14 ໂທລະສັບມືຖືທີ່ກັນນ້ຳໄດ້ ກຽມຕ້ອນຮັບເທສະການປີໃໝ່ລາວ


ໃນໄລຍະເດືອນເມສານີ້ ອາດຈະຫຼີກເວັ້ນອາກາດທີ່ຮ້ອນບໍ່ໄດ້ ແລະ ກິດຈະກຳທີ່ຕ້ອງເກີດຂຶ້ນແນ່ນອນກໍຄືການຫົດນ້ຳໃນເທສະການປີໃໝ່ລາວ.

ຫຼາຍໆຄົນອາດຈະປະສົບບັນຫາກັບໂທລະສັບມືຖືປຽກນ້ຳ ຫຼື ຖືກນ້ຳເຂົ້າເຮັດໃຫ້ເຄື່ອງເສຍຫາຍ ຈົນຕ້ອງໄດ້ຫາວິທີຕ່າງໆມາປ້ອງກັນ.

ມື້ນີ້ເຮົາກໍເລີຍຈະມາຮວບຮວມໂທລະສັບມືຖື 14 ຮຸ່ນທີ່ສາມາດກັນນ້ຳໄດ້ ເພື່ອກຽມຮັບມືກັບເທສະການປີໃໝ່ນີ້, ໂດຍແຕ່ລະຮຸ່ນທີ່ເລືອກມານັ້ນສາມາດປ້ອງກັນໄດ້ຕັ້ງແຕ່ລະດັບຝຸ່ນລະອອງນ້ຳ, ຝົນຕົກ ໄປຈົນຮອດລະດັບສູງສຸດ IP68 ທີ່ສາມາດນຳລົງນ້ຳເລິກໃນລະດັບ 1,5m ເປັນເວລາ 30 ນາທີ.

  1. REDMI NOTE 10/ NOTE 10 PRO (IP53 ກັນນ້ຳສີດ, ຝົນຕົກ)
  1. POCO X3 PRO (IP53 ກັນນ້ຳສີດ, ຝົນຕົກ)
  1. MOTO G30 (IP52 ກັນຝົນ)
  1. SONY XPERIA 10 II (IP65/68 ກັນນ້ຳຈືດເລິກ 1,5ມ ເປັນເວລາ 30ນາທີ)
  1. GALAXY A52/A52 5G (IP67 ກັນນ້ຳຈືດເລິກ 1ມ ເປັນເວລາ 30 ນາທີ)
  1. GALAXY A72 (IP67 ກັນນ້ຳຈືດເລິກ 1ມ ເປັນເວລາ 30 ນາທີ)
  1. GALAXY S20 FE (IP68 ກັນນ້ຳຈືດເລິກ 1,5ມ ເປັນເວລາ 30 ນາທີ)
  1. GALAXY NOTE 20 SERIES (IP68 ກັນນ້ຳຈືດເລິກ 1,5ມ ເປັນເວລາ 30ນາທີ)
  1. GALAXY S21 SERIES (IP68 ກັນນ້ຳຈືດເລິກ 1,5ມ ເປັນເວລາ 30 ນາທີ)
  1. IPHONE 12 SERIES (IP68 ກັນນ້ຳຈືດເລິກ 6ມ)
  1. SONY XPERIA 1 II (IP65/68 ກັນນ້ຳຈືດເລິກ 1,5ມ ເປັນເວລາ 30ນາທີ)
  1. OPPO FIND X3 PRO (IP68 ກັນນ້ຳຈືດເລິກ 1,5ມ ເປັນເວລາ 30 ນາທີ)
  1. ONEPLUS 9 PRO (IP68 ກັນນ້ຳຈືດເລິກ 1,5ມ ເປັນເວລາ 30 ນາທີ)
  1. MI 11 ULTRA (IP68 ກັນນ້ຳຈືດເລິກ 1,5ມ ເປັນເວລາ 30 ນາທີ)

ຂໍຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/