ປິດຕົວລົງແລ້ວສູນ LGBT ໃນປັກກິ່ງ ຫຼັງດຳເນີນການມາ 15 ປີ


ສູນ LGBT ເປັນກຸ່ມທີ່ສະໜັບສະໜູນຄວາມຫຼາກຫຼາຍທາງເພດ ພ້ອມຍັງເປັນອົງກອນຊັ້ນນຳຂອງຈີນທີ່ໃຫ້ການສະໜູນເພດທາງເລືອກໃນປະທດຈີນ ໄດ້ປະກາດວ່າຈະຢຸດດຳເນີນງານຢ່າງເປັນທາງແລ້ວຫຼັງຈາກດຳເນີນງານມາ 15​ ປີ ສາເຫດຄາດວ່າມາຈາກຄວາມບໍ່ເອື້ອອຳນວຍ.

ສຳນັກງານຂ່າວ AFP ໄດ້ລາຍງານວ່າ ສູນ LGBT ໃນປັກກິ່ງປະເທດຈີນ ເຊິ່ງກໍ່ຕັ້ງໂດຍກຸ່ມທາງສັງຄົມທີ່ສະໜັບສະໜູນຄວາມຫຼາກຫຼາຍທາງເພດໃນຈີນ ສູນ LGBT ກໍ່ຕັ້ງຂຶ້ນໃນປີ 2008 ແລະ ໃຫ້ການສະໜັບສະໜູນການບຳບັດສຸຂະພາບຈິດ, ຊັບພະຍາກອນທາງການແພດ ແລະ ການສະໜັບສະໜູນທາງສັງຄົມແກ່ຊຸມຊົນເກ, ເລສບຽນ ແລະ ຄົນຂ້າມເພດໃນທ້ອງຖິ່ນ ໄດ້ປະກາດຢຸດການດຳເນີນງານທັງໝົດ.

ສູນ LGBT ຍັງເນີນການວິໄຈ ແລະ ພັດທະນາເຄືອຂ່າຍຜູ້ຊ່ຽວຊານ ເພື່ອພະຍາຍາມເສີມສ້າງຄວາມຄຳນຶງ ກ່ຽວກັບຄວາມທ້າທາຍທີ່ກຸ່ມຄົນເພດທາງເລືອດຕ້ອງພົບຢູ່ໃນປະເທດ. ທາງດ້ານອົງກອນໄດ້ອອກມາຖະແຫຼງວ່າ “ພວກເຮົາຮູ້ສຶກເສຍໃຈທີ່ຕ້ອງແຈ້ງໃຫ້ພວກທ່ານໄດ້ຮູ້ກັນວ່າ ເນື່ອງຈາກສະຖານະການທີ່ບໍ່ສາມາດປ້ອງກັນໄດ້ ສູນ LGBT ໃນປັກກິ່ງ ຈຶ່ງຕັດສິນໃຈຢຸດການດຳເນີນການລົງທັງໝົດ” ໂດຍບໍ່ໄດ້ລະບຸເຫດການທີ່ປິດຕົວລົງໄປ.

ຮັກຮ່ວມເພດໃນຈີນເປັນສິງທີ່ຜິດກົດໝາຍ ແຕ່ໃນປີ 1997 ທາງການຈີນໄດ້ປັບລົດອັດຕາໂທດຕໍ່ພຶດຕິກຳຮັກຮ່ວມເພດ ແມ່ນການແຕ່ງງານລະຫວ່າງເພດດຽວກັນຍັງບໍ່ຖຶກກົດໝາຍ. ເຖິງຕະຫຼອດເວລາທີ່ຜ່ານມາຈະມີໄລຍະຜ່ອນຄາຍໃນ 10-20 ປີກ່ອນ ແຕ່ໃນໄລຍະທີ່ຜ່ານມາກັບມີການປາບປາມເພີ່ມຂຶ້ນ ທັງໃນມະຫາວິທະຍາໄລ ແລະ ຕາມຊຸມຊົນສັງຄົມ ພ້ອມກັບຍົກເລີກການຈັດງານ Shanghai Pride ໄປ.

ທາງ ຊຽນ ຈິງຫົວ ນັກຂ່າວອິດສະຫຼະ ສະແດງຄວາມເສຍໃຈ ຕໍ່ການປິດຕົວສູນ LGBT ໂດຍລະບຸວ່າ “ເປັນເລື່ອງທີ່ໜ້າໂສກເສົ້າຢ່າງຍິ່ງ ສູນ LGBT ໃນປັກກິ່ງ ມີຄວາມສຳຄັນຢ່າງຍີ່ງຕໍ່ການສະໜັບສະໜູນເພດທາງເລືອກ ແລະ ສະຫວັດດີການສັງຄົມໃນຈີນ ໂດຍພື້ນຖານແລ້ວ ສູນ LGBT ແຫ່ງນີ້ເປັນອົງກອນຫຼັກແຫ່ງສຸດທ້າຍ ເຊິ່ງດຳເນີນກິດຈະກຳມາຍາວນານ ຫຼັງເກີດການປາບປາມມາຫຼາຍຄັ້ງທີ່ທຳລາຍທຸກສິ່ງ ກັບຕ້ອງປິດຕົວລົງຢ່າງບໍ່ມີສາເຫດ”

ໃນປັດຈຸບັນປະເທດຈີນເອງກໍບໍ່ອະນຸຍາດໃຫ້ໃຊ້ເນື້ອຫາທີ່ກ່ຽວຂ້ອງກັບຮັກຄວາມເພດ ຫຼື ມີເນື້ອຫາທີ່ສະແດງເຖິງຄວາມຮັກຂອງເກ ລວມໄປຮອດແອັບພິເຄຊັນຫາຄູ່ຂອງຊາວເກຢ່າງ Grindr ກໍໄດ້ຖືກຖອດອອກຈາກຊ່ອງທາງບໍລິການຊື້ຂາຍສື່ດິຈິຕອລໃນປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/