ສ້າງຕັ້ງສະມາຄົມສົ່ງເສີມປູກມັນຕົ້ນ ແລະ ພືດຜັກ ເພື່ອເຕົ້າໂຮມຊ່ວຍເຫຼືອ ປູກມັນຕົ້ນ ແລະ ພືດຜັກ ໃນນະຄອນຫຼວງວຽງຈັນ


ປະກາດສ້າງຕັ້ງສະມາຄົມສົ່ງເສີມປູກມັນຕົ້ນ ແລະ ພືດຜັກ ເພື່ອເຕົ້າໂຮມຊ່ວຍເຫຼືອຊຸມຊົນກຸ່ມການຜະລິດ ສົ່ງເສີມການປູກມັນຕົ້ນ ແລະ ພືດຜັກ ໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມອາດສາມາດໃນການເຮັດກະສິກຳໃຫ້ຫຼາຍຂຶ້ນ.

ກອງປະຊຸມສ້າງຕັ້ງສະມາຄົມສົ່ງເສີມປູກມັນຕົ້ນ ແລະ ພືດຜັກນະຄອນຫຼວງວຽງຈັນ (ນວ)ຈັດຂຶ້ນວັນທີ 6 ພະຈິກ 2023 ທີ່ສູນກາງແນວລາວສ້າງຊາດ ໂດຍມີທ່ານນາງ ສຸມາລີ ທໍາມະວົງ ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ (ນວ) ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ປະທານສະພາການຄ້າ ນວ ເຂົ້າຮ່ວມ.

ໃນພິທີ, ທ່ານ ຊື່ນຊວງ ດວງຕາວິໄລ ປະທານສະມາຄົມສົ່ງເສີມປູກມັນຕົ້ນ ແລະ ພືດຜັກ ນວ ໄດ້ກ່າວວ່າ: ສະມາຄົມສົ່ງເສີມການປູກມັນຕົ້ນ ແລະ ພືດຜັກ ນວ ແມ່ນການຈັດຕັ້ງທາງສັງຄົມມີພາລະບົດບາດສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສະມາຊິກ ຊ່ວຍເຫຼືອສັງຄົມບົນພື້ນຖານກົດໝາຍ ແລະ ລະບຽບການຂອງລັດ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຄົມ ສະມາຊິກສະມາຄົມ ຫຼື ຊຸມຊົນກຸ່ມການຜະລິດ ປະກອບສ່ວນສ້າງສາພັດທະນາປະເທດຊາດ ແລະ ລຶບລ້າງຄວາມທຸກຍາກ ພ້ອມນີ້ຍັງ ປະກອບສ່ວນເຂົ້າໃນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານເພື່ອສົ່ງເສີມ ເຕົ້າໂຮມບັນດາສະມາຊິກທີ່ປູກມັນຕົ້ນ ແລະ ພືດຜັກເປັນສິນຄ້າ ນໍາພາສະມາຊິກນຳໃຊ້ເຄື່ອງມື ແລະ ເຕັກນິກທີ່ທັນສະໄໝເຂົ້າໃນການຜະລິດກະສິກຳ ແລະ ປ່າໄມ້ແບບໃໝ່ ປຸກລະດົມຂົນຂວາຍ ແລະ ຊ່ວຍເຫຼືອກຸ່ມຜະລິດ ແລະ ປະຊາຊົນໃນການປູກມັນຕົ້ນ ແລະ ພືດຜັກເປັນອາຊີບໝັ້ນຄົງກາຍເປັນສິນຄ້າແບບມືອາຊີບ.

ເນື້ອໃນກິດຈະກໍາຂອງແຜນການປີ 2023-2024 ຈະປຸກລະດົມຂົນຂວາຍສະມາຊິກປູກມັນຕົ້ນໃຫ້ໄດ້ 400 ຄົນ ເນື້ອທີ່ຜະລິດ 2.050 ເຮັກຕາ ໃນນັ້ນ ພືດຜັກໃຫ້ໄດ້ 100 ຄົນ ເນື້ອທີ່ຜະລິດໃນ 200 ເຮັກຕາ ຂົນຂວາຍຂະຫຍາຍສະມາຊິກຕາມກຸ່ມເປົ້າໝາຍຜູ້ລິດທີ່ເປັນສະມາຊິກຂອງສະມາຄົມ ຜູ້ເກັບຊື້ ແລະ ຫົວໜ່ວຍທຸລະກິດປິ່ນອ້ອມ ກະກຽມທີມງານວິຊາການຈາກຕ່າງປະເທດມາເຝິກອົບຮົມທາງດ້ານເຕັກນິກ ແລະ ວິທີການໃໝ່ໃຫ້ແກ່ສະມາຊິກ ຊອກຊ່ອງທາງການຕະຫຼາດ ການຄ້າໃຫ້ສະມາຊິກມີຜົນກຳໄລທີ່ດີ ຄົ້ນຄວ້າສຶກສາຫາແຫຼ່ງທຶນ ອຸປະກອນການຜະລິດ ປຸ໋ຍ ຝຸ່ນ ແລະ ອື່ນໆ ຊຸກຍູ້ສະມາຊິກໃຫ້ໄດ້ຕາມແຜນການປະຈຳປີໃຫ້ໄດ້ 40.000-60.000 ໂຕນ (ມັນຕົ້ນແຫ້ງ) ແລະ ພືດຜັກອື່ນໆອອກສູ່ຕ່າງປະເທດ ຄົ້ນຄວ້າກະກຽມທຶນປະມານ 50 ຕື້ກີບ ກະກຽມແນວພັນມັນຕົ້ນໃໝ່ທີ່ມີຄຸນະພາບ ແລະ ມີສະມັດຖະພາບ ເຄື່ອງມືການຜະລິດກົນຈັກ ອຸປະກອນຮັບໃຊ້ໃນການກະເສດຕ່າງໆ ຜະລິດຝຸ່ນອິນຊີ ຊີວະພາບໂຕຂີ້ກະເດືອນ ໃຫ້ໄດ້ 100.000 ໂຕນຕໍ່ປີ ສະໜອງເຕັກນິກວິຊາານ ໂດຍສະເພາະຊ່ຽວຊານ ທີ່ປຶກສາຈາກຕ່າງປະເທດ.

ໃນກອງປະຊຸມໄດ້ແຕ່ງຕັ້ງທ່ານ ຊື່ນຊວງ ດວງຕາວິໄລ ເປັນປະທານສະມາຄົມສົ່ງເສີມການປູກມັນຕົ້ນ ແລະ ພືດຜັກ ນວ, ທ່ານ ໄຊປະເສີດ ຕັ້ງຊະນະ ແລະ ທ່ານນາງ ສຸດສາຍໃຈ ດວງວິໄຊ ເປັນຮອງປະທານ ຈາກນັ້ນກໍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈເພື່ອເກັບຊື້ມັນຕົ້ນ ແລະ ພືດຜັກກັບສະມາຊິກ ການສະໜອງປຸ໋ຍອິນຊີ ຊີວະພາບໂຕຂີ້ກະເດືອນໃຫ້ແກ່ສະມາຊິກພຽງພໍຕາມຄວາມຕ້ອງການ.

https://www.facebook.com/VientianeMai/posts/pfbid02YUNM4BAa3CdNHDHwrmGQnQ1NgvYkNzQaiMF2FNvFf6HiWtfH5bgbb9Yf5BTjC9eNl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/