ອິນເດຍ ແລະ ຣັດເຊຍອາດບັນລຸຂໍ້ຕົກລົງໃນການໃຊ້ເງິນ Rupee ແລະ Ruble ຈ່າຍຄ່າສິນຄ້າຊື້ຂາຍລະຫວ່າງກັນແລະກັນ


ທ່ານ A Sakthivel ປະທານສະຫະພັນຜູ້ສົ່ງອອກຂອງອິນເດຍ ຫຼື Federation of Indian Export Organisations (FIEO), ກ່າວກັບສຳນັກຂ່າວ CNBC ວ່າອິນເດຍ ແລະ ຣັດເຊຍອາດຈະບັນລຸຂໍ້ຕົກລົງກ່ຽວກັບການນໍາໃຊ້ເງິນຣູປີຂອງອິນເດຍ ແລະ ຣູເບິລຂອງຣັດເຊຍ ສໍາລັບການຈ່າຍຄ່າບໍລິການ ແລະ ສິນຄ້າລະຫວ່າງກັນໂດຍກົງ. ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ບັນດາ​ຜູ້ສົ່ງ​ອອກສິນຄ້າຂອງ​ອິນ​ເດຍຍັງສາມາດ​ສືບ​ຕໍ່​​ຄ້າ​ຂາຍກັບຣັດ​ເຊຍໄດ້​ ​ທ່າມກາງ​ການຂວໍ້າບາດຂອງປະເທດຝັ່ງຕາເວັນຕົກ.

ທ່ານ Sakthivel ກ່າວ​ວ່າ ປັດຈຸ​ບັນ​ນີ້ ລັດຖະບານ​ອິນ​ເດຍກຳລັງ​ປຶກສາຫາລື​ກັບ​ທະນາຄານ​ກາງ, ກະຊວງການເງິນ ແລະ ສະຖາບັນການເງິນຫຼາຍແຫ່ງ ເພື່ອກຽມອະນຸຍາດໃຫ້ ທະນາຄານອິນເດຍ ປະມານ 4-5ແຫ່ງ ສາມາດເຮັດທຸລະກຳການເງິນກັບຣັດເຊຍ ຜ່ານຂໍ້ຕົກລົງດັ່ງກ່າວ. ພ້ອມຍັງກ່າວຕື່ມອີກວ່າ ທີ່ຜ່ານມາການສົ່ງອອກຂອງອິນເດຍໄປຣັດເຊຍຍັງບໍ່ຄ່ອຍຫຼາຍປານໃດ ການທີ່ຣັດເຊຍຖືກຂວໍ້າບາດທາງເສດຖະກິດຈາກຊາດຕາເວັນຕົກແບບນີ້ ຖືເປັນໂອກາດດີ ທີ່ອິນເດຍຈະເຂົ້າໄປຕີຕະຫຼາດຣັດເຊຍແທນໄດ້.

 ຢ່າງໃດກໍຕາມ ທະນາຄານກາງ ແລະ ກະຊວງການເງິນຂອງອິນເດຍຍັງປະຕິເສດທີ່ຈະສະແດງຄວາມເຫັນກ່ຽວກັບເລື່ອງນີ້.

ການດຳເນີນການຄັ້ງນີ້ຂອງອິນເດຍ ​ອາດ​ຈະ​ເຮັດ​ໃຫ້​ບັນດາ​ປະ​ເທດ​ພັນທະ​ມິດ​ຕາ​ເວັນ​ຕົກ ເຊິ່ງ​ແມ່ນ​ຕະຫຼາດ​ສົ່ງ​ອອກທີ່​ໃຫຍ່​ທີ່​ສຸດ​ຂອງ​ອິນ​ເດຍເກີດຄວາມບໍ່ພໍໃຈຂຶ້ນໄດ້. ໂດຍສະ​ຖິ​ຕິ​ການ​ຄ້າ​ສາ​ກົນ​ຂອງ​ອິນ​ເດຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ໃນ​ປີ​ທີ່​ຜ່ານ​ມາ, ອິນ​ເດຍ​ໄດ້​ຊື້​ຂາຍ​ກັບ​ອາ​ເມ​ຣິ​ກາ. ກວມເອົາເຖິງ 112.6 ຕື້ໂດລາ. ແບ່ງ​ອອກ​ເປັນ​ການ​ສົ່ງ​ອອກ 71 ຕື້​ໂດ​ລາ​ສະຫະລັດ ແລະ​ ການ​ນຳ​ເຂົ້າ 41 ຕື້​ໂດ​ລາ.

ໃນທາງກົງກັນຂ້າມ ການຄ້າລະຫວ່າງອິນເດຍ ກັບຣັດເຊຍຍັງຖືວ່າຕໍ່າຫຼາຍ ໂດຍໃນປີ 2021 ທີ່ຜ່ານມາມູນຄ່າການສົ່ງອອກຂອງອິນເດຍໄປຣັດເຊຍ ມີພຽງແຕ່ 3.3 ຕື້ໂດລາ ເທົ່ານັ້ນ ແລະ ມູນຄ່າການນຳເຂົ້າສິນຄ້າຈາກຣັດເຊຍມີປະມານ 6.9 ຕື້​ໂດ​ລາ ເຊັ່ນ: ອາວຸດ, ​ແຮ່​ທາດ, ປຸ໋ຍ, ​ເຫລັກ ​ແລະ ​ເຄື່ອງປະດັບ.

ເມື່ອຖືກຖາມກ່ຽວກັບຄວາມສ່ຽງຂອງຜົນກະທົບທາງລົບຂອງຂໍ້ຕົກລົງ ການຄ້າກັບຣັດເຊຍດັ່ງກ່າວ, ທ່ານ Sakthivel ບໍ່ໄດ້ສະແດງເຖິງຄວາມກັງວົນໃດໆ, ໂດຍ​ກ່າວ​ວ່າ ປັດຈຸ​ບັນ ອິນ​ເດຍມີ​ທ່າ​ທີ​ເປັນ​ກາງ​ໃນວິກິດຄັ້ງນີ້ ແລະ ເຊື່ອວ່າລັດຖະບານອິນເດຍຈະພິຈາລະນາເຖິງປັດໄຈຕ່າງໆ ດ້ວຍຄວາມຮອບຄອບ ແລະ ລະມັດລະວັງ.

ອິນ​ເດຍ​ຖືເປັນອີກໜຶ່ງປະເທດທີ່ມີຄວາມສຳພັນອັນດີ ກັບຣັດເຊຍມາເປັນເວລາດົນນານແລ້ວ ​ ໂດຍ 85% ຂອງອາວຸດ​ຍຸດ​ໂທ​ປະກອນ​ຂອງ​ກອງທັບ​ອິນ​ເດຍ​ສັ່ງຊື້ນັ້ນ ແມ່ນມາຈາກຈາກ​ຣັດ​ເຊຍ ​ແລະ ບັນດາ​ປະ​ເທດ​ທີ່ເຄີຍເປັນສ່ວນໜຶ່ງຂອງ ອະດີດ​ສະຫະພາບ​ໂຊ​ວຽດ.

ຂອບໃຈຂໍ້ມູນຈາກ: https://cutt.ly/cS1aQwl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/