ອົງການແຮງງານລະຫວ່າງປະເທດອອກມາເປີດເຜີຍ “ແຮງງານທາດສະໄໝໃໝ່” ເພີ່ມຂຶ້ນເກືອບ 10 ລ້ານຄົນໃນ 5 ປີ

ອົງການແຮງງານ

ເມື່ອວັນທີ 12 ກັນຍາ 2022 BBC ໄດ້ລາຍງານວ່າ ອົງການແຮງງານລະຫວ່າງປະເທດ (ILO) ໄດ້ອອກມາເປີດເຜີຍວ່າ ມີຄົນປະມານ 50 ລ້ານຄົນ ຫຼື ຄິດເປັນ 1 ໃນ 150 ຄົນ ທີ່ຍັງມີຊີວິດ ຫຼື ຕິດຢູ່ໃນສະພາບແຮງງານບັງຄັບ ຫຼື ຖືກບັງຄັບໃຫ້ແຕ່ງງານ ເພີ່ມຂຶ້ນເກືອບ 10 ລ້ານຄົນຈາກຕົວເລກເມື່ອ 5 ປີກ່ອນ ໂດຍມີສາເຫດມາຈາກຄວາມຂັດແຍ້ງທາງດ້ານອາວຸດ, ການປ່ຽນແປງຂອງສະພາບພູມອາກາດ ແລະ ການແຜ່ລະບາດຂອງເຊື້ອໄວຣັສທົ່ວໂລກ.

ອົງການແຮງງານ

ກາຍ ໄຣເດີ (Guy Ryder) ຜູ້ອຳນວຍການຂອງ ILO ກ່າວວ່າ “ສະຖານະການທີ່ຮຸນແຮງນີ້ຖືວ່າເປັນເລື່ອງທີ່ໜ້າຕົກໃຈ ເພາະບໍ່ມີຫຍັງທີ່ຈະສາມາດສ້າງຄວາມຖືກຕ້ອງໃຫ້ກັບການຄົງຢູ່ຂອງການລະເມີດສິດທິມະນຸດຂັ້ນພື້ນຖານແບບນີ້ໄດ້ ເຮົາຄໍານຶງດີວ່າຈະຕ້ອງເຮັດແນວໃດ ທັງສະຫະພາບແຮງງານ, ອົງກອນ, ນາຍຈ້າງ, ພາກປະຊາສັງຄົມ ແລະ ປະຊາຊົນລ້ວນແລ້ວແຕ່ມີບົດບາດສຳຄັນ.”

ອົງການແຮງງານ

ຢ່າງໃດກໍຕາມ ILO ຖືວ່າການບັງຄັບໃຊ້ແຮງງານ ແລະ ການບັງຄັບໃຫ້ແຕ່ງງານ ລ້ວນແຕ່ຖືວ່າເປັນແຮງງານທາດຍຸກໃໝ່ ເພາະທັງສອງຢ່າງລ້ວນເຮັດໃຫ້ບຸກຄົນທີ່ຕົກເປັນເຫຍື່ອບໍ່ສາມາດຫຼົບໜີໄດ້ ເນື່ອງຈາກຕ້ອງປະເຊີນກັບການຂູ່ບັງຄັບ, ການໃຊ້ຄວາມຮຸນແຮງ, ການຫຼອກລວງ, ການໃຊ້ອຳນາດໃນທາງທີ່ຜິດ ແລະ ການບີບບັງຄັບໃນຮູບແບບອື່ນໆ.

ໃນລາຍງານສະບັບນີ້ຂອງ ILO ຍັງເປີດເຜີຍຕົວເລກຂອງຜູ້ຖືກບັງຄັບໃຊ້ແຮງງານ ໂດຍມີ 27.6 ລ້ານຄົນ ແລະ ໃນຈໍານວນນີ້ເປັນເດັກນ້ອຍ 3.3 ລ້ານຄົນ ເຊິ່ງຫຼາຍກວ່າເຄິ່ງໜຶ່ງນັ້ນຕົກເປັນເຫຍື່ອໃນການສະແຫວງຫາຜົນປະໂຫຍດທາງເພດເພື່ອການຄ້າ. ພ້ອມນີ້ຍັງມີຜູ້ທີ່ຖືກບັງຄັບໃຫ້ແຕ່ງງານອີກປະມານ 22 ລ້ານຄົນ ຫຼາຍກວ່າ 2 ໃນ 3 ຂອງຈໍານວນນີ້ເປັນເພດຍິງ ແລະ ເຫຍື່ອຂອງການຖືກບັງຄັບໃຫ້ແຕ່ງງານແມ່ນມີອາຍຸຕໍ່າກວ່າ 15 ປີ.

ອົງການແຮງງານ

ໂດຍສາເຫດທີ່ເຮັດໃຫ້ເກີດມີແຮງງານທາດສະໄໝໃໝ່ ແມ່ນມີສາເຫດມາຈາກວິກິດການທີ່ຊັບຊ້ອນຫຼາຍຢ່າງ ຕົວຢ່າງເຊັ່ນ: ການລະບາດໃຫຍ່ຂອງໂຄວິດ-19 ທີ່ສົ່ງຜົນໃຫ້ເກີດບັນຫາເລື່ອງລາຍໄດ້ ຈົນນຳໄປສູ່ການສ້າງໜີ້ສິນ  ແລະມັນສາມາດນຳໄປສູ່ການຖືກໃຊ້ແຮງງານບັງຄັບໄດ້ບາງກໍລະນີ. ພ້ອມກັນນັ້ນຍັງເຮັດໃຫ້ພາວະຄວາມທຸກຍາກຂັ້ນຮຸນແຮງທົ່ວໂລກເພີ່ມຂຶ້ນໃນຮອບ 20 ປີ.

ອົງການແຮງງານ

ແລະອີກໜຶ່ງສາເຫດກໍຄືສົງຄາມ ແລະ ຄວາມຂັດແຍ້ງ ທີ່ໄດ້ນຳໄປສູ່ສະຖານະການທີ່ຮຸນແຮງ ເພາະວ່າມີການຮັບສະໝັກເດັກເພື່ອນຳມາເຮັດວຽກ ຫຼື ນຳເດັກໄປເປັນທະຫານ ໃນຂະນະທີ່ການປ່ຽນແປງຂອງສະພາບພູມອາກາດກໍເຮັດໃຫ້ຜູ້ຄົນຕ້ອງໄດ້ຖິ້ມເຮືອນຊານ ແລະ ກາຍເປັນຜູ້ອົບພະຍົບ ເຊິ່ງນັ້ນເຮັດໃຫ້ພວກເຂົາມີຄວາມສ່ຽງທີ່ຈະຕົກເປັນທາດແຮງງານເພີ່ມຂຶ້ນທັນທີ.

ອົງການແຮງງານ

ທັງນີ້ ອົງການແຮງງານແຫ່ງສະຫະປະຊາຊາດໄດ້ກະຕືລືລົ້ນທີ່ຈະເນັ້ນວ່າການເປັນຕົກເປັນທາດບໍ່ໄດ້ຈຳກັດຢູ່ສະເພາະປະເທດທຸກຍາກທີ່ຫ່າງໄກຄວາມຈະເລີນ ແຕ່ຫຼາຍກວ່າເຄິ່ງໜຶ່ງຂອງແຮງງານທີ່ຖືກບັງຄັບທັງໝົດແມ່ນເກີດຂຶ້ນໃນປະເທດທີ່ຮັ່ງມີ ຫຼາຍກວ່າປະເທດທີ່ມີລາຍໄດ້ສູງ ຫຼື ປານກາງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ