ອົງການອາຫານໂລກມອບເງິນຈຳນວນ 1,000,000 ໂດລາສະຫະລັດ ຊ່ວຍເຫຼືອດ້ານອາຫານ ແກ່ແຮງງານລາວຜູ້ທີ່ກັກຕົວ


ອົງການອາຫານໂລກ WSP ມອບເງິນ 1,000,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວທີ່ກັບຈາກຕ່າງປະເທດ ທີ່ຢູ່ສູນກັກຕົວໃນນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງໄຊຍະບູລີ.

ເງິນໃນຈຳນວນດັ່ງກ່າວນັ້ນ ແມ່ນໄດ້ຈາກການປະກອບສ່ວນຂອງຫຼາຍພາກສ່ວນ ອົງການອະນາໄມໂລກ ແລະ ບັນດາຜູ້ທີ່ໄດ້ຮ່ວມຈັດຕັ້ງປະຕິບັດ ໂຄງການນີ້. ທ່ານ ດ.ຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການຊ່ວຍເຫຼືອດັ່ງກ່າວ ເປັນການຊ່ວຍເຫຼືອທີ່ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ຕໍ່ວຽກງານສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ສູນຈຳກັດບໍລິເວນໃນ 5 ແຂວງດັ່ງກ່າວ.

ການຊ່ວຍເຫຼືອໃນຄັ້ງໃນນີ້ກໍເພື່ອແນໃສ່ ຊີວິດການເປັນຢູ່ຂອງຜູ້ທີ່ກັກຕົວ ໃຫ້ມີຊີວິດທີ່ດີຂຶ້ນກວ່າເກົ່າ ທັງຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງເຂົາ ແລະ ຄອບຄົວໃນໄລຍະຈຳກັດບໍລິເວນ ເຊິ່ງການລະບາດຂອງພະຍາດໂຄວິດ-19 ແມ່ນສົ່ງຜົນກະທົບ ທີ່ບໍ່ເຄີຍມີມາກ່ອນໃນທົ່ວໂລກ ໂດຍສະເພາະຜົນກະທົບຕໍ່ຊີວິດ ແລະ ການເປັນຢູ່ຂອງປະຊາຊົນທີ່ມີຄວາມສ່ຽງຢູ່ໃນລາວ.

ຂອບໃຈຂໍ້ມູນຈາກ:
https://bit.ly/3mBy8Cr
https://bit.ly/2QcT8mG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/