ອາເຈນຕິນາ ເງິນເຟີ້ບໍ່ຢຸດສູງເປັນປະຫວັດສາດ ໃນເດືອນເມສາສູງຮອດ 109%

ປະເທດ ອາເຈນຕິນາ ເປັນຜູ້ສົ່ງອອກທັນຍາພືດລາຍໃຫຍ່ໄດ້ອອກມາເປີດເຜີຍອັດຕາເງິນເຟີ້ທີ່ລະດັບ 8,4% ເມື່ອທຽບເປັນລາຍເດືອນໃນເດືອນ ເມສາ ສູງກວ່ານັກວິເຄາະໄດ້ຄາດໄວ້ ແລະ ເປັນລະດັບທີ່ສູງສຸດໃນຮອບຫຼາຍ 10 ປີ ເຮັດໃຫ້ປະຊາຊົນ 1 ໃນ 4 ຕ້ອງປະສົບກັບພາວະຍາກຈົນ ພ້ອມກັບວິກິດໜີ້ສິນ ແລະ ຄ່າເງິນ.

ເມື່ອວັນທີ 12 ພຶດສະພາ 2023 ​ທີ່ຜ່ານມາ ສຳນັກງານສະຖິຕິຂອງອາເຈນຕິນາ ເປີດເຜີຍວ່າອັດຕາເງິນເຟີ້ສູງຂຶ້ນສູ່ລະດັບ 109% ໃນເດືອນ ເມສາ 2023 ເມື່ອທຽບເປັນລາຍປີ ເຊິ່ງສູງກວ່າການຄາດການຂອງນັກວິເຄາະ ແລະ ສ້າງຄວາມບໍ່ພໍໃຈໃຫ້ກັບຜູ້ບໍລິໂພກທີ່ໄດຮັບຜົນກະທົບ.

ກະຊວງເສດຖະກິດຂອງ ອາເຈນຕິນາ ກຽມໃຊ້ມາດຕະການສຸກເສີນຊຸດໃຫຍ່ລວມໄປຮອດການຊື້ຂາຍອັດຕາດອກເບ້ຍນະໂຍບາຍອີກ 600 ຈຸດ ເປັນ 97% ການປະນີປະນອມກັບກອງທຶນລະຫວ່າງປະເທດ (IMF) ໃນການຂໍຮັບເອົາເງິນຊ່ວຍເຫຼືອກ້ອນໃໝ່ 44.000 ລ້ານໂດລາ ທາງດ້ານນາຍົກລັດຖະມົນຕີ ກະຊວງເສດຖະກິດຂອງ ອາເຈນຕິນາ ກຽມເດີນທາງຢ້ຽມປະເທດຈີນ ໃນວັນທີ 29 ພຶດສະພາ 2023 ເພື່ອເຈລະຈາ ກັບລັດຖະບານປັກກິ່ງ ກ່ຽວກັບຄວາມເປັນໄປໄດ້ໃນການຂະຫຍາຍຂອບເຂດການໃຊ້ເງິນຢວນເພື່ອການຄ້າ. ນອກຈາກນີ້ ທຶນສຳຮອງຂອງທະນາຄນກາງທີ່ກຳລັງລົດລົງສົ່ງຜົນກະທົບຕໍ່ສະຖານະການຄັງເງິນຂອງລັດຖະບານ.

ຜົນສຳຫຼວດຂອງ Reuters ໄດ້ຊີ້ວ່າ ນັກວິເຄາະຄາດການອັດຕາເງິນເຟີ້ ຂອງອາເຈນຕິນາ ໃນເດືອນ ເມສາ 2023 ໄວ້ທີ່ລະດັບສູງສຸດທີ່ 8,3% ທ່ານ ດານຽວ ອາທານາ ນັກເສດຖະສາດຂອງ FIEL ກ່າວວ່າ “ຂໍ້ມູນທີ່ເປີດເຜີຍອອກມານັ້ນສູງກວ່າການຄາດການທັງໝົດ”.

 ຄວາມຜັນແປຂອງຕະຫຼາກແລກປ່ຽນເງິນຕາຕ່າງປະເທດ ກຳລັງຈະເຮັດໃຫ້ຄ່າເງິນ ເປໂຊ ຕົກລົງລະດັບຕ່ຳທີ່ສູງປະຫວັດສາດໂດຍທີ່ ລາຄາເງິນ 500 ເປໂຊ ມີພຽງ 1 ໂດລາເທົ່ານັ້ນໃນເດືອນທີ່ຜ່ານມາ ເຮັດໃຫ້ເງີນເຟີ້ໃນປະເທດປັບຂຶ້ນຢ່າງຕໍ່ເນື່ອງ ແລະ ສົ່ງຜົນກະທົບຕໍ່ຂໍ້ຕົກລົງເງິນກູ້ວົງເງິນ 44.000 ລ້ານໂດລານັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/