ຈາກດາວສູ່ດິນ ຊີວິດຂອງ Nile Ranger ອະດີດເດັກນ້ອຍພອນສະຫວັນສູງຂອງວົງການບານເຕະ


ໃນໂລກຂອງກິລາບານເຕະນັ້ນ ມັກຈະມີຄຳເວົ້າທີ່ວ່າ: “ພອນສະຫວັນ ແລະ ຄວາມສາມາດ ກໍເປັນສິ່ງສຳຄັນ ໃນກິລາບານເຕະ ແຕ່ຖ້າຈະຍຶດມັນເປັນອາຊີບ ທັດສະນະຄະຕິ ແລະ ຄວາມຄິດຕ້ອງມາເປັນອັນດັບ 1 ສະເໝີ”. Nile Ranger (ນາຍ ເຣນເຈີ) ຊາຍຜູ້ໜຶ່ງທີ່ເຄີຍຖືກປຽບທຽບກັບ Alan Shearer ດາວຍິງລະດັບຕຳນານ ຂອງປະເທດອັງກິດ ແຕ່ຊີວິດຂອງລາວກັບຕົກຕໍ່າ ນັບມື້ນັບຖອຍຫຼັງ ຍ້ອນການໃຊ້ຊີວິດ ແລະ ນິໄສສ່ວນຕົວຂອງລາວເອງ.

Ranger ເກີດໃນຊຸມຊົນທີ່ເສື່ອມໂຊມທາງພາກເໜືອຂອງ London ແຕ່ລາວນັ້ນເກີດມາພ້ອມກັບພອນສະຫວັນໃນການຫຼິ້ນກິລາບານເຕະ ເຊິ່ງມີທັກສະທີ່ໂດດເດັ່ນຫຼາຍ ຈາກເດັກນ້ອຍໃນຊຸມຊົນແຖວນັ້ນ. ຈົນສຸດທ້າຍ ສະໂມສອນ Southampton ໄດ້ເອີ້ນເຂົ້າໄປຄັດຕົວໃນຊຸດເຍົາວະຊົນ ແລ້ວລາວກໍເຮັດມັນໄດ້ສຳເລັດ ສາມາດຜ່ານການຄັດຕົວໄດ້. ຈາກນັ້ນ ລາວໄດ້ໄປຢູ່ໃນຄ້າຍຝຶກເຍົາວະຊົນຂອງສະໂມສອນ Southampton ໄດ້ສຳເລັດ. ແຕ່ຢູ່ໄດ້ພຽງ 2 ເດືອນປາຍ ກໍເລີ່ມອອກລາຍແລ້ວ, ຄະດີທຳອິດຂອງລາວແມ່ນ ຄະດີປຸ້ນຊິງຊັບທີ່ຮ້າຍແຮງເພາະມີການໃຊ້ອາວຸດຂົ່ມຂູ່, ຂູດຮີດ ເອົາຊັບສິນ. ເບິ່ງຄືວ່າ ອາຊີບນັກເຕະຂອງລາວຈະຈົບລົງ ຕັ້ງແຕ່ຍັງບໍ່ທັນໄດ້ເລີ່ມຕົ້ນ.

ເຖິງຢ່າງໃດກໍຕາມ ຍ້ອນລາວເປັນຄົນມີຄວາມສາມາດຫຼາຍ ແລະ ສະໂມສອນໄດ້ຄາດຫວັງໃຫ້ລາວກ້າວໄປເປັນນັກເຕະລະດັບໂລກໃນອະນາຄົດ, ທາງສະໂມສອນກໍເລີຍຕັດສິນໃຈ ຈ້າງທີມທະນາຍທີ່ເກັ່ງທີ່ສຸດ ມາເວົ້າຄວາມໃຫ້. ຫຼັງຈາກຈົບເລື່ອງຄະດີ ລາວກໍກັບມາຕັ້ງໜ້າຝຶກຊ້ອມອີກເທື່ອໜຶ່ງ. ພໍເວລາຜ່ານໄປ 1 ປີເຕັມ ດ້ວຍພອນສະຫວັນ ແລະ ຄວາມສາມາດ ເຮັດໃຫ້ລາວໄດ້ມີໂອກາດໄປທົດສອບຄວາມສາມາດກັບສະໂມສອນ New Castle, ຫຼັງຈາກການທົດສອບຈົບລົງ New Castle ໄດ້ສະເໜີສັນຍານັກເຕະອາຊີບສະບັບທຳອິດໃຫ້ກັບລາວ ແລະ ແນ່ນອນວ່າລາວຕອບຮັບກັບສັນຍາສະບັບນີ້ທັນທີ ເພາະເປັນໂອກາດອັນດີ ທີ່ຈະນຳພາຊີວິດລາວໄປສູ່ຄວາມສຳເລັດໃນອະນາຄົດໄດ້. ມື້ເຊັນສັນຍາລາວໄດ້ເວົ້າວ່າ: “ສັນຍາສະບັບນີ້ມັນດີຫຼາຍ ຂ້ອຍໄດ້ປ່ຽນບັນຍາກາດ ປ່ຽນສະພາບແວດລ້ອມ ໄດ້ໜີຈາກກຸ່ມຄົນເກົ່າໆ ເຊິ່ງມັກຈະນຳບັນຫາແບບເກົ່າໆມາໃຫ້ຂ້ອຍຕະຫຼອດ.”

Ranger ລົງຫຼິ້ນປີທຳອິດໃນຊຸດ U19 ລາວຍິງປະຕູໄດ້ສູງ ຮອດ 22 ປະຕູ. ຜົນງານຂອງລາວເດັ່ນຫຼາຍ ຈົນໄປເຂົ້າຕາ Alan Shearer ຄູຝຶກຂອງ New castle ໃນຕອນນັ້ນ. ແນ່ນອນ Alan Shearer ລົງມາເບິ່ງຜົນງານຂອງລາວດ້ວຍຕາຕົນເອງ. ປາກົດວ່າ Alan Shearer ປະທັບໃຈໃນຜົນງານຂອງເດັກໜຸ່ມຄົນນີ້ຫຼາຍ ແລະ ໄດ້ພະຍາຍາມດັນເດັກໜຸ່ມຄົນນີ້ ຂຶ້ນມາຫຼິ້ນໃຫ້ທີມຊຸດໃຫຍ່ຂອງສະໂມສອນ ໃນຕອນ 6 ນັດສຸດທ້າຍ ຂອງລະດູການ 2008-09.

ໃນໄລຍະທຳອິດ ລາວເຂົ້າມາຫຼິ້ນໃນທີມຊຸດໃຫຍ່ໃນຖານະຕົວສຳຮອງ ແລະ ຍັງຊ່ວຍທີມບໍ່ໄດ້ຫຼາຍເທົ່າທີ່ຄວນ ເຮັດໃຫ້ທີມຕົກຊັ້ນໄປ ໃນລະດູການນັ້ນ. ປີ 2009-2010 ລາວໄດ້ກາຍເປັນກຳລັງຄົນສຳຄັນຂອງສະໂມສອນ ແລະ ສາມາດຊ່ວຍທີມໃຫ້ເລື່ອນຂັ້ນ ກັບຂຶ້ນມາຫຼິ້ນໃນພຣີເມຍລີກ ໄດ້ອີກເທື່ອໜຶ່ງ ພຽງໄລຍະເວລາປີດຽວ. ໃນຕອນນັ້ນ ເບິ່ງຄືວ່າຊີວິດລາວກຳລັງຈະພັດທະນາໄປອີກຂັ້ນໜຶ່ງ ເພາະລາວເຮັດຜົນງານໄດ້ດີຫຼາຍ ຈົນມີສະໂມສອນໃຫຍ່ ຫຼາຍສະໂມສອນໃຫ້ຄວາມສົນໃຈໃນຕົວລາວ ແລະ ຕິດຕາມຜົນງານຂອງລາວຢ່າງໃກ້ຊິດ. ແຕ່ຖ້າມັນງ່າຍແບບນັ້ນ ຄົງຈະບໍ່ແມ່ນ Nile Ranger. ຫຼັງຈາກພາສະໂມສອນຕົ້ນສັງກັດເລື່ອນຂັ້ນຂຶ້ນມາໄດ້ ລາວກໍໄດ້ຮັບສັນຍາສະບັບໃໝ່ດ້ວຍຄ່າຈ້າງທີ່ຫຼາຍຂຶ້ນ ມັນໄດ້ເຮັດໃຫ້ນິໄສເກົ່າໆ ຂອງລາວກັບມາອີກເທື່ອໜຶ່ງ, ລາວເລີ່ມກັບໄປຄົບຫາກັບໝູ່ເກົ່າໆຂອງລາວສະໄໝຍັງນ້ອຍ ທີ່ເປັນນັກເລງ.

ຈາກນັ້ນ ລາວກໍ ເລີ່ມສະແດງພຶດຕິກຳ ໃນຮູບແບບນັກເລງຂຶ້ນເຊັ່ນ: ສະແດງອອກເຖິງຄວາມຮຸນແຮງ, ແບ່ງແຍກເພດ, ຫົວແຂງບໍ່ຟັງໃຜ, ໂອ້ອວດ ຕ່າງໆນານາ. ດັ່ງຄຳສຸພາສິດທີ່ວ່າ: “ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ.” ເຊິ່ງໄລຍະທຳອິດ ລາວຍັງບໍ່ທັນມີຄະດີຫຍັງຮ້າຍແຮງນອກຈາກການຖ່າຍຮູບ ໃນລັກສະນະຖືອາວຸດປືນໄວ້ໃນມື ແລ້ວໂພສລົງໄປໃນ Social Network ຂອງຕົນເອງ ເຊິ່ງແນ່ນອນ ມັນບໍ່ແມ່ນພຶດຕິກຳປົກກະຕິທີ່ນັກເຕະລະດັບອາຊີບພາກັນເຮັດ.

ຄູຝຶກ ແລະ ໝູ່ຮ່ວມທີມກໍຊ່ວຍກັນປ່ຽນລາວຈົນສຸດຄວາມສາມາດ ແຕ່ກໍບໍ່ມີຫຍັງປ່ຽນແປງ ແລະ ສືບຕໍ່ໃຊ້ຊີວິດນັກເລງຕໍ່ໄປ, ລາວສ້າງເລື່ອງ ແລະ ກໍ່ບັນຫາໄປເລື້ອຍໆ ຄ້າຍກັບວ່າຊີວິດແບບນີ້ ມັນເໝາະກັບເຂົາທີ່ສຸດແລ້ວ. ຈົນສຸດທ້າຍ ເລື່ອງກໍເກີດຈົນໄດ້, ໃນປີ 2011 ລາວຖືກຈັບໃນຄະດີ ທຳຮ້າຍຮ່າງກາຍ ຈາກນັ້ນກໍຖືກສະໂມສອນລົງໂທດຢ່າງໜັກ ໂດຍການປັບໃໝເງິນ ແລະ ສົ່ງລົງໄປຊ້ອມກັບທີມຊຸດນ້ອຍ. ແຕ່ຮູ້ສຶກວ່າບົດລົງໂທດມັນບໍ່ໄດ້ມີຜົນຫຍັງທັງໝົດກັບຕົວເຂົາເລີຍ ເພາະຫຼັງຈາກນັ້ນຕໍ່ມາ 2 ເດືອນ ລາວກໍຖືກຈັບອີກໃນຄະດີ ດື່ມສິ່ງມຶນເມົາ ໃນສະຖານທີ່ສາທາລະນະ, ຕໍ່ມາກໍຖືກທາງ FA ຫຼື ສະຫະພັນບານເຕະ ປະເທດອັງກິດປັບໃໝເງິນ ໃນຂໍ້ຫາແບ່ງແຍກເພດໃນ Twitter.

ຫຼາຍສິ່ງຫຼາຍຢ່າງເກີດຂຶ້ນໄວຫຼາຍໃນເວລານັ້ນ ແຖມຍັງຮ້ອນແຮງຢ່າງຕໍ່ເນື່ອງ ໂດຍລາວຖືກຈັບອີກໃນຄະດີລັກພາຕົວແຟນສາວຂອງຕົນເອງ. ປິດທ້າຍປີ 2012 ດ້ວຍການຖືກຈັບໃນຄະດີ ພະຍາຍາມຂົ່ມຂືນ, ໃນຄະດີນີ້ໄດ້ມີການຂຶ້ນສານ ແລະ ລາວກໍໄດ້ນອນຄຸກໄປຕາມລະບຽບ. ຫຼັງຈາກເຫດການນັ້ນ ທາງຕົ້ນສັງກັດກໍອອກມາປະກາດຍົກເລີກສັນຍາກັບລາວທັນທີ.

ຫຼັງຈາກນັ້ນ ລາວກໍກາຍເປັນນັກເຕະພະເນຈອນ ໄປຢູ່ຕາມທີມນ້ອຍໆ ທີມນັ້ນແນ່ທີມນີ້ແນ່ ແຕ່ກໍຢູ່ບໍ່ໄດ້ດົນ ເພາະວິໄນ, ລະບຽບ ແລະ ທັດສະນະຄະຕິຂອງລາວ ມັນຕິດລົບໄປແລ້ວ. ທີມນ້ອຍການຄວບຄຸມກໍມີໜ້ອຍ ຊີວິດຂອງລາວເລີຍຍິ່ງຖອຍຫຼັງໄປທຸກໆມື້ ແລະ ເບິ່ງຄືວ່າເປັນຕົວລາວເອງ ບໍ່ຍອມປັບປ່ຽນນິໄສ, ບໍ່ສູ້ຊົນກັບໄປສູ່ການແຂ່ງຂັນລະດັບສູງອີກເທື່ອໜຶ່ງ ເພາະຢ່າລືມວ່າ ໃນເວລາໜຶ່ງລາວເຄີຍຖືກຄາດຫວັງໃຫ້ເປັນຕຳນານ ຂອງສະໂມສອນລະດັບ New Castle.

ຄຳວ່າ: “ເຄີຍ” ອາດເປັນຄຳເວົ້າທີ່ເຮັດໃຫ້ເຮົາມີຄວາມສຸກ ແລະ ເຮັດໃຫ້ເຮົາມີຄວາມທຸກກໍໄດ້. ແຕ່ສຳລັບຜູ້ຊາຍຄົນນີ້ ອາດຈະເປັນຄວາມທຸກ ແລະ ຄວາມຄິດເສຍດາຍຫຼາຍກວ່າກັບເລື່ອງທີ່ຜ່ານມາ.  ສຸດທ້າຍນີ້ ການທີ່ເຮົາສາມາດຍາດໂອກາດດີໆມາໄດ້ ແຕ່ມັນຈະບໍ່ມີຄວາມໝາຍຫຍັງໝົດ ຖ້າເຮົາບໍ່ສາມາດເບິ່ງເຫັນຄຸນຄ່າທີ່ແທ້ຈິງຂອງໂອກາດນັ້ນໄດ້. ເພາະໂອກາດດີໆ ອາດຈະບໍ່ໄດ້ມີມາຕະຫຼອດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/