Heath ມືເບສວົງ X Japan ເສຍຊີວິດໃນໄວ 55 ປີ


Morie Hiroshi ຫຼືຊື່ໃນວົງການວ່າ Heath ເປັນນັກດົນຕີ, ນັກແຕ່ງເພງ ແລະ ຍັງເປັນສະມາຊິກວົງດົນຕີຣັອກລະດັບຕຳນານຢ່າງວົງ X Japan ໃນຕຳແໜ່ງມືເບສ ໄດ້ເສຍຊີວິດລົງໃນໄວ 55 ປີ ດ້ວຍໂຣກມະເຮັງ ທີ່ກວດພົບເມື່ອຕົ້ນປີທີ່ຜ່ານມາ.

ໃນວັນທີ 7 ພະຈິກ 2023 ນັບວ່າເປັນຂ່າວທີ່ໂສກເສົ້າສະເທືອນວົງການເພງຂອງປະເທດຍີ່ປຸ່ນ ຫຼັງການຈາກໄປຂອງ Heath ມືເບສວົງ X Japan ທີ່ໄດ້ເສຍຊີວິດລົງດ້ວຍໂຣກມະເຮັງ ໂດຍມີລາຍງານລະບຸວ່າທາງ Heath ເອງຮູ້ສຶກບໍ່ສະບາຍຈຶ່ງໄດ້ເຂົ້າກວດສຸຂະພາບ ຈົນໄດ້ຮັບຮູ້ວ່າຕົນເອງໄດ້ປ່ວຍເປັນມະເຮັງໃນໄລຍະລຸກລາມ.

ການປ່ວຍຂອງ Heath ເອງເປັນເລື່ອງທີ່ກະທັນຫັນຢ່າງຫຼວງຫຼາຍ ແລະ ຍັງມີອາການທີ່ຊຸດໂຊມລົງຢ່າງວ່ອງໄວ ຈົນໝູ່ໃນວົງເອງບາງຄົນຍັງບໍ່ຮູ້ເຖິງອາການປ່ວຍຂອງ Heath ເຊິ່ງທາງສຳນັກຂ່າວ LaoX ຕ້ອງຂໍສະແດງຄວາມເສຍໃຈກັບການຈາກໄປໃນຄັ້ງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/