ຄູ່ຮັກເພດດຽວກັນ ຄູ່ທຳອິດຂອງໂລກ ສະຫຼອງວັນແຕ່ງງານ ຄົບຮອບ 20 ປີ


Gert Kasteel ແລະ Dolf Pasker ຄູ່ຮັກຊາຍຮັກຊາຍ ສັນຊາດ ເນເທີແລນ ທີ່ໄດ້ແຕ່ງງານກັນຢ່າງຖືກກົດໝາຍ ເປັນຄູ່ທຳອິດຂອງໂລກ ແລະ ໄດ້ຄອງຮັກກັນຍາວນານເຖິງ 20 ປີແລ້ວໃນປີນີ້ ໂດຍມີການສະຫຼອງເປັນກຸ່ມນ້ອຍໆຢູ່ເຮືອນ ເນື່ອງຈາກສະພາບການໂຄວິດ-19 ທີ່ຍັງບໍ່ສາມາດມີການຮວມຕົວກັນຂອງຄົນຈຳນວນຫຼາຍໄດ້.

Dolf ແລະ Gert ໄດ້ສະແດງຄວາມຮັກຕໍ່ກັນ ແລະ ໃຊ້ເວລາໃນວັນຄົບຮອບກັບການນັ່ງເບິ່ງຮູບພາບພິທີແຕ່ງງານຂອງພວກເຂົາ ເຊິ່ງກາຍເປັນຂ່າວທີ່ດັງໄປທົ່ວໂລກ ໂດຍພວກເຂົາລະບຸວ່າ ການແຕ່ງງານເຮັດໃຫ້ພວກເຂົາສາມາດຍອມຮັບຕົວເອງໄດ້ຢ່າງພາກພູມໃຈ ແລະ ໄດ້ເປັນສ່ວນໜຶ່ງຂອງປະຫວັດສາດ.

ປະເທດ ເນເທີເເລນ ເປັນປະເທດທຳອິດຂອງໂລກທີ່ອະນຸຍາດໃຫ້ຄູ່ຮັກເພດດຽວກັນສາມາດແຕ່ງງານກັນຢ່າງຖືກກົດໝາຍ ເຊິ່ງຖືກຮັບຮອງໃນວັນທີ 1 ເມສາ ປີ 2001 ແລະ ໃນມື້ດຽວກັນນັ້ນ ກໍມີຄູ່ຮັກເພດດຽວກັນ 4 ຄູ່ທີ່ເຂົ່າຮ່ວມພິທີແຕ່ງງານ ໂດຍມີເຈົ້າຄອງນະຄອນອັມສະເຕີດຳ (Amsterdam) ຂອງ ເນເທີແລນມາເປັນຜູ້ເຮັດພິທີໃຫ້.

ໃນປັດຈຸບັນ, ເກືອບ 30 ປະເທດທົ່ວໂລກ ໄດ້ມີການອະນຸຍາດໃຫ້ຄົນເພດດຽວກັນ ສາມາດແຕ່ງງານກັນໄດ້ຢ່າງຖືກຕ້ອງຕາມກົດໝາຍແລ້ວ ໂດຍສ່ວນໃຫຍ່ແມ່ນປະເທດໃນສະຫະພາບເອີຣົບ ນອກຈາກນີ້ຍັງມີ ລາຊະອານາຈັກອັງກິດ, ສະຫະລັດອາເມຣິກາ, ອົດສະຕາລີ, ແມັກຊິໂກ ແລະ ອາຟຣິກາໃຕ້ອີກດ້ວຍ.

ພາບ: thairath
ທີ່ມາ: https://www.thairath.co.th/news/foreign/2062396

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/