ອິນໂດເນເຊຍ ພິຈາລະນາຊື້ນໍ້າມັນເຊື້ອໄຟຈາກ ຣັດເຊຍ ໃນລາຄາຖືກ ຫວັງລົດລາຄານ້ຳມັນເຊື້ອໄຟພາຍໃນປະເທດ

ຣັດເຊຍ

ພາຍໃຕ້ຄວາມພະຍາຍາມ ໃນການຄວບຄຸມລາຄານໍ້າມັນທີ່ເພີ່ມສູງຂຶ້ນ ພາຍໃນປະເທດຂອງ ອິນໂດເນເຊຍ ຫຼ້າສຸດ ຜູ້ນຳ ອິນໂດເນເຊຍ ເປີດເຜີຍວ່າກຳລັງພິຈາລະນາຊື້ນ້ຳມັນເຊື້ອໄຟຈາກຣັດເຊຍ ເພື່ອຊົດເຊີຍຕົ້ນທຶນພະລັງງານທີ່ເພີ່ມສູງຂຶ້ນ.

ໂດຍ ໂຈໂຄ ວິໂດໂດ (Joko Widodo) ປະທານາທິບໍດີ ຂອງອິນໂດເນເຊຍ ຕອບຄຳຖາມຕໍ່ສື່ມວນຊົນວ່າ: “ພວກເຮົາຕ້ອງເຝົ້າຕິດຕາມຕົວເລືອກທັງໝົດທີ່ມີຢູ່ສະເໝີ ຖ້າມີປະເທດໃດໃຫ້ລາຄາທີ່ດີກວ່າ ເຮົາກໍຕ້ອງຊື້ແນ່ນອນ ເພາະລັດຖະບານມີໜ້າທີ່ຊອກຫາແຫຼ່ງພະລັງງານຕ່າງໆ ເພື່ອຕອບສະໜອງຕໍ່ຄວາມຕ້ອງການດ້ານພະລັງງານຂອງປະຊາຊົນ”

ຣັດເຊຍ

ກ່ອນໜ້ານີ້ ລັດຖະມົນຕີກະຊວງການທ່ອງທ່ຽວຂອງອິນໂດເນເຊຍໄດ້ເປີດເຜີຍວ່າ ຣັດເຊຍໄດ້ສະເໜີຂາຍນໍ້າມັນໃຫ້ກັບ ອິນໂດເນເຊຍ ໃນລາຄາທີ່ຕໍ່າກວ່າຕະຫຼາດລະຫວ່າງປະເທດເຖິງ 30% ຂະນະທີ່ເດືອນສິງຫາທີ່່ຜ່ານມາ Pertamina ບໍລິສັດນໍ້າມັນຂອງລັດຖະບານອິນໂດເນເຊຍ ເປີດເຜີຍວ່າກຳລັງທົບທວນຄວາມສ່ຽງໃນການຊື້ນໍ້າມັນຈາກ ຣັດເຊຍ.

ຂະນະທີ່ ທາງສະຫະລັດ ອາເມຣິກາ ຂູ່ວ່າຈະຂວໍ້າບາດຕໍ່ປະເທດທີ່ຊື້ນຳມັນຈາກຣັດເຊຍ ເຊິ່ງບໍ່ປະຕິບັດມາດຕະການຊື້ນໍ້າມັນຕາມລາຄາຕະຫຼາດທີ່ກຳນົດໂດຍກຸ່ມ G7 ເຮັດໃຫ້ ອິນໂດເນເຊຍສ່ຽງຕໍ່ການຖືກຂວໍ້າບາດ.

ຣັດເຊຍ

ດາວິດ ຊາມົວ (David Samuel) ຫົວໜ້ານັກເສດຖະສາດຈາກທະນາຄານກາງຂອງອາຊີ Bank Central Asia ກ່າວວ່າ ຖ້າລັດຖະບານອິນໂດເນເຊຍຊື້ນໍ້າມັນຈາກຣັດເຊຍແທ້ ຈະເປັນການປະຊາສຳພັນທີ່ບໍ່ດີຢ່າງຮ້າຍແຮງ ເນື່ອງຈາກອິນໂດເນເຊຍເປັນປະເທດທີ່ບໍ່ເຂົ້າຂ້າງຝ່າຍໃດ ແລະ ເປັນຜູ້ກໍ່ຕັ້ງຂະບວນການປະຊາຊາດແບບບໍ່ເຂົ້າຂ້າງຝ່າຍໃດ.

ສຳຄັນຄືໃນປີນີ້ ອິນໂດເນເຊຍເປັນເຈົ້າພາບຈັດການປະຊຸມສຸດຍອດຜູ້ນຳກຸ່ມປະເທດ G20 ທີ່ ບາລີ ໃນເດືອນພະຈິກນີ້ ໂດຍປະທານາທິບໍດີ ອິນໂດເນເຊຍ ໄດ້ເຊີນຜູ້ນຳລະດັບໂລກຈຳນວນຫຼາຍລວມເຖິງ ປະທານາທິບໍດີ ໂຈ ໄບເດນ ຂອງສະຫະລັດອາເມຣິກາ, ປະທານາທິບໍດີ ສີຈິ້ນ ຜິງ ຂອງຈີນ, ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ແລະ ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ຂອງຢູເຄຣນ ໃຫ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ດ້ວຍ.

ຣັດເຊຍ

ເສດຖະກິດຂອງອິນໂດເນເຊຍລອດພົ້ນວິກິດດ້ານພະລັງງານໄປໄດ້ໃນໄຕມາດທີ 2 ຂອງປີນີ້ ໂດຍ GDP ເຕີບໂຕຂຶ້ນ 5.44% ຈາກປີກ່ອນ ເນື່ອງຈາກກຳລັງການບໍລິໂພກພາຍໃນປະເທດຍັງເຂັ້ມແຂງ ແລະ ການສົ່ງອອກສິນຄ້າຖ່ານຫີນ ແລະ ນໍ້າມັນປາມ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ