ຮ່ວມສົ່ງແຮງເຊຍ ນັກກິລາຄົນພິການລາວ ໃນງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ 3 ລະຫວ່າງ 14-18 ກຸມພາ 2023 ນີ້

ຮ່ວມສົ່ງແຮງເຊຍ

ເຮົາມາຮ່ວມເຊຍ ຮ່ວມສົ່ງແຮງໃຈໃຫ້ກັບ ນັກກິລາຄົນພິການລາວ ໃນງານແຂ່ງຂັນກິລາຄົນພິການແຫ່ງຊາດ ຫຼື ພາລາເກມ ຄັ້ງທີ 3 ປະຈໍາປີ 2023 ທີ່ແຂວງຊຽງຂວາງເປັນເຈົ້າພາບ ທີ່ກໍາລັງຈະເປີດສາກຂຶ້ນໃນວັນທີ 14-18 ກຸມພາ 2023 ນີ້.

ເຊິ່ງໃນການແຂ່ງຂັນກິລາຄົນພິການແຫ່ງຊາດ ໃນຄັ້ງນີ້ ຈະເຮັດການແຂ່ງຂັນກັນທັງໝົດ 7 ະເພດກິລາ ເຊິ່ງປະກອບມີ: ຍົກນໍ້າໜັກ, ແລ່ນລານ, ລອຍນໍ້າ, ບານເຕະ, ບານບ້ວງລໍ້ເລື່ອນ, ໂກນບານ ແລະ ກິລາບັອກເຊຍ. ມີການຊິງໄຊຫຼຽນຮາງວັນລວມກັນທັງໝົດ 135 ຫຼຽນ.

ໂດຍການແຂ່ງຂັນສ່ວນໃຫຍ່ຈະແຂ່ງຂັນກັນຢູ່ທີ່ 5 ສະໜາມພາຍໃນເມືອງແປກ ແຂວງຊຽງຂວາງ ເຊິ່ງປະກອບມີ: ສະໜາມກິລາໄຫຫີນ, ສະໜາມກິລາ ໄຊຊະນະ ມສ ໂພນສະຫວັນ, ສະໜາມກິລາໃນຮົ່ມ ໂຮງຮຽນ ມສ ໂພນສະຫວັນ ແລະ ສະໂມສອນພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ.

ຮ່ວມສົ່ງແຮງເຊຍ

ສ່ວນກິລາລອຍນໍ້າເປັນກິລາດຽວທີ່ເຮັດການແຂ່ງຂັນກ່ອນໝູ່ ແລະ ແຂ່ງຂັນກັນຢູ່ນອກ ແຂວງຊຽງຂວາງ ໂດຍຈະເລີ່ມແຂ່ງຂັນກັນແຕ່ວັນທີ 8 ຫາ 10 ກຸມພາ ຢູ່ທີ່ ທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ.

ຮ່ວມສົ່ງແຮງເຊຍ

ສຳລັບ ການແຂ່ງຂັນກິລາຄົນພິການແຫ່ງຊາດ ນີ້ ເຄີຍຈັດມາແລ້ວ 2 ຄັ້ງ ແລະ ຄັ້ງນີ້ ເປັນຄັ້ງທີ 3 ເຊິ່ງກ່ອນໜ້ານີ້ ຄັ້ງທີ 1 ຈັດຂຶ້ນເມື່ອປີ 2012 ມີແຂວງຫຼວງພະບາງເປັນເຈົ້າພາບ, ​ຄັ້ງທີ 2 ຈັດຂຶ້ນເມື່ອປີ 2015 ມີແຂວງ ອຸດົມໄຊເປັນເຈົ້າພາບ ແລະ ຄັ້ງນີ້ ປີ 2022 ມີແຂວງຊຽງຂວາງເປັນເຈົ້າພາບ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/