົງການ WWF–Laos ປະກາດປັບປ່ຽນເວລາເຮັດວຽກຈາກ 5 ມື້ ເປັນ 4.5 ມື້/ອາທິດ ເພື່ອແນໃສ່ສຸຂະພາບຈິດທີ່ດີ ແລະປະສິດທິພາບໃນການເຮັດວຽກຂອງພະນັກງານ

ອົງການ WWF–Laos

ເມື່ອວັນທີ 19 ສິງຫາ 2022 ອົງການກອງທຶນເພື່ອສັດໂລກສາກົນປະຈໍາປະເທດລາວ ຫຼື WWF – Laos ໄດ້ອອກມາປະກາດນະໂຍບາຍໃໝ່ ໂດຍທາງອົງການຈະປັບປ່ຽນເວລາເຮັດວຽກຈາກ 5ມື້/ອາທິດ ເປັນ 4.5 ມື້/ອາທິດ ເຊິ່ງທຸກໆວັນສຸກຂອງແຕ່ລະອາທິດ ຫຼັງເວລາ 12:00 ເປັນໂມງປິດການເຮັດວຽກ ເພື່ອແນໃສ່ການລົດຄວາມຄຽດ, ລົດເວລາ, ເພີ່ມຄຸນຄ່າ ແລະປະສິດທິພາບໃນການເຮັດວຽກຂອງພະນັກງານ.

ທັງນີ້ ການປັບປ່ຽນ ແລະ ທົດລອງນໍາໃຊ້ນະໂຍບາຍດັ່ງກ່າວ ແມ່ນເພື່ອເປັນການສ້າງຄວາມສົມດຸນລະຫວ່າງ ວຽກ ແລະ ການເປັນຢູ່ສ່ວນຕົວຂອງພະນັກງານເອງ. ນອກນັ້ນ ຍັງເປັນການສະໜັບສະໜູນ ຕໍ່ການລົດຜ່ອນຄວາມຄຽດ, ຕໍ່ການໃຊ້ສະໝອງ ແລະ ທາງຄວາມຄິດ ທີ່ທາງພະນັກງານອາດໄດ້ສຸມໃສ່ວຽກຫຼາຍຈົນເກີນໄປ. ພ້ອມນີ້ ຍັງເປັນການແບ່ງເບົາ ທັງຕໍ່ພາລະໜ້າທີ່ ເຊື່ອມໂຍງກັບຊີວິດສ່ວນຕົວ ກໍຄືສັງຄົມ ທີ່ພວກເຮົາປະເຊີນຢູ່ປັດຈຸບັນ.

ສະນັ້ນ ທາງ ອົງການ WWF-Laos ຈຶ່ງໄດ້ແຈ້ງມາຍັງຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ມີການປະສານງານກັບອົງການ ໃຫ້ຮັບຊາບວ່າ, ໃນປັດຈຸບັນ (ເລີ່ມແຕ່ເດືອນສິງຫາ ຈົນກວ່າຈະມີການປ່ຽນແປງ) ທາງອົງການ WWF ສາກົນ ໄດ້ມີນະໂຍບາຍໃຫ້ພະນັກງານເຮັດວຽກເຄິ່ງມື້ ສໍາລັບທຸກວັນສຸກ, ສະນັ້ນ ຫ້ອງການປະຈໍາລາວ (WWF-Laos) ລວມທັ້ງຫ້ອງການໃຫຍ່ ທີ່ ນະຄອນຫຼວງວຽງຈັນ ແລະ ຫ້ອງການປະສານງານ ທີ່ ແຂວງສະຫວັນນະເຂດ, ຈໍາປາສັກ, ສາລະວັນ ແລະ ເຊກອງ ແມ່ນຈະປິດການພົວພັນວຽກຕໍ່ພາຍນອກ ຫຼັງ 12 ໂມງ ຂອງທຸກວັນສຸກ ຍົກເວັ້ນກໍລະນີ ທີ່ມີການນັດໝາຍລ່ວງໜ້າ ຫຼື ຮີບດ່ວນ ຕາມແຕ່ລະກໍລະນີ.

ສາມາດອ່ານລາຍລະອຽດເພີ່ມຕື່ມໄດ້ທີ່: https://cutt.ly/lXWnGVw

ຂອບໃຈຂໍ້ມູນຈາກ:  Facebook fanpage WWF-Laos

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ