ອິນເດຍສັ່ງແບນສາລະຄະດີຈາກ BBC ເພາະອ້າງວ່າເປັນການໃສ່ຮ້າຍລັດຖະບານແບບບໍ່ມີມູນຄວາມຈິງ

ອິນເດຍ

ການສັ່ງຫ້າມ ຫຼື ການສັ່ງແບນສື່ເພື່ອປິດກັ້ນຂໍ້ມູນຄວາມເປັນຈິງກັບປະຊາຊົນ ເອີ້ນໄດ້ວ່າເປັນໜຶ່ງໃນວິທີການທີ່ທາງຜູ້ມີອຳນາດນິຍົມໃຊ້ ເຊັ່ນດຽວກັນກັບທາງລັດຖະບານອິນເດຍທີ່ຫຼ້າສຸດນີ້ໄດ້ອອກມາສັ່ງຫ້າມການສາຍສາລະຄະດີຂອງ BBC ເນື່ອງຈາກວ່າມີເນື້ອຫາວິພາກວິຈານໃນຕົວນາຍົກລັດຖະມົນຕີ.

ອິນເດຍ

ເມື່ອວັນທີ 22 ມັງກອນ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍວ່າ ກັນຊັນ ກຸບຕະ (Kanchan Gupta) ເຊິ່ງເປັນທີ່ປຶກສາຂອງລັດຖະບານໄດ້ອອກມາໃຫ້ສຳພາດວ່າ ທາງການອິນເດຍໄດ້ສັ່ງຫ້າມການເຜີຍແຜ່ສາລະຄະດີຈາກ BBC ທີ່ວິຈານ ນະເຣນທຣະ ໂມທີ (Naredra Modi) ນາຍົກລັດຖະມົນຕີອິນເດຍ ໂດຍໃຊ້ອຳນາດສຸກເສີນທີ່ລັດຖະບານມີໃຫ້ພາຍໃຕ້ເທັກໂນໂລຢີສາລະສົນເທດຂອງປະເທດ.

ອິນເດຍ

ກົດໝາຍດັ່ງກ່າວອອກມາເມື່ອປີ 2021 ເຊິ່ງໃຫ້ອຳນາດກະຊວງສາລະສົນເທດ ແລະ ກະຈາຍສຽງໃນການລຶບໂພສທີ່ເຫັນວ່າ “ເປັນການທຳລາຍອຳນາດອະທິປະໄຕ ແລະ ຄວາມສົມບູນຂອງອິນເດຍ” ແລະມີ  “ສັກກະຍະພາບທີ່ຈະສົ່ງຜົນເສຍຕໍ່ຄວາມສຳພັນແບບເພື່ອນມິດຂອງອິນເດຍກັບຕ່າງປະເທດ ຕະຫຼອດຈົນຮອດຄວາມສະຫງົບຮຽບຮ້ອຍພາຍໃນປະເທດ”.

ອິນເດຍ

ສຳລັບສາລະຄະດີທີ່ຖືກແບນນີ້ມີຊື່ວ່າ “India: The Modi Question” ໂດຍເປັນການເລົ່າເລື່ອງການຈະລາຈົນໃນຊຸມຊົນເມື່່ອປີ 2022 ໃນລັດຄຸດຊະຣາດທາງຕາເວັນຕົກຂອງອິນເດຍເຊິ່ງມີ ນະເຣນທຣະ ໂມທີ ເປັນຫົວໜ້າລັດຖະມົນຕີໃນຂະນະນັ້ນ ແລະ ເຫດການນີ້ກໍໄດ້ມີຊາວມຸດສະລິມເສຍຊີວິດເກືອບ 800 ຄົນ ແລະ ຊາວຮິນດູກວ່າ 250 ຄົນ.

ດັ່ງທີ່ກ່າວມາຂ້າງເທິງ ດ້ວຍເຫດດັ່ງກ່າວທາງການອິນເດຍຈຶ່ງໄດ້ອອກຄຳສັ່ງໄປທີ່ Twitter ອິນເດຍໃຫ້ເຮັດການບລັອກ 50 ທະວິດເຕີທີ່ມີ Link ສາລະຄະດີຊຸດນີ້. ເຖິງແມ່ນວ່າ BBC ຈະບໍ່ໄດ້ຖ່າຍທອດສົດສາລະຄະດີດັ່ງກ່າວໃນອິນເດຍ ແຕ່ກໍຖືກເຜີຍແຜ່ລົງ YouTube ຢູ່ດີ ເຊິ່ງນັ້ນເຮັດໃຫ້ YouTube ກໍໄດ້ຮັບຄຳສັ່ງໃຫ້ບລັອກການອັບໂຫຼດສາລະຄະດີດັ່ງກ່າວເຊັ່ນກັນ ເຊິ່ງ ກັນຊັນ ກຸບຕະ ກໍແຈ້ງວ່າຂະນະນີ້ທັງ YouTube ແລະ Twitter ໄດ້ປະຕິບັດຄຳສັ່ງແລ້ວ.

ອິນເດຍ

ໂດຍ ກັນຊັນ ກຸບຕະ ກ່າວວ່າສາລະຄະດີຂອງ BBC ນັ້ນເປັນການໂຄສະນາຊວນເຊື່ອທີ່ມີແຕ່ຄວາມກຽດຊັງ. ຂະນະທີ່ລັດຖະມົນຕີຄົນອື່ນໆ ກໍກ່າວວ່າສາລະຄະດີນີ້ເປັນການໃສ່ຮ້າຍທີ່ມີຜົນຕໍ່ອຳນາດ ແລະຄວາມໜ້າເຊື່ອຖືຂອງສານສູງສຸດອິນເດຍ ພ້ອມຍັງສ້າງຄວາມແຕກແຍກໃນຊຸມຊົນ ແລະ ເປັນການຕັ້ງຂໍ້ກ່າວຫາທີ່ບໍ່ມີມູນອີກພ້ອມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/