ສປປ ລາວ ກຽມເພີ່ມພາສາຈີນ ຕາມປ້າຍຊີ້ບອກສະຖານທີ່ທ່ອງທ່ຽວຕ່າງໆ ຕາມເສັ້ນທາງຫຼວງ ເພື່ອຕ້ອນຮັບນັກທ່ອງທ່ຽວ

ສປປ ລາວ ກຽມເພີ່ມພາສາຈີນ

ຂະແໜງການທ່ອງທ່ຽວ ຖືເປັນທ່າແຮງສຳຄັນໃນການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ໃນປະເທດ ແລະ ເພື່ອເປັນການກະກຽມຄວາມພ້ອມ ໃນການຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກະກຽມ ຕິດຕັ້ງປ້າຍຊີ້ບອກສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນ ຢູ່ຕາມເສັ້ນທາງຫຼວງ, ເສັ້ນທາງສາຍຫຼັກ ແລະ ເສັ້ນທາງເຂົ້າສະຖານທີ່ທ່ອງທ່ຽວ ຕາມເສັ້ນທາງລົດໄຟ ລາວ-ຈີນ ແລະ ເຊື່ອມຕໍ່ກັບປະເທດໃກ້ຄຽງ ເປັນພາສາລາວ-ອັງກິດ ແລະ ພາສາຈີນ.

ສປປ ລາວ ກຽມເພີ່ມພາສາຈີນ

ນອກຈາກນີ້ ກໍໄດ້ມີແຜນຈຸດສຸມ ພັດທະນາວຽກງານ ທ່ອງທ່ຽວໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງຟື້ນຟູການທ່ອງທ່ຽວ ສຳລັບປີ 2021-2025; ປັບປຸງການທ່ອງທ່ຽວໃຫ້ມີຄຸນະພາບສູງຂຶ້ນຕາມທິດສີຂຽວ ພ້ອມທັງຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາກິດຈະກໍາ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາເອເຊຍ ຢູ່ບັນດາແຂວງເປົ້າໝາຍຄື: ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ແຂວງຈຳປາສັກ.

ສປປ ລາວ ກຽມເພີ່ມພາສາຈີນ

ສືບຕໍ່ປັບປຸງສິ່ງອໍານວຍຄວາມສະດວກ ຢູ່ບັນດາຕົວເມືອງທ່ອງທ່ຽວ ເປັນຕົ້ນ ເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວທັງທາງບົກ, ທາງນໍ້າ, ການບໍລິການ ແລະ ການປັບປຸງສິ່ງແວດລ້ອມ ໂດຍການປັບປຸງເສັ້ນທາງເຂົ້າເຖິງທ່າເຮືອຢູ່ເຂດນາກະສັງ-ດອນເດດ-ດອນຄອນ ແຂວງຈໍາປາສັກ, ເສັ້ນທາງປູເບຕົງ ເຂົ້ານໍ້າຕົກຕາດແກ້ງຍຸຍ ແລະ ສິ່ງອໍານວຍຄວາມສະດວກພາຍໃນແຫຼ່ງທ່ອງທ່ຽວແກ້ງຍຸຍ, ປັບປຸງສະໜາມຂີ້ເຫຍື້ອວັງວຽງ ແຂວງວຽງຈັນ ເພື່ອໃຫ້ສາມາດຮອງຮັບການຂະຫຍາຍຕົວຂອງອຸດສາຫະກໍາການທ່ອງທ່ຽວ ຢູ່ເມືອງວັງວຽງໃນຕໍ່ໜ້າ; ສືບຕໍ່ປັບປຸງປຶ້ມຄູ່ມືຈັດສັນແຫຼ່ງທ່ອງທ່ຽວ, ປຶ້ມປະຫວັດແຫຼ່ງທ່ອງທ່ຽວໃນທົ່ວປະເທດ ແລະ ປຶ້ມຄູ່ມືແນະນໍາການກໍ່ສ້າງຫ້ອງນໍ້າສາທາລະນະ ໃຫ້ໄດ້ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ.

ສປປ ລາວ ກຽມເພີ່ມພາສາຈີນ

ສືບຕໍ່ ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ ຈັດຕັ້ງກິດຈະກໍາການທ່ອງທ່ຽວ “ລາວທ່ຽວລາວ” ໃຫ້ເປັນຂະບວນຢ່າງຟົດຟື້ນ ແລະ ກວ້າງຂວາງ; ສືບຕໍ່ຄົ້ນຄວ້າ, ປັບປຸງ ແລະ ສ້າງມາດຕະຖານສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດທ່ອງທ່ຽວ, ພະນັກງານນໍາທ່ຽວ, ກິດຈະກໍາການທ່ອງທ່ຽວ ແລະ ລະບຽບການຄຸ້ມຄອງກິດຈະກໍາການທ່ອງທ່ຽວ; ສືບຕໍ່ຄົ້ນຄວ້າສ້າງແຜນຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວ ອາຊຽນ ແລະ ສປປ ລາວ ສຳລັບປີ 2022-2025 ແລະ ອື່ນໆ.

ສປປ ລາວ ກຽມເພີ່ມພາສາຈີນ

ສຳລັບ ປີ 2022 ທີ່ຜ່ານມາ ພາຍໃຕ້ນະໂຍບາຍການສົ່ງເສີມການທ່ອງທ່ຽວພາຍໃນ ກໍຄື “ລາວທ່ຽວລາວ” ສປປ ລາວ ມີນັກທ່ອງທ່ຽວເຂົ້າມາທ່ຽວ ທັງໝົດ 1.681.806 ເທື່ອຄົນ, ທຽບໃສ່ແຜນປີ 1.966.000 ເທື່ອຄົນ, ປະຕິບັດໄດ້  85,54%. ໃນນີ້, ມີນັກທ່ອງທ່ຽວພາຍໃນ 1.037.050 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 644.756 ເທື່ອຄົນ ແລະ ຄາດຄະເນສ້າງລາຍຮັບປະມານ 219 ລ້ານກວ່າໂດລາ.

ຂອບໃຈຂໍ້ມູນຈາກ: https://bit.ly/3kCXti8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/