ພະນັກງານລົດເມອິນເດຍ ແຈກເບ້ຍໄມ້ໃຫ້ຜູ້ໂດຍສານຟຣີເປັນເວລາ 30 ປີ ແຈກໄປແລ້ວ 3 ແສນກວ່າຕົ້ນ!


Marimuthu Yoganathan ພະນັກງານລົດເມ ອາຍຸ 52 ປີ ໃນລັດທະມິນນາດູ ປະເທດອິນເດຍ ແຈກເບ້ຍໄມ້ໃຫ້ຜູ້ໂດຍສານ ເປັນເວລາ 30 ກວ່າປີ ແຈກໄປແລ້ວ 300,000 ຕົ້ນ ໂດຍເລີ່ມຈາກການເພາະເບ້ຍໄມ້ຢູ່ຫຼັງບ້ານຂອງຕົນເອງ ແລ້ວນຳໄປແຈກ.

ຄວາມຮັກໃນຕົ້ນໄມ້ຂອງ Marimuthu Yoganathan ເກີດຂຶ້ນຕັ້ງແຕ່ຕອນທີ່ລາວຍັງນ້ອຍ ລາວເຄີຍໄປນັ່ງຂຽນບົດກະວີຢູ່ກ້ອງຕົ້ນໄມ້ໃນປ່າໂຄທາກິຣິ ແລະ ໃນຂະນະນັ້ນໄດ້ມີກຸ່ມມາເຟຍທີ່ເຂົ້າມາລັກລອບຕັດຕົ້ນໄມ້ ລາວເອງໄດ້ຕໍ່ສູ້ກັບມາເຟຍເຫຼົ່ານັ້ນ ເພື່ອຢຸດບໍ່ໃຫ້ພວກເຂົາຕັດຕົ້ນໄມ້.

ຄົນທົ່ວໄປຈະຮູ້ຈັກ Marimuthu Yoganathan ໃນນາມ “Tree Man” ເພາະວ່າລາວໃຊ້ເວລາວ່າງຂອງລາວ ແລະ ເງິນ 40% ຈາກລາຍໄດ້ທັງໝົດຂອງລາວມາກ້າເບ້ຍໄມ້ ໃນພື້ນທີ່ສວນຫຼັງບ້ານ ກ່ອນຈະເອົາໄປແຈກ, ເຊິ່ງລາວເອງກໍມີເປົ້າໝາຍຈະປູກຕົ້ນໄມ້ໃຫ້ໄດ້ທັງໝົດ 1 ລ້ານຕົ້ນ.

ປັດຈຸບັນ ລາວໄດ້ເຮັດວຽກເປັນຄົນຂັບລົດປະຈຳທາງຂອງລັດຖະບານ ລັດທະມິນນາດູ s-26 ແລ່ນເສັ້ນ Marudamalai-Gandhipuram, ນອກຈາກນັ້ນ ລາວຍັງໄດ້ເຮັດວຽກກັບເດັກນ້ອຍນັກຮຽນ ແລະ ນັກສຶກສາ ກ່ຽວກັບຄວາມອັນຕະລາຍທີ່ເກີດຂຶ້ນຈາກການຕັດຕົ້ນໄມ້, ແລະ ລາວເອງກໍເປັນສະມາຊິກຂອງກຸ່ມ Tree Trust ອີກພ້ອມ.

Yoganathan ຍັງໄດ້ເຂົ້າຢ້ຽມຢາມມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນມັດທະຍົມ ແລະ ບັນດາໂຮງງານອຸດສາຫະກຳຕ່າງໆ ປະມານ 3,743 ແຫ່ງ ແລະ ຂຶ້ນບັນຍາຍເລື່ອງການຄຳນຶງເຖິງສິ່ງແວດລ້ອມ.

ໃນວັນທີ 28 ມີນາ 2021 ທີ່ຜ່ານມາ Marimuthu Yoganathan ໄດ້ຮັບຄຳຍ້ອງຍໍຈາກນາຍົກລັດຖະມົນຕີ Narendra Modi ຜ່ານລາຍການວິທະຍຸ Mann Ki Baat ສຳລັບຄວາມຄິດເລີ່ມຕົ້ນໃນການສົ່ງເສີມໃຫ້ຜູ້ຄົນປູກຕົ້ນໄມ້ວ່າ “Yoganathanji ໃນຂະນະທີ່ລາວກຳລັງອອກປີ້ໃຫ້ຜູ້ໂດຍສານ ກໍໄດ້ແຈກເບ້ຍໄມ້ຟຣີໃຫ້ຜູ້ໂດຍສານພ້ອມ, ດ້ວຍວິທີນີ້ Yoganathanji ຈຶ່ງສາມາດປູກຕົ້ນໄມ້ໄດ້ນັບບໍ່ຖ້ວນ ແລະ ໃຊ້ເງິນເດືອນຂອງລາວເອງໃນການແຈກ ຫຼັງຈາກທີ່ຟັງເລື່ອງນີ້ ໃຜແດ່ຈະບໍ່ຍ້ອງຍໍກັບການກະທຳຂອງ Yoganathan? ຂ້ອຍຍິນດີ ແລະ ຊາບຊຶ້ງ ໃນຄວາມພະຍາຍາມ ແລະ ສິ່ງທີ່ລາວເຮັດ ມັນສ້າງແຮງບັນດານໃຈຫຼາຍ”

ດ້ວຍຄວາມຮັກທີ່ມີຕໍ່ສິ່ງແວດລ້ອມ ເຮັດໃຫ້ Marimuthu Yoganathan ມີຄວາມຕັ້ງໃຈ ແລະ ມີກຳລັງໃຈໃນການຈະໄປເຖິງເປົ້າໝາຍຂອງລາວ ໂດຍອຸປະສັກດ້ານອາຍຸກໍເຮັດຫຍັງລາວບໍ່ໄດ້. ເລື່ອງລາວຂອງ Tree Man ຄົນນີ້ໄດ້ກາຍເປັນແຮງບັນດານໃຈໃຫ້ຫຼາຍໆຄົນທີ່ມີຄວາມຕັ້ງໃຈຢາກປົກປັກຮັກສາສິ່ງແວດລ້ອມ ແລະ ເລີ່ມລົງມືເຮັດຈາກສິ່ງເລັກໆນ້ອຍໆດ້ວຍຕົນເອງ.

ຂອບໃຈຂໍ້ມູນຈາກ:
https://bit.ly/3wJGnAU
https://en.wikipedia.org/wiki/M._Yoganathan
https://www.facebook.com/watch/?v=212600040622198

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/