ອາເມຣິກາເຊື່ອ ຈີນມີບອລລູນສອດແນມ ຫຼາຍເປັນກອງທັບ ກະຈາຍໄປຢູ່ 5 ທະວີບທົ່ວໂລກ

ອາເມຣິກາ

ອາ​ເມ​ຣິ​ກາ​ເຊື່ອ​ວ່າ​ ບອລລູນສອດ​ແນມ​ຂອງ​ຈີນ​ທີ່ລອຍເຂົ້າ​ສູ່​ເຂດ​ທ້ອງຟ້າ​ຂອງ​ອາ​ເມ​ຣິກາ ແລະ​ ໄດ້​ຖືກ​ຍິງ​ຕົກ​ໃນ​ມະຫາ​ສະໝຸດ​ແອັດແລນຕິກ ​ໃນ​ອາທິດ​ທີ່ຜ່ານມານີ້ ເປັນສ່ວນໜຶ່ງຂອງກອງທັບບອລລູນທີ່ດໍາເນີນການໃນ 5 ທະວີບທົ່ວໂລກ.

ໂດຍ ແອນໂທນີ ບລິງເຄນ ລັດຖະມົນຕີກະຊວງການຕ່າງປະເທດ ຂອງອາເມຣິກາ ໄດ້ເປີດເຜີຍວ່າ: ອາເມຣິກາ ບໍ່ແມ່ນເປົ້າໝາຍດຽວ ຂອງໂຄງການຄອບຄຸມເປັນວົງກວ້າງນີ້. ສະຫະລັດ ອາເມຣິກາ ຈະແບ່ງປັນຂໍ້ມູນທີ່ເກັບກຳມາຈາກເສດປູມເປົ້າກັບປະເທດອື່ນໆອີກຫຼາຍສິບປະເທດ ທີ່ອາດຈະຖືກເປົ້າໝາຍໂດຍໂຄງການບອລລູນສອດແນມຂອງຈີນນີ້.

ອາເມຣິກາ

ເຈົ້າໜ້າທີ່ສະຫະລັດ ລະບຸວ່າ ບອລລູນຂອງຈີນດັ່ງກ່າວມີຄວາມສູງປະມານ 60 ແມັດ ແລະ ມີນ້ຳໜັກຫຼາຍຮ້ອຍ ຫຼື ຫຼາຍພັນກິໂລ ໃນຂະນະທີ່ ນ້ຳໜັກທີ່ບັນທຸກໄດ້ ທຽບເທົ່າກັບຂະໜາດຂອງເຮືອບິນໂດຍສານໃນພາກພື້ນ.

ອາເມຣິກາ

ພົນ​ເອກ Pat Ryder ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດມັນ​ໄດ້​ຢືນ​ຢັນ​ໃນ​ການຖະແຫຼງຂ່າວໃນວັນທີ 9 ກຸມພາ ທີ່ຜ່ານມານີ້ວ່າ: ​“ສະ​ຫະ​ລັດ​ເຊື່ອ​ວ່າ​ ບອລລູນ ​ຄ້າຍ​ຄື​ກັນ​ໄດ້​ດໍາ​ເນີນ​ການ​ຢູ່​ໃນ​ເຂດ​ອາເມຣິກາ​ເໜືອ​ ແລະ​ ອາ​ເມຣິກາ​ໃຕ້​, ເອເຊຍຕາເວັນອອກສຽງໃຕ້, ເອເຊຍຕາເວັນອອກ ແລະ ຢູໂຣບ”.

“ພວກເຮົາໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບບອລລູນເຫຼົ່ານີ້ ແລະ ວິທີການຕິດຕາມພວກມັນ. ອາ​ເມຣິ​ກາ​ໝັ້ນ​ໃຈ​ວ່າ​ປະ​ເທດ​ນີ້​ມີ​ຄວາມ​ສາມາດ​ຕິດຕາມ​ກວດກາ​ວັດຖຸ​ປະ​ເພດ​ເຫຼົ່າ​ນີ້​ໄດ້”

“ວັດຖຸຕ້ອງສົງໄສເຫຼົ່ານີ້ ອາດມີຂະໜາດ ແລະ ຄວາມສາມາດທີ່ແຕກຕ່າງກັນ ແຕ່ທັງໝົດແມ່ນມີຈຸດປະສົງເພື່ອການສອດແນນເທົ່ານັ້ນ ແລະ ເຊື່ອວ່າມີວັດຖຸແບບນີ້ ລອຍຢູ່ເຖິງຟ້າຂອງ ອາເມຣິກາມາແລ້ວ ຢ່າງໜ້ອຍ 4 ຄັ້ງ”. ແຕ່ຍັງບໍ່ໄດ້ໃຫ້ລາຍລະອຽດຕ່າງໆ ກ່ຽວກັບເລື່ອງທີ່ຜ່ານມາ.

ອາເມຣິກາ

ການກວດ​ພົບ​ ບອລລູນ​ສອດ​ແນມ​ຂອງ​ຈີນ​ຢູ່​ໃນ​ເຂດ​ນ່ານ​ຟ້າ​ອາ​ເມ​ຣິ​ກາ ​ເປັນ​ເຫດ​ຮ້າຍ​ຫຼ້າ​ສຸດ​ທີ່​ເຮັດ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ຣິກາ​ເຄັ່ງ​ຕຶງ ແລະ ຕົກຕໍ່າ ທ່ານ ແອນໂທນີ ບລິງເຄນ ​ໄດ້​ຕັດສິນ​ໃຈ​ຍົກ​ເລີກ​ແຜນການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5-6 ກຸມພາ​ ທີ່ຜ່ານມານີ້  ເຊິ່ງຈະ​ເປັນ​ການ​ພົບ​ປະ ແລະ ປະຊຸມ​ຂັ້ນ​ສູງ​ ແບບຈິງຈັງລະຫວ່າງ​ອາ​ເມ​ຣິ​ກາ​ກັບ​ຈີນເປັນຄັ້ງທຳອິດໃນຮອບຫຼາຍປີ.

ຂະນະທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ແດງ​ຄວາມ​​ບໍ່​ພໍ​ໃຈ​ຕໍ່​ການ​ຍິງ​ບອລລູນ​ຂອງ​ທະ​ຫານ​ອາ​ເມ​ຣິກາ ​ລົງ​ສູ່​ມະ​ຫາ​ສະ​ໝຸດ​ແອັດແລນຕິກ. ຈີນ​ໄດ້​ປະຕິ​ເສດ​ວ່າ ບອລລູນດັ່ງກ່າວ​ບໍ່​ໄດ້​ຖືກ​ນຳ​ໃຊ້​ເພື່ອ​ແນ​ໃສ່ການ​ສອດ​ແນມ ແຕ່ເປັນພຽງ ບອລລູນພາກເອກະຊົນ ທີ່ໃຊ້ສໍາລັບການຄົ້ນຄວ້າອຸຕຸນິຍົມເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/