ກັ້ນຕົດເປັນເຫດ! ນັກຮ້ອງສາວ “ກັ້ນຕົດ” ບໍ່ກ້າປ່ອຍຕໍ່ໜ້າແຟນໜຸ່ມ ສຸດທ້າຍຖືກຫາມສົ່ງໂຮງໝໍ!


ຫາກຈະເວົ້າເຖິງເລື່ອງຕົດ ເມື່ອຫຼາຍຄົນໄດ້ຍິນຄຳນີ້ແລ້ວ ເຊື່ອວ່າຕ້ອງຈິນຕະນາການເຖິງສຽງທີ່ດັງ ແລະ ກິ່ນທີ່ບໍ່ໜ້າພໍໃຈຢ່າງແນ່ນອນ ແລະ ການທີ່ເຮົາຈະປ່ອຍລົມໃຫ້ຄົນອື່ນໄດ້ເຫັນຫຼືໄດ້ຍິນມັນກໍເປັນເລື່ອງທີ່ບໍ່ສົມຄວນຢ່າງຍິ່ງ ຈຶ່ງເຮັດໃຫ້ຫຼາຍຄົນເລືອກທີ່ຈະກັ້ນມັນເອົາໄວ້ແລ້ວໄປເລືອກປ່ອຍອອກໃນສະຖານທີ່ອື່ນທີ່ບໍ່ມີຄົນ. ແຕ່ວ່າການກັ້ນຕົດນັ້ນມັນສົ່ງຜົນບໍ່ດີຢ່າງແນ່ນອນ ເພາະມັນສາມາດເຮັດໃຫ້ເກີດອັນຕະລາຍກັບຮ່າງກາຍໄດ້.

ຄ້າຍຄືກັນກັບກໍລະນີຂອງນັກຮ້ອງສາວຊາວບຣາຊິວຄົນນີ້ທີ່ລາວຖືກຫາມສົ່ງໂຮງໝໍ ຫຼັງຈາກທີ່ລາວກັ້ນຕົດເປັນເວລາດົນ ຍ້ອນບໍ່ຢາກປ່ອຍມັນອອກມາຕໍ່ໜ້າແຟນໜຸ່ມຂອງລາວ.

ເລື່ອງລາວນີ້ເປັນຂອງນັກຮ້ອງສາວຊາວບຣາຊິວ ທີ່ມີຊື່ວ່າ  Viviane de Queiroz Pereira ຫຼື ເປັນທີ່ຮູ້ຈັກກັນດີໃນຊື່ Pocah ໂດຍ Pereira ເລົ່າວ່າ ໃນຕອນເຊົ້າຂອງມື້ໜຶ່ງ ລາວໄດ້ເກີດອາການເຈັບທ້ອງຢ່າງຮຸນແຮງ ແລະ ຖືກຫາມສົ່ງໂຮງໝໍໃນເວລາຕໍ່ມາ.

ຕໍ່ມາເມື່ອຮອດໂຮງໝໍ Pereira ກໍໄດ້ເຂົ້າຮັບການກວດຮ່າງກາຍ ແລະ ທ່ານໝໍໄດ້ບອກວ່າ ສາເຫດທີ່ Pereira ມີອາການເຈັບທ້ອງຢ່າງຮຸນແຮງແບບນັ້ນ ເພາະເກີດຈາກການສະສົມຂອງແກສໃນທາງເດີນອາຫານ ແລະ ເມື່ອທ່ານໝໍສືບຄົ້ນປະຫວັດການກິນ, ການຢູ່ ຫຼື ກິດຈະກຳຕ່າງໆ ທີ່ Pereira ໄດ້ເຄີຍເຮັດມາກ່ອນໜ້ານີ້ ເພື່ອທີ່ຈະຫາສາເຫດຂອງອາການເຈັບທ້ອງ ສຸດທ້າຍ Pereira ກໍຍອມບອກກັບທ່ານໝໍດ້ວຍທ່າທາງທີ່ອາຍໆວ່າ “ຂ້ອຍກັ້ນຕົດ” ເພາະບໍ່ກ້າຕົດຕໍ່ໜ້າແຟນ.

ນັບວ່າເປັນໂຊກດີຂອງ Pereira ທີ່ທ່ານໝໍສາມາດຊ່ວຍບັນເທົາອາການເຈັບທ້ອງໄດ້ທັນ ດ້ວຍວິທີທາງການແພດ ແລະ ການນຳໃຊ້ຢາເພື່ອປິ່ນປົວ.

ຫຼັງຈາກນັ້ນທ່ານໝໍກໍໄດ້ອະທິບາຍເພີ່ມຕື່ມວ່າ ເມື່ອແກສເມຕານ (Methane) ບໍ່ເຄື່ອນຜ່ານລຳໄສ້ຕາມປົກກະຕິ ຈະເກີດການສະສົມຂອງແກສ ສົ່ງຜົນໃຫ້ມີອາການເຈັບປວດທ້ອງຢ່າງຮຸນແຮງ ຫຼື ຮູ້ສຶກບໍ່ສະບາຍທ້ອງ.

“ກໍຕາມນັ້ນລະທຸກຄົນ ເມື່ອຂ້ອຍໄດ້ກິນຢາຂ້ອຍຮູ້ສຶກດີຂຶ້ນ” Pereira ໄດ້ກ່າວກັບບັນດາແຟນຄລັບຂອງຕົນເອງ.

ຫຼັງຈາກຜ່ານປະສົບການສຸດທໍລະມານນີ້ມາໄດ້ Pereira ກໍໄດ້ຝາກບອກເຖິງບັນດາສາວໆທີ່ມັກກັ້ນຕົດວ່າ:

“ຢ່າອາຍເລີຍ ທີ່ຈະຕົດຕໍ່ໜ້າແຟນຂອງເຈົ້າ ເພາະມັນໜ້າອາຍກວ່າຖ້າຫາກເຈົ້າຖືກຫາມສົ່ງໂຮງໝໍ ໂດຍມີແຟນນັ່ງຢູ່ຂ້າງໆ ແລ້ວທ່ານໝໍຍ່າງມາບອກວ່າ ສາເຫດມາຈາກການກັ້ນຕົດ”.

ນັກຮ້ອງສາວຜູ້ນີ້ ຍັງໄດ້ຖິ້ມທ້າຍວ່າ “ຕໍ່ໄປນີ້ຈະປ່ອຍໃຫ້ເລື່ອງການຕົດເປັນໄປຕາມທຳມະຊາດ ຈະຕົດໃຫ້ສະໃຈເລີຍ”.

ເຊື່ອວ່າການຕົດຕໍ່ໜ້າຄົນອື່ນ ຫຼື ຕໍ່ໜ້າແຟນຕົວເອງ ມັນບໍ່ແມ່ນເລື່ອງງ່າຍເລີຍ ແຕ່ການກັ້ນຕົດນັ້ນກໍເປັນເລື່ອງທີ່ອັນຕະລາຍກວ່າ. ຢ່າງໃດກໍດີ ການຕົດນັ້ນຖືວ່າເປັນເລື່ອງທຳມະຊາດຂອງມະນຸດເຮົາ ແຕ່ຖ້າເຮົາຈະປ່ອຍແທ້ໆ ກໍຄວນເລືອກສະຖານທີ່ ແລະ ເວລາທີ່ເໝາະສົມເພາະບໍ່ຢ່າງນັ້ນເຈົ້າອາດຈະຖືກຫາມສົ່ງໂຮງໝໍຄືກັນກັບກໍລະນີຂອງນັກຮ້ອງສາວຄົນນີ້!

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/