ບໍ່ທຳມະດາ! ສປປ ລາວ ມີລົດເມໄຟຟ້າ ເປີດທົດລອງແລ່ນແລ້ວ 3 ເສັ້ນທາງ


ໃນວັນທີ 23 ມີນາ 2022 ຢູ່ນະຄອນຫຼວງວຽງຈັນໄດ້ມີພິທີເປີດການທົດລອງນຳໃຊ້ລົດເມໄຟຟ້າ (EV BUS) ເພື່ອບໍລິການຂົ່ນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນໃຫ້ມີຄວາມສະດວກສະບາຍ ແລະ ທັນສະໄໝ, ພ້ອມກັນນັ້ນກໍປະຕິບັດການຂົນສົ່ງສີຂຽວເປັນມິດຕໍ່ສິ່ງແວດລ້ອມ ແລະ ບັນລຸເປົ້າໝາຍຂອງການພັດທະນາຕົວເມືອງນະຄອນຫຼວງວຽງຈັນແບບຍືນຍົງຮອດປີ 2030.

ໃນເບື້ອງຕົ້ນ ການທົດລອງໃຫ້ບໍລິການດ້ວຍລົດເມໄຟຟ້ານີ້ ແມ່ນມີທັງໝົດ 3 ສາຍທາງ ເຊັ່ນ:

ສາຍທາງທີ 48 ເລີ່ມຈາກສະຖານີລົດເມຂົວດິນ – ດົງນາໂຊກ – ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ – ສີເກີດ ລວມໄລຍະທາງ 15 ກິໂລແມັດ ຄ່າໂດຍສານຕະຫຼອດສາຍແມ່ນ 5,000 ກີບຕໍ່ຖ້ຽວ.

ສາຍທາງທີ 35 ເລີ່ມຈາກ ສະຖານີລົດເມຕະຫຼາດເຊົ້າ – ສູນການຄ້າທາດຫຼວງພລາຊ່າ – ຕະຫຼາດຫົວຂົວ – ສະຖານີລົດໄຟລາວຈີນ ລວມໄລຍະທາງ 17 ກິໂລແມັດ ຄ່າໂດຍສານຕະຫຼອດສາຍແມ່ນ 5,000 ກີບຕໍ່ຖ້ຽວ.

3 ສາຍທາງທີ 22 ເລີ່ມຈາກ ສະຖານີລົດເມຂົວດິນ – ສູນການຄ້າທາດຫຼວງພລາຊ່າ – ສູນການຄ້າລາວ-ໄອເຕັກ – ເຂດເສດຖະກິດພິເສດບຶງທາດຫຼວງ – ສະຖານີລົດໄຟລາວ-ໄທ – ຕະຫຼາດໄຮຄຳ – ເຂດເສດຖະກິດກວມລວມໄຊເສດຖາ (ຫຼັກ 21) – ສະຖານີລົດໄຟລາວ-ຈີນ ລວມໄລຍະທາງ 26 ກິໂລແມັດ ຄ່າໂດຍສານຕະຫຼອດສາຍ 8,000 ກີບຕໍ່ຖ້ຽວ.

ລົດເມໄຟຟ້າຈະທົດລອງແລ່ນ ເລີ່ມຕັ້ງແຕ່ວັນທີ 23 ມີນາ – 13 ເມສາ 2022 ໂດຍເປີດໃຫ້ບໍລິການແບບບໍ່ເສຍຄ່າໃຊ້ຈ່າຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/