ຈອກນ້ຳຮັກໂລກ ຍ່ອຍສະຫຼາຍໄດ້-ກິນກໍໄດ້ ແຖມມີຣົດຊາດອີກ!


ການໃຊ້ພລາສຕິກແບບໃຊ້ແລ້ວຖິ້ມ ເປັນບັນຫາດ້ານສິ່ງແວດລ້ອມທີ່ສຳຄັນທົ່ວໂລກ ຜູ້ບໍລິໂພກອົງກອນ ແລະ ລັດຖະບານກຳລັງດຳເນີນການແກ້ໄຂບັນຫານີ້ຫຼາຍຂຶ້ນເລື້ອຍໆ ໂດຍເບິ່ງຫາວິທີການໃໝ່ໆ ທີ່ຊ່ວຍລົດຜົນກະທົບຕໍ່ໂລກໃບນີ້ໃຫ້ເຫຼືອໜ້ອຍທີ່ສຸດ.

ດ້ວຍເຫດຜົນດັ່ງກ່າວ Asahi Breweries ຮ່ວມກັບບໍລິສັດ Marushige ຈຶ່ງໄດ້ເກີດແນວຄວາມຄິດ “ຈອກກິນນ້ຳ” ຫຼື “Mog (munching) Cup” ຂຶ້ນມາ, ເຊິ່ງມັນເປັນຈອກທີ່ເຮັດມາຈາກແປ້ງມັນຝຣັ່ງ ອົບດ້ວຍອຸນຫະພູມທີ່ສູງ ເຮັດໃຫ້ມັນມີຄວາມທົນທານ ແລະ ສາມາດຮອງຮັບນ້ຳທີ່ເກັບໄວ້ໃນອຸນຫະພູມຫ້ອງໄດ້ດົນເຖິງ 1 ຊົ່ວໂມງ. ພວກມັນມີຂະໜາດທີ່ແຕກຕ່າງກັນ ແລະ ແຕ່ລະຂະໜາດກໍຈະມີຣົດຊາດທີ່ແຕກຕ່າງກັນ ເຊັ່ນ: ຣົດຊາດກຸ້ງ, ຊ໋ອກໂກແລັດ…

Mog Cup ເປັນພາຊະນະບັນຈຸທີ່ເປັນມິດກັບສິ່ງແວດລ້ອມ ຈະມອບປະສົບການໃໝ່ໃຫ້ແກ່ຜູ້ບໍລິໂພກ ດ້ວຍການປະສົມປະສານຣົດຊາດລະຫວ່າງເຄື່ອງດື່ມກັບຜະລິດຕະພັນ.

Asahi Breweries ເລີ່ມທົດລອງຜະລິດແນວຄິດໃໝ່ນີ້ ໃນເດືອນພະຈິກ 2020 ທີ່ຜ່ານມາ ຢູ່ທີ່ Co-Working Space ທີ່ໂຕກຽວ ປະເທດຍີ່ປຸ່ນ. ເຂົາຈະໃຊ້ Mog Cup ກັບເຄື່ອງດື່ມຕ່າງໆ ເພື່ອທົດສອບຄວາມສາມາດໃນການບັນຈຸຂອງແຫຼວ ແລະ ທົດລອງວ່າຣົດຊາດຂອງມັນຈະເຂົ້າກັບເຄື່ອງດື່ມແບບໃດ.

ຈອກຮັກໂລກອັນນີ້ ເປັນອີກຕົວຢ່າງໜຶ່ງຂອງກຸ່ມຄົນທີ່ຢາກສ້າງສັງຄົມທີ່ມີຄວາມຍືນຍົງ ດ້ວຍການນຳສະເໜີຮູບແບບການບໍລິໂພກອາຫານແບບໃໝ່ ທີ່ແທນທີ່ຈະໃຊ້ພາຊະນະບັນຈຸພລາສຕິກໃຊ້ແລ້ວຖິ້ມ  ມາເປັນພາຊະນະບັນຈຸອາຫານທີ່ເປັນມິດກັບສິ່ງແວດລ້ອມແທນ.

ຂອບໃຈຂໍ້ມູນຈາກ:
https://bit.ly/3t2rPdk
https://bit.ly/3g0hf2H

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/