Y2K ແມ່ນຫຍັງ?

Y2K ແມ່ນຫຍັງ

Y2K ໄລຍະນີ້ໃຜກໍຄົງຄຸ້ນເຄີຍ ເພາະເຫັນຄົນອ້ອມຂ້າງ ແລະ ໃນໂຊຊ່ຽວກຳລັງເວົ້າເຖິງ ກຳລັງເປັນທີ່ນິຍົມເລີຍກໍວ່າໄດ້ ໂດຍສະເພາະທ່າຖ່າຍຮູບ ແລະ ການແຕ່ງກາຍ. Y2K ແມ່ນຫຍໍ້ມາຈາກຄໍາວ່າ Year 2000 ເກີດຈາກການຂຽນຫຍໍ້ດ້ວຍສັນຍະລັກເພື່ອຄວາມວ່ອງໄວໃນການພິມ ຫຼື ຈົດບັນທຶກ. ຄຳວ່າ Y2K ທີ່ຫຼາຍຄົນກໍາລັງນິຍົມໃນໄລຍະນີ້ ໝາຍເຖິງແຟຊັນໃນປາຍປີ 90s ຈົນເຖິງຕົ້ນປີ 2000s ເຊິ່ງແຟຊັນໃນຍຸກນັ້ນ ມັນມີເອກະລັກສະເພາະຕົວ ເກີດຈາກການປະສົມປະສານກັນລະຫວ່າງ Pop-culture ຂອງຊາວ Millennial ແລະ ການພັດທະນາຂອງເທັກໂນໂລຢີໃນຍຸກນັ້ນ ແລະ ເທັກໂນໂລຢີກໍກໍາລັງເຕີບໂຕອີກດ້ວຍ.

ຫຼາຍຄົນຄົງຈະເຄີຍໃສ່ແຟຊັນຍຸກນັ້ນປະສົມປະສານກັບຍຸກປັດຈຸບັນຕາມ Y2K ເຊິ່ງການແຕ່ງຕົວແນວນີ້ຈະເປັນແບບແອວລອຍ ກະໂປງແພຢີນ ຫຼື ແຈັກເກັດ ທີ່ເປັນແບບຂາສັ້ນ. ໂທນຜ້າແຜສ່ວນຫຼາຍໃນຍຸກນັ້ນແມ່ນຈະອອກແນວເຈີດໆມີສີສັນ ການທີ່ຄົນຍຸກນັ້ນແຕ່ງແບບນັ້ນ ແມ່ນເຂົາແຕ່ງເພື່ອອະນາຄົດ ຄ້າຍກັບວ່າອະນາຄົດຕ້ອງແຕ່ງປະມານນີ້.

Y2K ແມ່ນຫຍັງ

ປັດຈຸບັນ ບໍ່ແມ່ນແຕ່ການແຕ່ງຕົວແບບຍຸກກ່ອນ ຄົນເຮົາຍັງໃຫ້ກັບຄວາມສົນໃຈສິ່ງທີ່ເກົ່າແກ່ອີກດ້ວຍ ລວມໄປເຖິງສິ່ງຂອງທີ່ຫາຍາກໆໃນເມື່ອກ່ອນ ກໍຈະຮັກສາໄວ້ເປັນຢ່າງດີ ເພື່ອເກັບໄວ້ໃຫ້ລູກຫຼານໄດ້ເບິ່ງ ແລະ ເກັບຮັກສາໄວ້ໃຫ້ມັນເປັນຄວາມຊົງຈຳທີ່ດີ. ນອກຈາກນີ້ ເຄື່ອງເກົ່າແກ່ຕ່າງໆ ຍັງມີຜົນປະໂຫຍດຕໍ່ກັບຄົນເຮົາອີກດ້ວຍ ຖ້າຫາກສິ່ງນັ້ນເປັນຂອງເກົ່າທີ່ມີປະໂຫຍດຕໍ່ສ່ວນລວມ ແລະ ປະເທດຊາດຍິ່ງເປັນການດີ ເຮັດໃຫ້ຄົນພາຍນອກເບິ່ງເຮົາໃນແງ່ມຸມທີ່ດີອີກແບບ.

Y2K ແມ່ນຫຍັງ

ບໍ່ພຽງເທົ່ານີ້ ຍັງມີບົດເພງເກົ່າຕ່າງໆ ທີ່ຄົນໃນປັດຈຸບັນໃຫ້ຄວາມນິຍົມ ແລະ ຍັງຮັບຟັງກັນຢູ່ ອາດຈະເປັນຍ້ອນຟັງແລ້ວເຮັດໃຫ້ຄົນເຮົາຄິດຮອດເລື່ອງເກົ່າໃນອະດີດທັງເລື່ອງດີ ແລະ ບໍ່ດີປະປົນກັນໄປ. ທີ່ສຳຄັນ ອັນໃດທີ່ເກົ່າແກ່ລວມໄປເຖິງແຟຊັນ, ເພງ, ສິ່ງຂອງ, ສະຖານທີ່ຕ່າງໆ ແລະ ອື່ນໆ ໃນຍຸກກ່ອນໆ ມັນມີສະເໜ່ ມີເອກະລັກທີ່ໜ້າຫຼົງໃຫຼ ທີ່ບໍ່ເຄີຍເຫັນມາກ່ອນ ຈົນຫຼາຍຄົນກໍຮັກສິ່ງເກົ່າແກ່ຕ່າງໆ ຈົນມາຮອດປັດຈຸບັນນີ້ ຄວາມເກົ່າແກ່ໃນຍຸກກ່ອນໆກໍຍັງໄດ້ຮັບຄວາມນິຍົມມາຈົນຮອດທຸກມື້ນີ້.

Y2K ແມ່ນຫຍັງ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/