ຈີນຄົ້ນພົບ ແຮ່ທາດຊະນິດໃໝ່ຈາກດວງເດືອນ ແລະ ກາຍເປັນປະເທດທີ 3 ຂອງໂລກທີ່ຄົ້ນພົບແຮ່ທາດຈາກດວງເດືອນ

ແຮ່ທາດຊະນິດໃໝ່

ຈີນເປັນປະເທດໜຶ່ງໃນໂລກທີ່ໄດ້ສົ່ງຍານອະວະກາດໄປທີ່ດວງເດືອນເພື່ອການສຶກສາຄົ້ນຄວ້າ ແລະ ຄົ້ນຫາແຮ່ທາດຕ່າງໆ ເພື່ອຫວັງວ່າມັນອາດຈະສາມາດນຳມາເປັນພະລັງງານທົດແທນໄດ້ໃນອະນາຄົດ ແລະຫຼ້າສຸດນີ້ (12 ກັນຍາ) ອົງການບໍລິຫານອະວະກາດແຫ່ງຊາດຈີນ (China National Space Administration) ແລະ ສຳນັກງານພະລັງງານປະລາມະນູແຫ່ງປະເທດຈີນ (China Institute of Atomic Energy) ໄດ້ອອກມາປະກາດວ່ານັກວິທະຍາສາດຈີນໄດ້ຄົ້ນພົບແຮ່ທາດຊະນິດໃໝ່ຈາກດວງເດືອນ ຜ່ານການວິໄຈຕົວຢ່າງຈາກດວງເດືອນທີ່ເກັບໂດຍພາລະກິດສາງເອີ 5 (Chang’e-5) ຂອງຈີນ.

ແຮ່ທາດຊະນິດໃໝ່

ໃນສ່ວນຂອງແຮ່ທາດຊະນິດໃໝ່ນີ້ແມ່ນທາງການຈີນໄດ້ເກັບຕົວຢ່າງມາຈາກດວງເດືອນໃນໄລຍະປີ 2020 ທີ່ຍານສາງເອີ 5 ໄດ້ເຮັດພາລະກິດດ້ວຍການລົງໄປສຳຫຼວດພື້ນຜິວດວງເດືອນ ແລະ ເກັບຕົວຢ່າງມາວິໄຈ ໂດຍນັກວິທະຍາສາດຈີນໄດ້ວິເຄາະການກະຕຸ້ນນິວຕຣອນ ເຊິ່ງກໍພົບວ່າມັນມີສານເຄມີທີ່ແຕກຕ່າງຈາກຕົວຢ່າງອື່ນທີ່ເກັບມາຈາກດວງເດືອນກ່ອນໜ້ານີ້ ແລະ ໄດ້ຕັ້ງຊື່ມັນວ່າ ສາງເອີ ໄຊ-(ວາຍ).

ແຮ່ທາດຊະນິດໃໝ່

ສາງເອີ ໄຊ-(ວາຍ) (Changesite-(Y))  ເປັນແຮ່ທາດທີ່ມີລັກສະນະເປັນແກ້ວຮຽງເປັນແນວໂປ່ງໃສບໍ່ມີສີ ໂດຍຖືກຄົ້ນພົ້ບຈາກການວິເຄາະອະນຸພາກຫີນບະຊອລ (Basalt) ຈາກດວງເດືອນຂອງທີມວິໄຈຈາກສະຖາບັນວິໄຈທໍລະນີວິທະຍາຢູເຣນຽມປັກກິ່ງ ເຊິ່ງຢູ່ໃນເຄືອຂອງບໍລິສັດນິວເຄຼຍແຫ່ງຊາດຈີນ.

ແຮ່ທາດຊະນິດໃໝ່

ໂດຍ ຕົງ ເປົ່າຖົງ (Dong Baotong) ຮອງຜູ້ອຳນວຍການສຳນັກງານປະລາມະນູແຫ່ງປະເທດຈີນ ກ່າວວ່າແຮ່ດັ່ງກ່າວເປັນແຮ່ທາດຊະນິດໃໝ່ທີ່ຈີນຄົ້ນພົບຈາກດວງເດືອນເປັນຄັ້ງທຳອິດ ແລະ ເປັນແຮ່ຊະນິດທີ 6 ທີ່ມະນຸດຄົ້ນພົບ. ພ້ອມນີ້ແລ້ວການຄົ້ນພົບດັ່ງກ່າວຍັງເຮັດໃຫ້ຈີນກາຍເປັນປະເທດທີ 3 ຂອງໂລກໃນການຄົ້ນພົບແຮ່ທາດຊະນິດໃໝ່ຈາກດວງເດືອນອີກພ້ອມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ