“ພວກເຮົາຈະພາລາວໄປສູ່ສາກົນ” ຮູ້ຈັກ Zamio.P ແລະ Thinlamphone 2 ສິລະປິນລາວກຸ່ມທຳອິດທີ່ໄດ້ໄປຮ່ວມງານ ASEAN Music Showcase Festival


“ເຮົາຈະບໍ່ໜີປະລາວໄປສາກົນ ແຕ່ເຮົາຈະພາລາວໄປສູ່ສາກົນ” ນີ້ຄືຄໍາເວົ້າຂອງ Zamio.P ແລະ Thinlamphone 2 ສິລະປິນລາວຜູ້ທີ່ມີຄວາມຝັນທີ່ຢາກພາຄວາມເປັນໄປລາວໄປສູ່ສາກົນ. ນອກຈາກນີ້ ທັງ 2 ຄົນຍັງສິລະປິນລາວກຸ່ມທຳອິດທີ່ໄດ້ໄປຮ່ວມງານ ASEAN Music Showcase Festival 2022 ທີ່ປະເທດສິງກະໂປ ແລະ ເປັນເຈົ້າຂອງຜົນງານເພງສຸດຮິດຢ່າງ All Day All Night ບອກເລີຍວ່າຄວາມສາມາດບໍ່ທຳມະດາຢ່າງແນ່ນອນ ເຊິ່ງມື້ນີ້ LaoX ເຮົາກໍມີໂອກາດພິເສດໄດ້ໄປສຳພາດ 2 ສິລະປິນເຖິງຕົວຕົນ, ຜົນງານຂອງພວກ ແລະ ການໂຄຈອນມາຮ່ວມງານກັນຂອງພວກເຂົາວ່າເປັນມາຄືແນວໃດ. ຖ້າວ່າທຸກຄົນພ້ອມແລ້ວເຮົາໄປທຳຄວາມຮູ້ຈັກກັບ Zamio.P ແລະ Thinlamphone ກັນເລີຍ.

LaoX: ຊ່ວຍແນະນຳຕົນເອງພ້ອມກັບຜົນງານຕ່າງໆ ທີ່ຜ່ານມາມີຫຍັງແດ່? ແລະ ການໂຄຈອນມາພົບກັນລະຫວ່າງ Zamio.P ແລະ Thinlamphone ເກີດຂຶ້ນໄດ້ແນວໃດ?

Zamio.P: ສະບາຍດີ Lao X ແລະ ທຸກໆ ຄົນ ຂ້ອຍມີຊື່ວ່າ ແອ່ນລີ້ ປານຸວົງ ຫຼືຫຼາຍຄົນຮູ້ຈັກດີໃນນາມ Zamio.P ເປັນຄົນມາຈາກສະຫວັນນະເຂດ ເຊິ່ງກ່ອນທີ່ຂ້ອຍຈະໄດ້ມາຮ່ວມງານກັບ Thinlamphone ແມ່ນເຄີຍໄດ້ມີຜົນງານຕ່າງໆ ຂອງຕົນເອງມາກ່ອນແລ້ວ ໂດຍໄດ້ມີການເຮັດເພງກັບໝູ່ທີ່ຊື່ວ່່າ “ຮູ້ເອົາໄວ້” ເຊິ່ງເພງນີ້ກໍໄດ້ກາຍເປັນເພງປະກອບຂອງຊີຣີ້ລາວຊື່ດັງເລື່ອງໜຶ່ງ ແລະ ເພງ “ໜ້າໜາວປີນີ້” ໃນປີ 2018 ເຊິ່ງເປັນເພງທີ່ເຮັດໃຫ້ຄົນຮູ້ຈັກ Zamio.P ຫຼາຍຂຶ້ນໃນຂະນະນັ້ນ, ເພງ “ເຫຼົ້າຂາວ” ແລະ ອີກຫຼາຍໆ ເພງທີ່ໄດ້ຮັບຄວາມນິຍົມ ສາມາດໄປຮັບຊົມໄດ້ທີ່ຊ່ອງ: YouTube: Zamio P ນອກຈາກນີ້ແລ້ວຂ້ອຍກໍຍັງເຄີຍຊະນະຮາງວັນ The Best Solo Songs of 2018 ຈາກລາຍການ Run HipHop Lao.

Thinlamphone: ສ່ວນຂ້ອຍມີຊື່ວ່າ ຖິ່ນລໍາພອນ ມະຫາວົງ (ໜ່ອຍ) ຫຼືຊື່ໃນວົງການເອີ້ນວ່າ Thinlamphone ເປັນຄົນພື້ນຖານມາຈາກ ເມືອງໂຂງ ແຂວງຈໍາປາສັກ ແລະ ຕັ້ງແຕ່ປີ 2006 ໄດ້ຍ້າຍມາຢູ່ນະຄອນຫຼວງວຽງຈັນ ຈົນມາຮອດປັດຈຸບັນ. ໃນປີ 2015 ແມ່ນຂ້ອຍໄດ້ເລີ່ມເຂົ້າວົງການເພງໂດຍສັງກັດຢູ່ກັບຄ້າຍເພງແຫ່ງໜຶ່ງ ແລະ ໄດ້ມີຜົນງານເພງທຳອິດຂອງຕົນເອງຊື່ວ່າ “ນ້ອງຕາຍຊິໄຫ້ນຳບໍ່” ເຊິ່ງຜົນງານເພງນີ້ກໍໄດ້ຮັບກະແສຕອບຮັບທີ່ຫຼາຍ ເພາະມີຍອດຮັບຊົມໃນ YouTube ເຖິງ 15 ລ້ານວິວ (ຍອດວິວນີ້ໃນປີ 2015 ຖືວ່າຫຼາຍແຮງ) ຫຼັງຈາກນັ້ນໃນປີ 2016-2017 ກໍໄດ້ເລີ່ມເຮັດທົວຮ້ອງເພງທັງໃນລາວແລະໄທ ຕໍ່ມາໃນປີ 2018-2019 ກໍໄດ້ໝົດສັນຍາກັບຄ້າຍເພງ.

ເມື່ອໝົດສັນຍາຈາກຄ້າຍແລ້ວກໍບໍ່ຮູ້ວ່າຕົນເອງຈະເຮັດຫຍັງ ເລີຍໄດ້ໄປຮຽນພາຈີນຢູ່ທີ່ສະຖາບັນແຫ່ງໜຶ່ງ ແລະ ໄດ້ລົງແຂ່ງຂັນຮ້ອງເພງຈີນຈົນສາມາດຍາດໄດ້ຮາງວັນທີ 1 ຈາກຜູ້ເຂົ້າຮ່ວມແຂ່ງຂັນກວ່າ 200 ຄົນ. ພ້ອມນີ້ກໍເຄີຍເປັນຕົວແທນປະເທດລາວໄປປະກວດຮ້ອງເພງໃນງານ Festival Âm nhạc Quốc tế – Hạ Long 2020 ທີ່ປະເທດຫວຽດນາມ ຈົນສາມາດຄວ້າຮາງວັນຂັນເງິນມາໄດ້ໃນການແຂ່ງຂັນຄັ້ງນັ້ນ.

+ການໂຄຈອນມາພົບກັນລະຫວ່າງ Zamio.P ແລະ Thinlamphone: ຢ້ອນກັບໄປເມື່ອຫຼາຍປີກ່ອນ ມີເອື້ອຍຄົນສະໜິດ ໄດ້ແນະນຳໃຫ້ Zamio.P ແລະ Thinlamphone ຮູ້ຈັກກັນ ເພາະວ່າລາວເຫັນຄວາມສາມາດໃນຕົວພວກເຮົາ 2 ຄົນ ແລະ ຄິດວ່າພວກເຮົາຈະສາມາດພັດທະນາໄປໄດ້ໄກ ຈຶ່ງໄດ້ມີການເຮັດໂປຣເຈັກຮ່ວມງານກັນ ເຊິ່ງເປັນຜົນງານເພງທຳອິດທີ່ມີ ຊື່ວ່າ “Na Na Na (ນາ ນາ ນາ)” ທີ່ປ່ອຍອອກມາໃນປີ 2019. ຫຼັງຈາກນັ້ນພວກເຮົາກໍໄດ້ມີຮ່ວມງານກັນມາເລື້ອຍໆ ຈົນມາຮອດປັດຈຸບັນ ແລະ ໃນປີ 2022 ພວກເຮົາ 2 ຄົນກໍໄດ້ກັບຮ່ວມງານກັນອີກຄັ້ງໂດຍການປ່ອຍ ເພງ All Day All Night ເຊິ່ງເປັນເພງທີ່ເຮັດໃຫ້ຫຼາຍໆ ຄົນຮູ້ຈັກໃນຕົວ Zamio.P ແລະ Thinlamphone ຫຼາຍຂຶ້ນກວ່າເກົ່າ.

LaoX: ທີ່ມາຂອງເພງ All Day All Night? ຄວາມໝາຍທີ່ຢາກສື່ຂອງເພງນີ້ ແລະ ກະແສຕອບຮັບເປັນແນວໃດ?

Zamio.P & Thinlamphone: ສຳລັບທີ່ມາຂອງ ເພງ All Day All Night ແມ່ນຕ້ອງຢ້ອນກັບໄປເມື່ອປີ 2017 ເພາະວ່າ ດົນຕີ ແລະ ທຳນອງແມ່ນໄດ້ເຮັດໄວ້ຮຽບຮ້ອຍແລ້ວ ແຕ່ຕອນນັ້ນຍັງບໍ່ຄິດຈະເຮັດໃຫ້ມັນອກມາເປັນຮູບເປັນຮ່າງເລີຍປະໄວ້ກ່ອນ. ຈົນມາຮອດຕອນໜຶ່ງທີ່ Zamio.P ຮູ້ສຶກໝົດໄຟໃນການເຮັດເພງ ແລະ ຫ່າງຫາຍໄປຈາກການເຮັດເພງ ແຕ່ວ່າ Thinlamphone ສັງເກດເຫັນແລ້ວຄິດວ່າຕ້ອງຊອກຫາວິທີໃນການປຸກໄຟໃນຕົວ Zamio.P ໃຫ້ໄດ້.

ດ້ວຍເຫດນີ້ Thinlamphone ເລີຍໄດ້ຊວນໃຫ້ Zamio.P ກັບມາຮ່ວມງານໃໝ່ນຳກັນອີກຄັ້ງ ໂດຍທັງ 2 ໄດ້ຈັດຫາທີມງານພ້ອມດ້ວຍໝູ່ຄູ່ ແລະ ໄດ້ກັບໄປປັດຝຸ່ນໂປຣເຈັກເພງເກົ່າທີ່ເຮັດໄວ້ກ່ອນໜ້ານີ້ໃຫ້ກັບມາໃຫ້ມີຊີວິດອີກຄັ້ງ ດ້ວຍການແຕ່ງເນື້ອຫາຂອງເພງໃໝ່, ເພີ່ມດົນຕີ ແລະ ທຳນອງທີ່ມັນທັນສະໄໝເຂົ້າໄປຕື່ມແຕ່ກໍຍັງມີກິ່ນຂອງຄວາມເປັນລາວຢູ່ໃນຕົວບົດເພງ ຈົນສຸດທ້າຍກໍອອກມາເປັນເພງ All Day All Night ທີ່ຫຼາຍໆຄົນຮູ້ຈັກ.

ເພງ All Day All Night ມີເນື້ອໃນທີ່ຢາກຈະສື່ເຖິງການພິສູດຄວາມຮັກຂອງໜຸ່ມສາວ, ການເຊື່ອໃຈເຊິ່ງກັນແລະກັນ ແລະ ຄວາມອົດທົນຕໍ່ການລໍຖ້າ ໃນສ່ວນຂອງສຽງດົນຕີຂອງເພງນີ້ແມ່ນຢາກຈະສື່ເຖິງຄວາມເປັນລາວດ້ວຍການເອົາສຽງເຄື່ອງດົນຕີລາວເຊັ່ນ ສຽງພິນ ມາປະສົມປະສານໃຫ້ເຂົ້າກັບຍຸກສະໄໝນີ້ ເພື່ອໃຫ້ຜູ້ຝັງເຂົ້າເຖິງໄດ້ງ່າຍ ພ້ອມໃນຕົວ MV ຂອງເພງນີ້ແມ່ນທາງເຮົາຕ້ອງການຢາກຈະເໜີຄວາມເປັນລາວໃຫ້ເດັ່ນທີ່ສຸດ ເຊິ່ງຖ້າໃຜເບິ່ງ MV ແມ່ນຈະສັງເກດເຫັນສາກຕ່າງໆ ທີ່ມີເອກະລັກຂອງຄວາມເປັນລາວຢູ່ບໍ່ວ່າຈະເປັນຊຸດລາວ, ເຄື່ອງປະດັບລາວ, ອາຫານລາວ, ເຄື່ອງດົນຕີລາວ ແລະ ວັດທະນະທຳ ທີ່ບົ່ງບອກເຖິງຄວາມເປັນລາວໄດ້ຢ່າງຊັດເຈນ.

ກະແສຕອບຮັບສຳລັບເພງນີ້ ແມ່ນດີເກີນຄາດເລີຍເພາະພວກເຮົາບໍ່ໄດ້ຄິດວ່າເພງນີ້ຈະໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍແບບນີ້ ເພາະວ່າສະໄຕລ໌ເພງຂອງພວກເຮົາຄົນລາວສ່ວນຫຼາຍອາດຈະເຂົ້າບໍ່ເຖິງ, ຍັງບໍ່ທັນເປີດໃຈເທື່ອ ຫຼື ອາດບໍ່ເປັນທີ່ຍອມຮັບ ແລະ ພວກເຮົາກໍບໍ່ໄດ້ຄາດຫວັງຫຍັງຫຼາຍ ແລະ ບໍ່ມີແຜນຫຍັງເລີຍໃນການເຮັດເພງນີ້ ໄດ້ແຕ່ອາໄສຄວາມມັກຮັກລ້ວນໆ ເລີຍ ແຕ່ວ່າເມື່ອກະແສຕອບຮັບອອກມາດີແນວນີ້ແມ່ນເຮັດໃຫ້ພວກເຮົາ Zamio.P & Thinlamphone ຮູ້ສຶກດີໃຈຫຼາຍ, ໝັ້ນໃຈໃນຕົນເອງຫຼາຍຂຶ້ນ ຫົວໃຈຟູແບບບອກບໍ່ຖືກ ແລະ ເຮັດໃຫ້ພວກເຮົາມີໄຟໃນການເຮັດວຽກຫຼາຍຂຶ້ນຕື່ມ.

LaoX: ໄດ້ຍິນມາວ່າມີຊາວຕ່າງຊາດມັກໃນຕົວຜົນງານຂອງເຮົານຳ Zamio.P & Thinlamphone ຮູ້ສຶກແນວໃດ?

Zamio.P & Thinlamphone: ພວກເຮົາແມ່ນຮູ້ສຶກດີໃຈ, ມີກໍາລັງໃຈ ແລະ ພາກພູມໃຈທີ່ສຸດເລີຍ ເພາະນອກຈາກຄົນລາວແລ້ວຍັງມີຄົນຕ່າງຊາດມາຊົມເຊີຍໃນຕົວເຮົາ ແລະ ຜົນງານ ເຮັດໃຫ້ເຮົາມີແຮງຊຸກຍູ້ໃນການກ້າວຕາມຄວາມຝັນໂດຍການໄດ້ໄປສະແດງຄວາມສາມາດແລະວັດທະນະທຳລາວໃນອາເມຣິກາ, ຢູໂຣບ ແລະ ປະເທດອື່ນໆ ເພື່ອໃຫ້ຊາວຕ່າງຊາດໄດ້ຮູ້ວ່າສິລະປິນລາວຄືເຮົາກໍມີຄວາມສາມາດລົ້ນເຫຼືອ.

ເຖິງວ່າແນວເພງຂອງເຮົາຈະອອກໄປທາງສາກົນ ແຕ່ພວກເຮົານັ້ນກໍຍັງບໍ່ປະບໍ່ຖິ້ມຮາກເຫງົ້າຄວາມເປັນລາວເລີຍ ເພາະເຮົາໄດ້ຝັງກິ່ນອາຍແລະເອກະລັກຄວາມເປັນລາວບໍ່ວ່າຈະຢູ່ໃນເນື້ອເພງ, ດົນຕີ, ທຳນອງ ຫຼືຈັງຫວະເພງ ໃນແຕ່ລະຜົນງານທີ່ໄດ້ປ່ອຍອອກມາ ແລະ ເຮົາກໍຈະຂໍບອກວ່າ  “ເຮົາຈະບໍ່ໜີປະລາວໄປສາກົນ ແຕ່ເຮົາຈະພາລາວໄປສູ່ສາກົນ”.

LaoX: ຖາມເຖິງຄວາມຮູ້ສຶກທີ່ໄດ້ເປັນຕົວແທນຂອງປະເທດລາວທີ່ໄດ້ໄປສະແດງຜົນງານເພງທີ່ງານ ASEAN Music Showcase Festival 2022 ປະເທດສິງກະໂປ?

Zamio.P & Thinlamphone: ຕອນທີ່ຮູ້ວ່າຕົນເອງໄດ້ໄປແມ່ນດີໃຈ ແລະ ຕື່ນເຕັ້ນສຸດໆ ດີໃຈຈົນຂະໜາດໂດດເຕັ້ນຂຶ້ນມາເລີຍ ເພາະໃນງານ ASEAN MUSIC SHOWCASE 2022 ທີ່ປະເທດສິງກະໂປ ແມ່ນມີສິລະປິນຈາກຫຼາກຫຼາຍປະເທດທີ່ໄດ້ເຂົ້າມາຮ່ວມສະແດງຜົນງານຂອງຕົນເອງ. ນອກຈາກນີ້ຍັງມີສິລະປິນທີ່ເຮົາມັກເຂົ້າຮ່ວມງານນີ້ນຳ ແລະ ກໍຖືເປັນໂອກາດດີທີ່ເຮົາຈະສາມາດສ້າງ Connection ເພາະໃນອະນາຄົດເຮົາອາດຈະໄດ້ຮ່ວມໂປຣເຈັກນຳເຂົາເຈົ້າ.

ເຊິ່ງງານນີ້ແມ່ນຈະຈັດຂຶ້ນ 2 ມື້ຄືວັນທີ 10 ແລະ 11 ກັນຍານີ້ ເຊິ່ງພວກເຮົາ 2 ຄົນແມ່ນໄດ້ຂຶ້ນສະແດງໃນວັນທີ 11 ກັນຍາ ຮອບ 19:00 ໂມງ ແລະ ພວກເຮົາກໍໄດ້ກຽມຄວາມພ້ອມຕ່າງໆ ບໍ່ວ່າຈະເປັນການຄິດຄົ້ນທ່າເຕັ້ນ, ທີມເຕັ້ນ ຫຼື ລູກຫຼິ້ນຕ່າງເພື່ອໄປສະແດງຢູ່ເທິງເວທີໃຫ້ຄົນຕ່າງຊາດໄດ້ຮັບຮູ້ເຖິງຄວາມເປັນລາວ ແລະ ພວກເຮົາແມ່ນຈະເຮັດໃຫ້ດີທີ່ສຸດໃຫ້ສົມທີ່ເປັນສິລະປິນລາວກຸ່ມທຳອິດທີ່ໄປສະແດງໃນງານນີ້.

ແລະຜູ້ທີ່ເຮັດໃຫ້ພວກເຮົາໄດ້ໄປສະແດງທີ່ສິງກະໂປຄັ້ງນີ້ກໍຄືຜູ້ໃຫຍ່ໃຈດີຈາກບໍລິສັດຮຸ່ງອາລຸນ ຂົນສົ່ງດ່ວນ ທີ່ເປັນສະປອນເຊີຫຼັກ ແລະ Evo ທີ່ເພິ່ນສະໜັບສະໜູນດູແລຄ່າເດີນທາງ ແລະ ທີ່ພັກຂອງທີມເຕັ້ນ ພ້ອມນັ້ນກໍຢາກກ່າວຄໍາຂອບໃຈມາຍັງຄ້າຍ High Cloud Entertainment ທີ່ເພິ່ນມັກໃນຕົວຜົນງານເພງ All Day All Night ຂອງພວກເຮົາ ແລະ ໄດ້ໃຫ້ໂອກາດເຮົາໄປຢືນໃນເວທີໃຫຍ່ລະດັບອາຊຽນ.

LaoX: ມີຄົນບອກວ່າ Zamio.P & Thinlamphone ເປັນຜູ້ເບີກທາງໃຫ້ກັບວົງການສິລະປິນລາວກ້າວສູ່ເວທີສາກົນ ຮູ້ສຶກແນວໃດ?

Zamio.P & Thinlamphone: ຈາກຄໍາຖາມນີ້ເຮົາມີພຽງຄໍາເວົ້າວ່າ “ຮູ້ສຶກດີໃຈຫຼາຍ” ທີ່ມີຄົນມາບອກແບບນີ້ ແລະ ຮູ້ສຶກວ່າພວກສາມາດເປັນແບບຢ່າງໃຫ້ແກ່ສິລະປິນຮຸ່ນຕໍ່ໄປ ທີ່ມີຄວາມມັກຮັກໃນແບບດຽວກັນ ຫຼື ກໍາລັງເດີນທາງໃນສາຍດຽວກັນກັບພວກເຮົາ.

ທັງນີ້ ພວກເຮົາຢາກແບ່ງປັນປະສົບການ ຫຼື ເທັກນິກຕ່າງໆ ໃຫ້ກັບບັນນ້ອງໆ ສິລະປິນຮຸ່ນໃໝ່ ເພາະວ່າພວກເຮົາເຊື່ອວ່າພວກນ້ອງມີຄວາມສາມາດທີ່ຫຼາກຫຼາຍ ແລະ ສາມາດຕໍ່ໄອເດຍຂອງພວກເຮົາໄປຄຽງຄູ່ກັບຍຸກສະໄໝໃໝ່ໄດ້ຢ່າງມີຄວາມຄິດສ້າງສັນ ພ້ອມກັນນັ້ນກໍຢາກບອກເຖິງບັນດານ້ອງໆ ທີ່ຍັງຢູ່ Comfort Zone ໃຫ້ກ້າທີ່ຈະອອກມາສະແດງຄວາມສາມາດຂອງຕົນຢ່າງເຕັມທີ່ ເຖິງແມ່ນວ່າຈະສຳເລັດ ຫຼື ບໍ່ສຳເລັດກໍຕາມ ຢ່າງໜ້ອຍມັນກໍດີທີ່ພວກນ້ອງໄດ້ລົງມືເຮັດ, ໄດ້ຄົ້ນຫາຕົນເອງ ແລະ ໄດ້ເຮັດໃຫ້ຄົນອື່ນຮັບຮູ້ເຖິງຄວາມສາມາດຂອງເຮົາ.

LaoX: ມີແຮງບັນດານໃຈ ຫຼື ແຮງຈູງໃຈໃດແດ່ທີ່ເຮັດໃຫ້ຜະລິດຜົນງານດີໆ ແບບນີ້ອອກມາ ແລະ ປະສົບຜົນສຳເລັດແບບນີ້?

Zamio.P & Thinlamphone: ແຮງບັນດານໃຈທຸກໆ ຜົນງານທີ່ຜ່ານມາແມ່ນມາຈາກຄອບຄົວ, ຄົນອ້ອມຂ້າງ, ແຟນຄລັບ ທີ່ສະໜັບສະໜູນ ແລະ ໃຫ້ກໍາລັງໃຈຢູ່ສະເໝີ ບວກກັບຄວາມບໍ່ຫຍໍ້ທໍ້ຕໍ່ໂຊກຊະຕາ ເພາະພື້ນຖານເຮົາກໍບໍ່ໄດ້ເປັນຄົນຮັ່ງມີ ຫຼື ມີທຶນຫຼາຍໃນການເຮັດເພງ ໄດ້ແຕ່ອາໄສຄວາມມັກຮັກໃນສຽງດົນຕີ, ເປົ້າໝາຍທີ່ໄດ້ວາງ ເປັນແຮງຊຸກຍູ້ທີ່ເຮັດໃຫ້ເຮົາກ້າວມາສູ່ຈຸດນີ້ ແລະ ມັນກໍເຮັດໃຫ້ເຮົາມີກໍາລັງໃຈໃຫ້ການຜະລິດຜົນງານດີໆ ອອກມາ ເພື່ອສະແດງໃຫ້ທຸກຄົນເຫັນວ່າເຮົາສາມາເຮັດໄດ້ ແລະ ກໍເພື່ອເຮັດໃຫ້ຄົນທີ່ສະໜັບສະໜູນໃນຕົວຜົນງານເຮົາໄດ້ພາກພູມໃຈ.

LaoX: ໃນອະນາຄົດ Zamio.P & Thinlamphone? ມີແຜນຈະເຮັດເພງ ຫຼື ສ້າງຜົນງານໃດແດ່?

Thinlamphone: ສຳລັບຜົນງານຂອງເຮົາໃນໄວໆ ນີ້ແມ່ນມີແຜນກຽມປ່ອຍຜົນງານເພງໃໝ່ຫຼາກຫຼາຍແນວເພງບໍ່ວ່າຈະເປັນສະໄຕລ໌ ອິນດີ້, ຣັອກ, ໝໍລໍາ-ລໍາພື້ນບ້ານ, R&B, ລູກທົ່ງ, Trap ແລະ ອື່ນໆ ອີກຫຼາຍຢ່າງ ຝາກທຸກຄົນຕິດຕາມແດ່ເດີ້.

Zamio.P: ໃນເດືອນ ພະຈິກ 2022 ນີ້ກໍາລັງຈະມີຜົນງານດ່ຽວ, ຜົນງານຮ່ວມກັບ Thinlamphone ໃນເພງຕໍ່ໆໄປ ແລະ ຄິດວ່າມັນຈະສ້າງຄວາມ Surprise ໃຫ້ກັບຫຼາຍໆ ຄົນຢ່າງແນ່ນອນ.

 LaoX: ຢາກຝາກຫຍັງແດ່ເຖິງຄົນທີ່ສະໜັບສະໜູນໃນຕົວເຮົາ ແລະ ຊ່ວຍຝາກຜົນງານຂອງຕົນເອງແດ່?

Zamio.P & Thinlamphone: ເຈົ້າ, ເຮົາກໍຢາກຂອບໃຈທາງຄ້າຍຕົ້ນສັງກັດ ກໍຄື SG Music, ຜູ້ໃຫຍ່ໃຈດີທີ່ໃຫ້ໂອກາດ ແລະ ສະໜັບສະໜູນທຸກຢ່າງເລີຍ ຂອບໃຈມາຍັງເອື້ອຍ ຄານິດຖາ (ຜູ້ຈັດການ) ຜູ້ທີ່ຄອຍປະສານງານແລະທຸ່ມເທຢ່າງໜັກເພື່ອພວກເຮົາ 2 ຄົນ. ພ້ອມນີ້ກໍຢາກຂອບໃຈຄອບຄົວ, ໝູ່ເພື່ອນ, ຄົນສະໜິດ ທີ່ບໍ່ຖິ້ມບໍ່ປະກັນ ແລະ ຂອບໃຈທາງແຟນຄລັບທີ່ຕິດຕາມຜົນງານຂອງພວກເຮົາມາຕະຫຼອດບໍ່ວ່າຈະເປັນທາງ Facebook, IG, YouTube ແລະ ກໍຂໍຂອບໃຈນຳພີ່ນ້ອງຊາວລາວທີ່ຢູ່ຕ່າງປະເທດທີ່ໃຫ້ການສະໜັບສະໜູນດີໆ ມາຕະຫຼອດ.

ທ້າຍສຸດກໍຢາກບອກເຖິງນ້ອງໆ ທີ່ມີຄວາມມັກຮັກໃນການຮ້ອງເພງ ບໍ່ຕ້ອງທໍ້ຖອຍເຖິງວ່າຕົນເອງບໍ່ເກັ່ງ ຫຼື ຍັງບໍ່ເປັນທີ່ຮູ້ຈັກ ຈົ່ງພັດທະນາຕໍ່ໄປເພາະທຸກສິ່ງທຸກຢ່າງມັນໃຊ້ເວລາ. ພວກເອື້ອຍອ້າຍເຊື່ອວ່າໃນມື້ໃດມື້ໜຶ່ງຄວາມພະຍາຍາມແມ່ນຈະພາເຮົາໄປສູ່ຄວາມສຳເລັດ.

ສາມາດຕິດຕາມຜົນງານຂອງ Zamio.P & Thinlamphone ໄດ້ທີ່:

  • Zamio.P

– Facebook: Zamio Panouvong

– IG: zamio_p

– Youtube: Zamio P

-TikTok: @Zamiop123

  • Thinlamphone

– Facebook: Thinlamphone

– IG: Thinlamphone

– Youtube:Thinlamphone Official

-TikTok: @thinlamphone9

ຂອບໃຈບົດສຳພາດຈາກ: Zamio.P & Thinlamphone

ສຳພາດໂດຍ: Tern Saiyasack

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ