ຄູເຝິກທີມຊາດລາວ U-20 ຊີ້ ຕ້ອງເຮັດອີກ 2 ນັດທີ່ເຫຼືອໃຫ້ດີທີ່ສຸດ ເພື່ອໂອກາດໃນການເຂົ້າຮອບ ຫຼັງເສຍໃຫ້ກັບຍີ່ປຸ່ນໄປ 0-4

U-20

ຜ່ານໄປແລ້ວກັບການແຂ່ງຂັນ ບານເຕະຊາຍຮອບຄັດເລືອກຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ນັດທີ 2 ໃນເກມທີ່ ທີມຊາດລາວ ພົບກັບ ທີມຊາດຍີ່ປຸ່ນ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ທີ່ໃນນັດນີ້ ທີມຊາດຍີ່ປຸ່ນ ແມ່ນບຸກມາເກັບໄຊຈາກທີມຊາດລາວໄປໄດ້ ດ້ວຍສະກໍ 0 ປະຕູຕໍ່ 4.

ເລີ່ມເກມມາໃນເຄິ່ງເວລາທຳອິດ ຍີ່ປຸ່ນນັ້ນຊິງຈັງຫວະບຸກກົດດັນຕັ້ງແຕ່ເລີ່ມເກມ ແລະ ໃຊ້ເວລາພຽງ 19 ນາທີ ເທົ່ານັ້ນກໍມາໄດ້ປະຕູຂຶ້ນນຳໄປກ່ອນ 0 ປະຕູຕໍ່ 1. ຫຼັງຈາກເສຍປະຕູ ທີມຊາດລາວກໍຍັງພະຍາຍາມຮັກສາຮູບເກມຂອງຕົນເອງໄວ້ ນັ້ນກໍຄື ພະຍາຍາມຕັ້ງຮັບ ແລ້ວຊິງຈັງຫວະໂຕ້ກັບ ເຊິ່ງທີມຊາດລາວກໍເຮັດໄດ້ດີ ແລະ ກໍມີຫຼາຍຈັງຫວະທີ່ສ້າງຄວາມປັ່ນປ່ວນໃຫ້ກັບທາງຍີ່ປຸ່ນໄດ້ພໍສົມຄວນ. ກ່ອນທີ່ຈະມາເສຍປະຕູທີ 2 ໃນທ້າຍເຄິ່ງເວລາທຳອິດ ເຮັດໃຫ້ຈົບເຄິ່ງເວລາທຳອິດ ທີມຊາດລາວ ຕາມຫຼັງທີມຊາດຍີ່ປຸ່ນ 0-2.

U-20

ເລີ່ມເຄິ່ງເວລາທີ 2 ມາ ເບິ່ງຄືວ່າ ທີມຊາດລາວເຮົາຈະໝົດແຮງໄປບໍ່ໜ້ອຍ ເລີ່ມບໍ່ຢູ່ໃນເກມຂອງຕົນເອງ, ເລີ່ມຕັ້ງເກມບໍ່ໄດ້  ກ່ອນທີ່ຈະມາຖືກຍິງປະຕູເພີ່ມອີກ 2 ປະຕູ ຈົນສຸດທ້າຍຈົບເກມ ທີມຊາດລາວ ເສຍໃຫ້ກັບທີມຊາດຍີ່ປຸ່ນໄປ 0 ປະຕູຕໍ່ 4.

ຂໍ້ສັງເກດໃນເກມນີ້ ສິ່ງທຳອິດແມ່ນເລື່ອງຂອງຮ່າງກາຍທີ່ເບິ່ງຄືວ່າທີມຊາດຍີ່ປຸ່ນນັ້ນຈະມີສ່ວນສູງທີ່ເໜືອກວ່ານັກເຕະທີມຊາດລາວຢູ່ເລັກນ້ອຍ ສັງເກດໄດ້ຈາກລູກດວນກາງອາກາດ ຫຼື ການຊິງຈັງຫວະເອົາຫົວຕີບານ ແມ່ນທີມຊາດຍີ່ປຸ່ນສາມາດເອົາຊະນະໄດ້ເກືອບທຸກຄັ້ງ ເຮັດໃຫ້ຍາກທີ່ຈະເກັບບານໃຫ້ໄດ້ໃນຈັງຫວະທີ່ຈະຫຼິ້ນເກມສວນກັບ.

U-20

ຂໍ້ທີ 2 ແມ່ນສະພາບຮ່າງກາຍຂອງທີມຊາດລາວ ທີ່ເບິ່ງຄືວ່າຈະຍັງບໍ່ພ້ອມເທົ່າທີ່ຄວນ ສັງເກດຈາກເຄິ່ງເວລາທີ 2 ທີ່ນັກເຕະທີມຊາດລາວຫຼາຍຄົນເລີ່ມແຮງຕົກ ຕ່າງຈາກນັກເຕະທີມຊາດຍີ່ປຸ່ນ ທີ່ຍັງແລ່ນໄດ້ ຕະຫຼອດເກມ ແບບແຮງບໍ່ມີຕົກ.

ຫຼັງຈົບເກມ ໄມເຄີນ ໄວສ໌ ຄູເຝິກຊາວເຢຍລະມັນ ຂອງທີມຊາດລາວ ໃຫ້ສຳພາດກັບສື່ມວນຊົນວ່າ: “ຂ້ອຍບອກກັບນັກເຕະວ່າ ການແຂ່ງຂັນຫາກໍເລີ່ມໄປພຽງ 2 ນັດ ແລະ ເຮົາມີ 3 ຄະແນນ ສະນັ້ນເຮົາຍັງມີໂອກາດຢູ່ ຈຶ່ງຕ້ອງເຮັດໃຫ້ດີທີ່ສຸດໃນເກມຕໍ່ໄປ ທີມຈະພົບກັບ ເຢເມນ ເຊິ່ງເປັນເກມທີ່ສຳຄັນຫຼາຍ ເຮົາຕ້ອງສ້າງໂອກາດ ແລະ ເອົາຊະນະ ເພື່ອທີ່ຈະຜ່ານເຂົ້າຮອບໃຫ້ໄດ້”

U-20

ສຳລັບສະຖານະການຕາຕະລາງຄະແນນຂອງທີມຊາດລາວປັດຈຸບັນແມ່ນ ຢູ່ອັນດັບ 3 ໂດຍຜ່ານໄປ 2 ນັດ ມີ 3 ຄະແນນເທົ່າກັບ ຍີ່ປຸ່ນ ອັນດັບ 2 ແຕ່ທີມຊາດລາວເສຍປຽບເລື່ອງປະຕູໄດ້ເສຍ. ແຕ່ໂອກາດໃນການເຂົ້າຮອບກໍຍັງບໍ່ໝົດ ຢ່າງໜ້ອຍທີ່ສຸດ ໃນ 2 ນັດທີ່ເຫຼືອຕ້ອງເກັບແຕ້ມໃຫ້ໄດ້ 4 ຄະແນນ ແລ້ວລຸ້ນໃຫ້ຍີ່ປຸ່ນບໍ່ຊະນະໃຜເລີຍໃນອີກ 3 ນັດທີ່ເຫຼືອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ