ອີກໜຶ່ງທາງເລືອກສຳລັບຄົນຮຸ່ນໃໝ່! Bitcoin ເເລະ Ethereum ຂຶ້ນເປັນສິນຊັບປອດໄພທີ່ໃຫ້ຜົນຕອບເເທນເໜືອກວ່າຄຳໃນປີ 2023


ໃນປີ 2023 ນີ້, ຫຼຽນ Crypto ເບີ 1 ເເລະ ເບີ 2 ຄື Bitcoin ເເລະ Ethereum ໄດ້ສະເເດງໃຫ້ພວກເຮົາເຫັນເຖິງສັກກະຍະພາບຢ່າງເເທ້ຈິງ ໂດຍການໃຫ້ຜົນຕອບເເທນເເຊງໜ້າສິນຊັບຍອດນິຍົມຢ່າງຄຳ ເເລະ ນີ້ກໍໄດ້ເຮັດໃຫ້ຄວາມເຊື່ອໃນເລື່ອງຂອງສິນຊັບປອດໄພຂອງຜູ້ຄົນທັງຫຼາຍປ່ຽນໄປຢ່າງສິ້ນເຊີງ.

ໂດຍ Bitcoin ຣາຊາ crypto ນັ້ນໄດ້ໃຫ້ຜົນຕອບເເທນທີ່ເພີ່ມຂຶ້ນເຖິງ 93% ໃນປີ 2023 ເມື່ອປຽບທຽບກັບຄໍາ ເເລະ ໃນສ່ວນຂອງ Ethereum ກໍໄດ້ໃຫ້ຜົນຕອບເເທນເພີ່ມຂຶ້ນຢ່າງເຂັ້ມເເຂງເຖິງ 39%.

ໃນທ່າມກາງເຫດການຄວາມບໍ່ເເນ່ນອນໃນທົ່ວໂລກ, Bitcoin ເເລະ Ethereum ໄດ້ສົ່ງສັນຍານຄວາມປອດໄພຢ່າງຈະແຈ້ງໃຫ້ແກ່ນັກລົງທຶນໃນດ້ານການຮັກສາມູນຄ່າ ແລະ ສັກກະຍະພາບໃນການຂະຫຍາຍຕົວຂອງສະກຸນເງິນດິຈິຕອນ.

ຫາກພວກເຮົາກັບໄປກວດສອບເບິ່ງເຖິງການເດີນທາງຂອງ Bitcoin ເເລະ Ethereum, ພວກເຮົາກໍຈະໄດ້ເຫັນການເຕີບໂຕຂຶ້ນເເບບກ້າວກະໂດດ ໂດຍສະເພາະຢ່າງຍິ່ງເມື່ອນຳມາປຽບທຽບກັບຄຳ ເຊິ່ງເປັນສິນຊັບທີ່ມີຄວາມໜ້າເຊື່ອຖືມາເປັນເວລາດົນນານ.

ໃນໄລຍະສອງສາມອາທິດຜ່ານມາ, Bitcoin ໄດ້ໃຫ້ຜົນຕອບເເທນເພີ່ມຂຶ້ນຫຼາຍກວ່າ 30% , ເຊິ່ງການເພີ່ມຂຶ້ນໃນສ່ວນນີິ້ເເມ່ນໄດ້ຮັບເເຮງຂັບເຄື່ອນຈາກການຄາດເດົາກ່ຽວກັບການຍື່ນຄໍາຮ້ອງຂໍກອງທຶນ Bitcoin ETF ຈາກຜູ້ສະໝັກຕ່າງໆທີ່ລໍຖ້າການອະນຸມັດຈາກ SEC. ໂດຍຄວາມເຊື່ອໝັ້ນໃນເຊີງບວກນີ້ໄດ້ເເຜ່ຂະຫຍາຍໄປທົ່ວສິນຊັບດິຈິຕອນ ເຊິ່ງມີຄວາມເເຕກຕ່າງຢ່າງສິ້ນເຊີງກັບເສດຖະກິດທີ່ຊົບເຊົາ ເເລະ ການຫຼຸດລົງຂອງສິນຄ້າ, ຮຸ້ນ ເເລະ ພັນທະບັດ.

ການເຕີບໂຕຂອງ Bitcoin ນັ້ນໄດ້ສົ່ງຜົນໃຫ້ Ethereum ເຊິ່ງເປັນຫຼຽນທີ່ມີລາຄາສູງສຸດຮອງລົງມາ ໄດ້ມີມູນຄ່າເພີ່ມຂຶ້ນຕາມກັນມາເເບບຕິດໆເຖິງເເມ່ນວ່າຈະມີອັດຕາທີ່ເພິ່ມຂຶ້ນຊ້າກວ່າ Bitcoin ກໍຕາມ. ເຊິ່ງເປັນທີ່ໜ້າສັງເກດວ່າ ມູນຄ່າຂອງ Ethereum ນັ້ນໄດ້ຫຼຸດລົງເມື່ອທຽບກັບ Bitcoin ເປັນເວລາຫຼາຍກວ່າ 470 ມື້ ແລະ ຍັງຄົງຫຼຸດລົງເລື້ອຍໆ.

ທີ່ມາ:

cryptopolitan

crypto

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/